ມອບເຄື່ອງຊຸກຍູ້ ກ້ອນສວນສະໜາມ ເຫຼົ່າຮົບສື່ສານ
ເວລາອອກຂ່າວ: 2025-10-17 08:56:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 834 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2025 ນີ້, ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຕາງໜ້າໃຫ້ອົງການ, ກົມກອງ ທີ່ຂຶ້ນກັບກົມສື່ສານ ໄດ້ມອບເງິນສົດ ແລະ ເຄື່ອງບໍລິໂພກ ລວມມູນຄ່າ 74.335.000 ກີບ ໃຫ້ກ້ອນກຳລັງສວນສະໜາມ ເຫຼົ່າຮົບສື່ສານ ທີ່ພວມຫັດແອບສວນສະໜາມ ຢູ່ໂຮງງານສື່ສານ 209, ຕາງໜ້າກ່າວຮັບໂດຍສະຫາຍ ພັນເອກ ອຸລາລອນ ສີສຸນາມ ຮອງຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບກ້ອນສວນສະໜາມ ເຫຼົ່າຮົບສື່ສານ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍໃນກ້ອນກໍາລັງສວນສະໜາມ ທີ່ໄດ້ພ້ອມກັນຕັດສິນໃຈສູງ, ມີຄວາມເສຍສະຫຼະ, ຕັ້ງໜ້າປະກອບສ່ວນເຂົ້າຮ່ວມການຫັດແອບສວນສະໜາມຢ່າງເປັນຂະບວນການຟົດຟື້ນ. ການມອບເຄື່ອງໃນຄັ້ງນີ້, ເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ໃນກ້ອນກໍາລັງ ເຫຼົ່າຮົບສື່ສານ ໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມ ເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ່ວ ແລະ ໄດ້ຮັບໝາກຜົນສູງ.
ໂດຍ: ນາງ ສຸພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















