ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃນກົມກອງ
ເວລາອອກຂ່າວ: 2025-10-17 09:17:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1299 | ຄວາມນິຍົມ: ![]()
ຫ້ອງພະລາທິການ ກອງພົນທີ 1 ນອກຈາກຈະເຄື່ອນໄຫວຕາມພາລະບົດບາດ ໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫັນລົງກໍ່ສ້າງຮາກຖານການເມືອງ ສາມາດເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານດີແລ້ວ, ຄະນະພັກ-ຄະນະບັນຊາ ຍັງຖືສຳຄັນ ຕໍ່ການນຳພາເຮັດວຽກວິຊາສະເພາະຂອງຕົນ ເຊິ່ງແມ່ນວຽກງານໜຶ່ງ ປຽບເໝືອນສາຍພານລຳລຽງທີ່ສຳຄັນຂອງກອງພົນ ໃນການເບີກຈ່າຍ, ປັບ ປຸງພື້ນຖານໂຄງລ່າງ ແລະ ຊີ້ນຳວຽກງານການຜະລິດແກ້ໄຂຊີວິດການເປັນຢູ່ ຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອແກ້ໄຂຊີວິດການເປັນຢູ່ປະຈຳວັນ ຂອງພະນັກງານ-ນັກຮົບ ໃຫ້ມີຄວາມຮັບປະກັນໃນຂັ້ນພື້ນຖານ ທັງສາມາດສ້າງລາຍຮັບໝູນໃຊ້ເຂົ້າ ໃນການປັບປຸງກໍ່ສ້າງ ດ້ານພື້ນ ຖານໂຄງລ່າງຕ່າງໆ ຂອງກົມກອງ ໃຫ້ມີຄວາມແໜ້ນໜາຖາ ວອນ, ເປັນລະບຽບຈົບງາມ ຕາມທິດສ້າງກອງວັດທະນະທຳ ແລະ ເຮັດໃຫ້ກົມກອງນັບມື້ມີໃບໜ້າໃໝ່ພົ້ນເດັ່ນຂຶ້ນເປັນກ້າວໆ.
ສະຫາຍ ພັນໂທ ສີພັນດອນ ແກ້ວກັນຍາ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1 ໄດ້ໃຫ້ຮູ້ວ່າ: ຍ້ອນຄະນະພັກ-ຄະນະບັນຊາ ຫ້ອງພະລາທິການ ໄດ້ມີຄວາມສະດຸ້ງໄວຕໍ່ແນວທາງຂອງພັກ-ລັດ ໂດຍສະເພາະແມ່ນແນວທາງເສດຖະກິດ ກໍຄື ເນື້ອ ໃນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ບວກກັບການຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອມຊຶມກຳແໜ້ນໜ້າທີ່ການເມືອງຂອງກົມກອງ ທັງຮູ້ປຸກລະດົມຊຸກຍູ້ພະນັກງານ-ນັກຮົບ ພ້ອມກັນສ້າງຄວາມຕັດສິນໃຈບຸກບືນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ເຂົ້າຮ່ວມຂະບວນການຕ່າງໆ ທີ່ຄະນະພັກ-ຄະນະບັນຊາ ກອງພົນທີ 1 ວາງອອກ ໂດຍສະເພາະແມ່ນຂະບວນການເພີ່ມພູນຜະ ລິດຜົນ ປູກຝັງ-ລ້ຽງສັດ ຢ່າງເປັນຂະບວການຟົດຟື້ນແຂງແຮງ ແລະ ມີຈຸດສຸມນັ້ນ ຈຶ່ງເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ ແລະ ຊີວິດວັດທະນະທຳໃນກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ໃນເງື່ອນໄຂສະພາບເສດຖະກິດລວມຂອງຊາດ ໃນປັດຈຸບັນ ທີ່ກຳລັງປະເຊີນໜ້າກັບບັນຫາການເໜັງຕີງ ຂອງສະພາບເສດຖະ ກິດໂລກ ແລະ ພາກພື້ນໃນຫຼາຍດ້ານ, ວຽກງານພະລາທິການ ແກ້ໄຂຊີວິດການເປັນຢູ່ ຍິ່ງມີບົດ ບາດ ແລະ ມີຄວາມຈຳເປັນໃນ ກອງທັບ ທັງໝົດນັ້ນ, ຫ້ອງພະ ລາທິການ ກອງພົນທີ 1 ໄດ້ຖືເປັນ ປັດໄຈໜຶ່ງທີ່ສຳຄັນໃນການປະ ກອບສ່ວນຕັດສິນຜົນສຳເລັດຂອງໜ້າທີ່ວຽກງານລວມ ຂອງກົມກອງ ສະນັ້ນ, ຄະນະພັກ-ຄະ ນະບັນຊາ ຫ້ອງພະລາທິການຈຶ່ງ ໄດ້ເອົາໃຈໃສ່ວຽກງານປັບປຸງ ກໍ່ສ້າງກຳລັງພະລາທິການໃຫ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການຢ່າງພຽງພໍ ແລະ ໄດ້ສຶກສາອົບຮົມທາງດ້ານທັດ ສະນະແນວຄິດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງທຸກຂັ້ນຄຽງຄູ່ກັບຈິດໃຈປະຕິວັດບຸກ ຂອງພະນັກງານ-ນັກຮົບ ໃນການ ເຮັດວຽກງານພະລາທິການໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.
ສະຫາຍ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1 ຍັງ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 1 ປີ ຜ່ານມານີ້, ຄະນະພັກ-ຄະນະບັນ ຊາ ຫ້ອງພະລາທິການ ໄດ້ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ເປັນເສນາທິການໂດຍກົງ ແລະ ຮອບດ້ານ ໃຫ້ຜູ້ບັນຊາທາງດ້ານວຽກງານຮັບປະກັນພະລາທິການ ປະກອບສ່ວນໃຫ້ກົມກອງ ເຮັດສຳເລັດໜ້າທີ່ກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ, ອົບຮົມ-ຫັດແອບ ແລະ ວຽກງານປັບປຸງກໍ່ ສ້າງພື້ນຖານໂຄງລ່າງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ໂດຍຖືເອົາວຽກງານຄຸ້ມຄອງທັບ-ລ້ຽງດູທັບ, ຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໄດ້ກິນອີ່ມ, ນຸ່ງອຸ່ນ ແລະ ຈັດຕັ້ງປະຕິບັດແຜນ ການງົບປະມານຕາມລະບອບອັດຕາຂັ້ນເທິງກຳນົດ ໄປຄຽງຄູ່ກັບການຂຸດຄົ້ນທ່າແຮງບົ່ມຊ້ອນໃນກົມກອງ ສ້າງແຫຼ່ງສະໜອງວັດຖຸພະລາທິການ ຕາມທິດນຳກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໃຫ້ປະກົດຜົນເປັນຈິງດັ່ງນັ້ນ, ຫ້ອງພະລາ ທິການກອງພົນທີ 1 ສາມາດສ້າງ ໄດ້ຜົນງານຫຼາຍດ້ານ ເປັນຕົ້ນ ແມ່ນຮັບປະກັນດ້ານວຽກງານກຽມພ້ອມສູຮົບ, ຮັບປະກັນວຽກ ງານແກ້ໄຂຊີວິດການເປັນຢູ່ ແລະ ການ ຈັດຕັ້ງລ້ຽງດູທັບ ໃນນັ້ນ, ທົ່ວກອງພົນ ມີດິນທັງໝົດ 76 ຕອນ, ເນື້ອທີ່ 16.589,04 ເຮັກຕາ ໃນນີ້, ດິນທຳການຜະລິດ (ປູກຝັງ-ລ້ຽງສັດ) ມີຈຳນວນ 15 ຕອນ ເນື້ອທີ່ທັງໝົດ 1.422,49 ເຮັກ ຕາ, ໂດຍປະຕິບັດຕາມທິດຊີ້ນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາ ທິການກອງທັບວາງອອກ ກອງພົນໄດ້ສຸມໃສ່ຂຸດຄົນທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີໃນກົມກອງເຂົ້າໃນການປູກ-ການລ້ຽງ ເພື່ອແນໃສ່ແກ້ໄຂຊີ ວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ໃນເນື້ອທີ່ດິນດັ່ງກ່າວ ສາມາດປູກຜັກຊະນິດຕ່າງໆ ໄດ້ 358.857 ກິໂລກຣາມ, ປູກພືດເປັນສິນຄ້າ 401.571 ກິໂລກຣາມ, ປູກເຂົ້ານາ ເນື້ອທີ່ 2 ເຮັກຕາ ຜົນຜະລິດເຂົ້າເປືອກ 2.950 ກິໂລກຣາມ, ຢາງພະລາ ເກັບກູ້ໄດ້ 9.086 ກິໂລກຣາມ, ສັດລ້ຽງຂອງກົມກອງ ມີຄວາຍ 27 ໂຕ, ງົວ 406 ໂຕ, ໝູລາດ 96 ໂຕ, ໝູພັນຊີ້ນ 10 ໂຕ, ແບ້ 173 ໂຕ, ສັດປີກ 24.434 ໂຕ, ມີໜອງປາ 20 ໜອງ, 16 ອ່າງ, ປ່ອຍປາ-ກົບ 61.590 ໂຕ, ເອົາອອກຂາຍໄດ້ 2.028,6 ກິໂລ ກຣາມ ລວມຍອດລາຍຮັບຈາກ ການປູກ-ການລ້ຽງ ທົ່ວກອງພົນທີ 1 ໄດ້ 6.578.494.000 ກີບ ໃນນັ້ນ, ຮັບຈາກການປູກຝັງ 3.761.977.000 ກີບ ແລະ ລາຍຮັບຈາກການລ້ຽງສັດ 2.816.517.000 ກີບ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















