ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບການກວດກາ ລະບຽບຂັ້ນໂຮງຮຽນ ປະຈຳສົກຮຽນ 2024-2025
ເວລາອອກຂ່າວ: 2025-10-17 08:55:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1255 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2025, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊສະຫຼຸບການເຄື່ອນໄຫວວຽກງານກວດກາລະບຽບຂັ້ນໂຮງຮຽນ ປະຈຳສົກຮຽນ 2024-2025 ແລະ ວາງທິດທາງແຜນການ ປະຈຳສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຫຼ້າ ວົງສົມພູ ຮອງຫົວໜ້າການທະຫານໂຮງຮຽນ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ກອງພັນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮວ່ມ.
ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ຫົວໜ້າຫ້ອງການໂຮງຮຽນ ໄດ້ສະຫຼຸບການ ເຄື່ອນ ໄຫວວຽກງານກວດກາລະບຽບໃນ 1 ສົກຮຽນທີ່ຜ່ານມາ; ຄະນະຮັບຜິດຊອບ ໄດ້ເປັນເຈົ້າການຊີ້ນຳ, ກວດກາ, ຊຸກຍູ້ໃຫ້ ຄະນະກວດກາລະບຽບຕົວຈິງ ເຄື່ອນໄຫວເປັນປົກກະຕິ-ເຂັ້ມງວດ, ບັນຫາສຳຄັນແມ່ນໄດ້ຊ່ວຍຊີ້ນຳໃນການແກ້ໄຂບັນຫາດ້ວຍວິທີການຕ່າງໆ ເຮັດໃຫ້ກົມກອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ມີວິໃນເຂັ້ມງວດ ແລະ ເປັນເຈົ້າການປະຕິບັດແຜນການ, ຕາຕະລາງເຄື່ອນໄຫວໃນແຕ່ລະເດືອນ, ເຄື່ອນໄຫວຕາມສະພາບການຕົວຈິງ ເພື່ອກຳເປົ້າໝາຍ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນທັນເວລາ; ສະເພາະ ການເຄື່ອນໄຫວກວດກາລະບຽບທົ່ວໂຮງຮຽນ ແຕ່ລະຈຸ ໄດ້ເຄື່ອນໄຫວຕາມ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ຂໍ້ກຳນົດກົດລະບຽບຂອງໂຮງຮຽນ ຢູ່ບັນດາສຳນັກງານ, ອົງການ, ກົມກອງນັກຮຽນ ສະຖານທີ່ຕ່າງໆຕາມຂອບເຂດຮັບຜິດຊອບ ທີ່ໄດ້ຮັບມອບໝາຍ, ມີລະບຽບພາຍໃນຫ້ອງການ, ການລວມແຖວຕອນເຊົ້າ, ການນຸ່ງຖືເຄື່ອງແບບ, ການເຄົາລົບເຊິ່ງກັນ ແລະ ກັນ, ການສວນສະໜາມຂຶ້ນຫ້ອງ-ລົງຫ້ອງ, ລະບຽບເຂົ້າ-ອອກຄ້າຍ, ການຂຶ້ນຫ້ອງຄົ້ນຄວ້າຮໍ່າຮຽນ ແລະ ຂອບເຂດຮັບຜິດຊອບອື່ນໆມີຄວາມເປັນລະບຽບ ຮຽບຮ້ອຍ, ສະອາດຈົບງາມ ແລະ ເຂັ້ມງວດ. ສະຫາຍ ພັນໂທ ຄຳຫຼ້າ ວົງສົມພູ ໄດ້ຮຽກຮ້ອງໃຫ້ ຄະນະຮັບ ຜິດຊອບ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ຮັດ ກຸມຂຶ້ນຫຼາຍກວ່າເກົ່າ ພ້ອມກັນນຳເອົາແຜນການໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















