ກົມໃຫຍ່ເສນາທິການກອງທັບ ປາຖະກະຖາ ວັນຊາດ ສສ ຫວຽດນາມ ແລະ ວັນສ້າງຕັ້ງການທູດລາວ
ເວລາອອກຂ່າວ: 2025-10-17 08:58:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ: ![]()
ວັນທີ 16 ຕຸລາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກົມກອງຮາກຖານ ທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຫວນຄືນຄວາມເປັນມາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ຍົກໃຫ້ເຫັນ ຜົນງານແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ, ໄຊຊະນະອັນໃຫຍ່ຫຼວງໃນການທ້ອນໂຮມປະເທດຊາດ, ການປະຕິບັດພັນທະສາກົນ, ການນໍາພາປະເທດຊາດກ້າວສູ່ເສັ້ນທາງສັງຄົມນິຍົມ, ຜົນສໍາເລັດການນໍາພາປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ໄດ້ພິສູດໃຫ້ເຫັນໝາກຜົນຮອບດ້ານໃນການພັດທະນາປະເທດ ເປັນຕົ້ນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ມູນເຊື້ອ-ໝາກຜົນ ຂອງການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ ໂດຍແມ່ນບັນພະບູລຸດ ລາວ-ຫວຽດນາມ ເປັນຜູ້ກໍ່ຕັ້ງໄວ້ ເຊິ່ງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ເຄີຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມຂຸມຄອງດຽວກັນ ຕີສັດຕູໂຕດຽວກັນ ຍາດເອົາໄຊຊະນະເປັນກ້າວໆ ມາ.
ຈາກນັ້ນ, ໄດ້ຫວນຄືນປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງການທູດລາວ ເຊິ່ງກ່ອນການປົດປ່ອຍ ໃນໄລຍະຕໍ່ຕ້ານການຄອບຄອງຂອງຝຣັ່ງ ການທູດບໍ່ພຽງແຕ່ເປັນເຄື່ອງມືການຕໍ່ສູ້ທາງດ້ານສັງຄົມ ເພື່ອສ້າງຄວາມສາມັກຄີປອງດອງພາຍໃນຊາດ, ຕໍ່ສູ້ກູ້ຊາດຕ້ານການຮຸກຮານແຊກແຊງຈາກພາຍນອກເທົ່ານັ້ນ ແຕ່ຍັງເປັນເຄື່ອງມືຕໍ່ສູ້ໃນເວທີສາກົນ, ຂະຫຍາຍການພົວພັນກັບໂລກພາຍນອກ ແລະ ສະແຫວງຫາການສະໜັບສະໜູນ ຂອງເພື່ອນມິດສາກົນ ການທູດລາວ ໄດ້ກາຍເປັນຍຸດໂທບາຍ ແລະ ຍຸດທະສາດອັນສໍາຄັນໃນການຕໍ່ສູ້ ໂດຍຜ່ານການວາງນະໂຍບາຍການຕ່າງປະເທດ ທີ່ມີຄວາມແທດເໝາະກັບສະພາບການຂອງໂລກ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ໄດ້ຮັບການຍອມຮັບຈາກສາກົນໃນທຸກບັ້ນຮົບ ໂດຍສະເພາະການບັງຄັບໃຫ້ຜູ້ຮຸກຮານຫັນໜ້າເຂົ້າສູ່ໂຕະເຈລະຈາ ແລະ ລົງນາມໃນສັນຍາເຊີແນວ ປີ 1954 ຈຶ່ງເຫັນດີໃຫ້ຝຣັ່ງຖອນທະຫານອອກຈາກ 3 ປະເທດອິນດູຈີນ ແລະ ໃຫ້ການຮັບຮູ້, ປ່ຽນຖານະບໍ່ເອີ້ນວ່າ ຄະນະລັດຖະບານຕໍ່ຕ້ານ ຕົກລົງໃຫ້ໃສ່ຊື້ຄະນະຝ່າຍປະເທດລາວ ເພື່ອໃຫ້ສາກົນເຫັນໄດ້ວ່າ ຝ່າຍປະເທດລາວ ແມ່ນກຳລັງທາງການເມືອງທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຖືກຮັບຮູ້ຈາກສາກົນ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















