ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ປະກາດ​ການ​ແຕ່ງຕັ້ງ​ໜ້າທີ່​ຂັ້ນ​ພະແນກການ ກົມ​ໃຫຍ່​ການເມືອງ​ກອງທັບ
ເວລາອອກຂ່າວ: 2025-10-17 09:15:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1273 | ຄວາມນິຍົມ:



ພິທີປະກາດ​ການ​ແຕ່ງຕັ້ງ​ໜ້າທີ່​ຂັ້ນ​ພະແນກການ ຂຶ້ນ​ກັບ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ຕຸລາ 2052 ນີ້, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ອຳພອນ ສຸກ​ວິ​ໄຊ ກຳມະການ​ຄະນະ​ພັກ​ກົມ​ໃຫຍ່, ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ບັນດາ​ຄະນະ​ຫ້ອງ, ພະແນກການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄອນ​ສະຫວັນ ແກ້ວ​ທອນ​ຈັນ ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ ການ​ແຕ່ງຕັ້ງໜ້າທີ່​ຂັ້ນ​ພະແນກການ ຂຶ້ນ​ກັບ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໃນ​ນີ້, ກົມ​ໃຫຍ່​ການເມືອງ​ກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນ​ໂທ ມະນີ​ແສງ ກົມ​ບຸດ​ຕະ​ວົງ ເປັນ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ, ສະຫາຍ ພັນ​ໂທ ສຸກ​ສາຄອນ ຈັນ​ຍາ​ຫານ ເປັນ​ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ, ສະຫາຍ ພັນ​ໂທ ຕ່ອມ​ຄຳ ໄຊ​ຍະ​ວົງ​ສັກ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ, ສະຫາຍ ພັນ​ໂທ ບຸນ​ຈະເລີນ ລຸດ​ຈະ​ດາ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ນະໂຍບາຍ, ສະຫາຍ ພັນ​ໂທ ສີ​ຈັນ ສີ​ລິ​ວົງ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ, ສະຫາຍ ພັນ​ຕີ ວິໄລ​ສັກ ພອນ​ຄຳ​ປານ ເປັນ​ຮອງຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ, ສະຫາຍ ພັນ​ຕີ ກອງ​ຄຳ ດາ​ວັນ​ຄຳ ເປັນ​ຮອງ​ຫົວ ໜ້າ​ພະ​ແນກ​ພະນັກງານ, ສະຫາຍ ຮ້ອຍ​ເອກ ນາດຕະສິນ ວຸດ​ທິ​ວົງ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນ. ພ້ອມ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ພະນັກງານ​ຊ່ວຍ​ວຽກ ຂອງ​ພະແນກການ ຈຳນວນ​ໜຶ່ງ ຕື່ມ​ອີກ. ໂອກາດ​ນີ້, ສະຫາຍ ພັນ​ເອກ ອຳພອນ ສຸກ​ວິ​ໄຊ ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໜ້າທີ່​ໃໝ່ ໃນ​ຄັ້ງ​ນີ້, ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງທີ່​ໄດ້​ຮັບ​ມອບ​ໝາຍ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແບບແຜນ​ການ​ດຳລົງ​ຊີວິດ​ທີ່​ດີ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ມີ​ວິທະຍາສາດ, ເຮັດ​ວຽກ​ເປັນ​ໝູ່​ຄະນະ ແບ່ງ​ໃຫ້​ບຸກຄົນ​ຮັບຜິດຊອບ, ກ້າ​ເຮັດ​ກ້າ​ຕັດສິນ​ໃຈ ແລະ ຍ້ອມ​ຮັບ​ໃນ​ສິ່ງ​ທີ​ຖືກຕ້ອງ, ພ້ອມ​ກັນ​ພັດທະນາ​ພະແນກການ​ຂອງ​ຕົນໃຫ້​ໜັກ​ແໜ້ນ​ເຂັ້ມແຂງ ເຮັດ​ໃຫ້​ທົ່ວ​ຫ້ອງ​ການເມືອງ ການ​ກົມ​ໃຫຍ່​ການເມືອງ​ກອງທັບ ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ທັນ​ສະໄໝ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ