ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2025-10-17 10:39:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 658 | ຄວາມນິຍົມ: ![]()
ໃນວັນທີ 16 ຕຸລາ 2025 ນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ວິທະຍາຄານການແພດກອງທັບ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະອໍານວຍການ ວິທະຍາຄານການແພດກອງທັບ, ແຂກຖືກເຊີນ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນເອກ ຮສ ປອ ກິ່ງແກ້ວ ແສງຄໍາຢອງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມ ວິທະຍາຄານການແພດກອງທັບ ໄດ້ລາຍງານຈຸດພິເສດ, ທີ່ງຕັ້ງ, ພາລະບົດບາດ ຂອງວິທະຍາຄານການແພດກອງທັບ ລວມທັງການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍຫຍໍ້ ໃຫ້ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຮັບຊາບ ໃນການເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ທາງດ້ານວຽກງານການກໍ່ສ້າງຊັບພະຍາກອນມະນຸດດ້ານການແພດ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະອໍານວຍການ ໃນການນໍາພາ-ຊີ້ນໍາ ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ ວິທະຍາຄານການແພດກອງທັບ ສາມາດສ້າງໄດ້ຜົນງານພົ້ນເດັ່ນຫຼາຍດ້ານໃນໄລຍະທີ່ຜ່ານມາ ແລະ ເນັ້ນໜັກຫຼາຍບັນຫາທີ່ສໍາຄັນໃຫ້ສືບຕໍ່ເອົາໃຈໃສ່ໃນຕໍ່ໜ້າໂດຍສະເພາະນັກສຶກສາ ໃຫ້ຕັ້ງໜ້າຄົ້ນຄວ້າບົດຮຽນ, ຮູ້ໝູນໃຊ້ນໍາເອົາຄວາມຮູ້ບັນດາບົດຮຽນທີ່ໄດ້ຮັບການຖ່າຍທອດຈາກຄູ-ອາຈານ ເພື່ອນໍາໄປຜັນຂະຫຍາຍໃຫ້ມີຄວາມກ້າວໜ້າຂຶ້ນ, ກ້າຄິດ, ກ້າສະແດງອອກ, ມີຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບການມອບໝາຍ, ມີຄວາມສາມັກຄີ, ຈິງໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຄົ້ນຄວ້າແກ້ໄຂບັນຫາຮ່ວມກັນ, ມີສະຕິເຄົາລົບຂໍ້ກໍານົດ, ກົດລະບຽບຂອງກອງທັບ ກໍຄືກົດລະບຽບ ຂອງວິທະຍາຄານວາງອອກຢ່າງເຂັ້ມງວດ, ມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ ພ້ອມນັ້ນ, ຄະນະພັກ-ຄະນະບັນຊາ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ນັກສຶກສາໃຫ້ເລິກເຊິ່ງເຖິງຖອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະ, ສືບຕໍ່ປັບປຸງລະບົບການຮຽນ-ການສອນ, ປັບປຸງການຈັດຕັ້ງຢ່າງມີເປົ້າໝາຍສືບທອດປ່ຽນແທນ, ສັບຊ້ອນພະນັກງານ ຄູ-ອາຈານ ໃຫ້ຖືກຕາມຄວາມສາມາດຂອງບຸກຄົນ, ສ່ວນອຸປະກອນການຮຽນ-ການສອນ, ອາຄານຮຽນ ໃຫ້ສືບຕໍ່ປົກປັກຮັກສານໍາໃຊ້ຍາວນານ ແລະ ພົວພັນຮ່ວມມືກັບປະເທດເພື່ອນມິດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນຮ່ວມກັນ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















