ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ບໍລິສັດ ໄລ​ອ໋ອນ ທີ່​ປຶກສາ​ດ້ານ​ກົດໝາຍ ຈຳກັດ​ຜູ້​ດຽວ ມອບ​ເຄື່ອງ​ກິລາ ໃຫ້​ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິລາ​ກອງທັບ
ເວລາອອກຂ່າວ: 2025-10-17 09:00:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1334 | ຄວາມນິຍົມ:



ໃນ​ວັນ​ທີ 15 ຕຸລາ 2025 ນີ້, ບໍລິສັດ ໄລ​ອ໋ອນ ທີ່​ປຶກສາ​ດ້ານ​ກົດໝາຍ ຈຳກັດ​ຜູ້​ດຽວ ນຳ​ໂດຍ ທ່ານ ສີ​ພັນ ພັນທະ​ລາ​ວົງ ຮອງ​ປະທານ ບໍລິສັດ ໄລ​ອ໋ອນ ທີ່​ປຶກສາ​ດ້ານ​ກົດໝາຍ ຈຳກັດ​ຜູ້​ດຽວ ພ້ອມດ້ວຍ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ກິລາ ລວມ​ມູນ​ຄ່າ ທັງ​ໝົດ 3.000.000 ກີບ ມາ​ມອບ​ໃຫ້​ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິລາ​ກອງທັບ ເຊິ່ງ​ກ່າວ​ຮັບ​ໂດຍ ທ່ານ ພັນ​ໂທ ຄອນ​ສະຫວັນ ພົມ​ມະ​ສີ ຫົວໜ້າ​ການເມືອງ ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິລາ​ກອງທັບ ພ້ອມ​ດ້ວຍ​ຄະນະ. ທ່ານ ສີ​ພັນ ພັນທະ​ນາ​ວົງ ໄດ້​ກ່າວ​ວ່າ: ການ​ມອບ​ເຄື່ອງ​ກິລາ​ໃນ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນຊຸກຍູ້​ຂະ​ບວນ​ການ​ກິລາ ຢູ່​ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິ ລາ​ກອງທັບ ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 12 ທີ່​ນະຄອນຫຼວງ​ວຽງ​ຈັນ​ເປັນ​ເຈົ້າພາບ ແລະ ຂໍ່ານັບ​ຮັບ​ຕ້ອນຮັບ​ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່​ຈະ​ມາ​ເຖິງ​ນີ້ ໃຫ້​ມີ​ບັນຍາກາດ​ຟົດຟື້ນ, ເບີກບານ​ມ່ວນຊື່ນ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ ບໍລິສັດ ໄລ​ອ໋ອນ ທີ່​ປຶກສາ​ດ້ານ​ກົດໝາຍ ຈຳກັດ​ຜູ້​ດຽວ ກັບ ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິລາ​ກອງທັບ ໃຫ້​ແໜ້ນ​ແຟ້ນ ແລະ ເລິກເຊິ່ງ. ໂອກາດ​ນີ້, ທ່ານ ພັນ​ໂທ ຄອນ​ສະຫວັນ ພົມ​ມະ​ສີ ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ ທ່ານ ຮອງ​ປະທານ ບໍລິສັດ ໄລ​ອ໋ອນ ທີ່​ປຶກສາ​ດ້ານ​ກົດໝາຍ ຈຳກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຄະນະ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ ຂອງ​ຂະ​ບວນ​ການ​ກິລາ ຢູ່​ກອງຮ້ອຍ​ກິລາ​ບານສົ່ງ ກອງ​ກິລາ​ກອງທັບ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ນຳ​ເອົາ​ເຄື່ອງ​ກິລາ​ດັ່ງກ່າວ ໄປ​ໝູນ​ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ