ກອງກວດ-ກູ້ລະເບີດເພື່ອມະນຸດສະທຳ 58 ສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດຂອງກອງທັບ
ເວລາອອກຂ່າວ: 2025-10-17 09:02:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1261 | ຄວາມນິຍົມ: ![]()
ໃນວັນທີ 15 ຕຸລາ 2025 ນີ້, ກອງກວດ-ກູ້ລະເບີດເພື່ອມະນຸດສະທຳ 58 ໄດ້ສ້າງຂະບວນການຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດຂອງກອງທັບຄື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 71 ປີ (23 ຕຸລາ 1954-23 ຕຸລາ 2025), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປາດຖະໜາ ບຸດຕີຈັກ ຫົວໜ້າການເມືອງສູນ 523, ມີຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບກອງກວດ-ກູ້ລະເບີດ ເຂົ້າຮ່ວມ.
ສະຫາຍ ພັນໂທ ແດງ ບຸດຕະວົງ ຫົວໜ້າການເມືອງກອງກວດ-ກູ້ລະເບີດເພື່ອມະນຸດສະທຳ 58 ໄດ້ໃຫ້ຮູ້ວ່າ: ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳ ຄັນຂອງຊາດຂອງກອງທັບຄື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບ ຊ່າງແສງ ຄົບຮອບ 71 ປີ (23 ຕຸລາ 1954-23 ຕຸລາ 2025), ກອງກວດ-ກູ້ລະເບີດເພື່ອມານຸດສະທຳ 58 ໄດ້ສ້າງຂະບວນການຕ່າງໆ ເປັນຕົ້ນແມ່ນຂະບວນການແຂ່ງຂັນກິລາມວນຊົນ ເຊິ່ງກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ລວມມີ 3 ປະເພດກິລາຄື: ກິລາບານເຕະ, ກິລາບານສົ່ງຊາຍ ແລະ ກິລາເປຕັງ. ຜ່ານການແຂ່ງຂັນຕົວຈິງສາມາດສະຫຼຸບຜົນໄດ້ຮັບຄື: ກິລາບານເຕະອັນດັບທີ 1 ແມ່ນໝວດສຳນັກງານ, ທີ 2 ແມ່ນໝວດ 2, ທີ 3 ແມ່ນໝວດ1, ກິລາບານສົ່ງອັນດັບທີ 1 ແມ່ນໝວດ3, ທີ 2 ແມ່ນໝວດສຳນັກ, ທີ 3 ແມ່ນໝວດ 2, ກິລາເປຕັງອັນດັບທີ 1 ແມ່ນໝວດ 3, ທີ 2 ແມ່ນໝວດ1 ແລະ ທີ 3 ແມ່ນໝວດສຳນັກ. ນອກຈາກຂະບວນການແຂ່ງຂັນກິລາແລ້ວຄະນະພັກຄະນະບັນຊາ ຍັງໄດ້ນຳພາ ພະນັກງານ-ນັກຮົບສ້າງຂະບວນການອອກແຮງງານລວມອານາໄມຄ້າຍຄູ, ປັກທຸງປິວຕາມເສັ້ນທາງອ້ອມຄ້າຍໃຫ້ມີຄວາມສວຍງາມຕື່ມອີກ.
ໂດຍ: ແສງອາລຸນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















