ຄະນະຮັບຜິດຊອບວຽກງານການເມືອງ ພົບປະຊີ້ນຳ ຄະນະຮັບຜິດຊອບກ້ອນເຫຼົ່າຮົບສື່ສານ
ເວລາອອກຂ່າວ: 2025-10-17 09:06:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1305 | ຄວາມນິຍົມ: ![]()
ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກ້ອນກຳລັງ ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້ໄດ້ຮັບຜົນດີ ໃນວັນທີ 15 ຕຸລາ 2025 ນີ້, ຄະນະຮັບຜິດຊອບວຽກງານການເມືອງ ນຳໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຊຸກຍູ້ ຄະນະຮັບຜິດຊອບກ້ອນກຳລັງຫັດແອບເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ກ້ອນກຳລັງເຫຼົ່າຮົບ ສື່ສານທີ່ໂຮງງານສື່ສານ 209 ໂດຍມີ ສະຫາຍ ພັນເອກ ອູລາລອນ ສີສຸນາມ ຮອງຫົວໜ້າກົມສື່ສານ ຄະນະຮັບຜິດຊອບກ້ອນສວນສະ ໜາມຂອງເຫຼົ່າຮົບສື່ສານ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ອະທິບາຍຕໍ່ຄະນະຮັບ ຜິດຊອບຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະ ນາ ສປປ ລາວ ຄົບຮອບ 50 ປີ ວ່າ: ໂດຍອີງຕາມ ຄຳແນະນຳ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາ
ກ້ອນກຳລັງຫັດແອບ, ຄຳແນະນຳ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຄັດເລືອກຜົນງານຍ້ອງຍໍ ຂອງນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມື້ນີ້, ຄະນະຮັບຜິດຊອບວຽກງານການເມືອງ ຈຶ່ງໄດ້ມາຊີ້ນຳບັນດາຄະນະຮັບຜິດຊອບກ້ອນກຳລັງ ໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບທິດຊີ້ນຳ ຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເຝິກຊ້ອມສຳເລັດຢ່າງມີປະສິດທິຜົນ. ເຊິ່ງທັງໝົດ ເພື່ອເປັນການທົບທວນມູນເຊື້ອ 50 ປີແຫ່ງການຕໍ່ສູ້ປົດປ່ອຍຊາດ
ຢ່າງມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເປັນການປຸກລະດົມ-ຊຸກຍູ້ຂະບວນການຮອບດ້ານໃນທົ່ວກອງທັບໃຫ້ມີຜົນງານຕົວຈິງ ໂດຍສະເພາະແມ່ນໄລຍະກະກຽມຫັດແອບກຳລັງ ເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ຄົບຮອບ 50 ປີ ໃຫ້ມີຂະບວນການຟົດຟື້ນຢ່າງແຂງແຮງ ແລະ ຕໍ່ເນື່ອງ ພ້ອມກັນນັ້ນ, ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລະອາດຫານ ຂອງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນການໂຄສະນາປຸກລະດົມ ສ້າງຂະບວນການ ໃນບັນດາກ້ອນກຳລັງສວນສະໜາມ ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາເນື້ອໃນການຫັດແອບ, ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ ຂອງສະໜາມຫັດແອບ, ຂໍ້ກຳນົດ ຂອງກອງທັບ, ປະຕິບັດກົດໝາຍຂອງລັດຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ການເດີນສວນສະໜາມໂອກາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄັ້ງນີ້ ມີຜົນສຳເລັດຈົບງາມ, ເປັນການປຸກລະດົມການປະຕິບັດໜ້າທີ່ການເມືອງຂອງບັນດາອະນຸກຳມະການ, ກຳລັງກ້ອນສວນສະໜາມນາຍ ແລະ ພົນທະຫານທີ່ຖືກແຕ່ງຕັ້ງເຂົ້າຮ່ວມຫັດແອບເດີນສວນສະໜາມໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ
ຄົບຮອບ 50 ປີ ໃຫ້ເປັນຂະບວນຟົດຟື້ນ, ແນໃສ່ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍປີສັນລະເສີນ ກົມກອງລວມໝູ່ ແລະ ບຸກຄົນ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມມາດຕະຖານເງື່ອນໄຂທີ່ໄດ້ວາງອອກ, ເລືອກໄດ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການກະກຽມ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເພື່ອຮັບປະກັນການກະກຽມ ແລະ ສະເຫຼີມສະ
ຫຼອງ ວັນສະຖາປະນາ ສປປ ລາວຄົບຮອບ 50 ປີ ມີຜົນສຳເລັດ ແລະ ເປົ້າໝາຍການຍ້ອງຍໍຕ້ອງຜ່ານຂະບວນການ ແຂ່ງຂັນທຸກຄົງເຂດວຽກງານທັງຮັບປະກັນ 4 ຄາດໝາຍການແຂ່ງຂັນ ຄື: ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ, ຖືກກົດໝາຍ ແລະ ເພື່ອໃຫ້ການຫັດແອບສວນສະໜາມຄັ້ງນີ້ ຮັບປະກັນໄດ້ຄວາມປອດໄພ 100%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















