ຫ້ອງພະລາທິການ ທະຫານແຂວງບໍລິຄຳໄຊ ພົບປະແລກປ່ຽນບົດຮຽນກັບ ຫ້ອງພະລາທິການ ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-11-13 09:01:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 630 | ຄວາມນິຍົມ: ![]()
ວັນທີ 7 ພະຈິກ 2025, ຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ພັນເອກ ດາວພະຫັດ ພູມສະຫວ່າງວິ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບ ຫ້ອງພະລາທິການ ກອງບັນຊາການທະຫານແຂວງວຽງຈັນ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ທອງໄຊ ພັນສະໃໝ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ທອງໄຊ ພັນສະໃໝ ໄດ້ຍົກໃຫ້ເຫັນສະພາບລວມ ໃນການຈັດຕັ້ງປະຕິບັດ ນຳພາ-ຊີ້ນຳ ຂົງເຂດວຽກງານພະລາທິການ ຢູ່ ກອງບັນຊາການທະຫານແຂວງວຽງຈັນ; ໃນໄລຍະຜ່ານມາ ພະນັກງານ-ນັກຮົບໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຝິກຝົນຫຼໍ່ຫຼອມຕົນເອງໄປຕາມແນວທາງຂອງພັກ-ລັດ, ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ເພື່ອຮັບປະກັນໃນລະບອບອັດຕາທີ່ຂັ້ນເທິງກຳນົດໃນການສະໜອງວຽກງານອຸປະໂພກ-ບໍລິໂພກໃຫ້ແກ່ກົມກອງ ເພື່ອການລ້ຽງດູທັບ, ຮັບໃຊ້ວຽກງານທຸກຂະແໜງການຂອງກົມກອງ ຄຽງຄູ່ກັບ ການປະຕິບັດທິດຊີ້ນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ, ລ້ຽງສັດ ແລະ ການບໍລິການສ້າງລາຍຮັບເຂົ້າກົມກອງ; ຈາກນັ້ນ, ທັງສອງຝ່າຍ ກໍໄດ້ມີຄຳເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ຖອດຖອນ ບົດຮຽນກ່ຽວກັບ ຮູບການ ແລະ ວິທີການຈັດຕັ້ງປະຕິບັດສັນຍາ ຮ່ວມມືດ້ານການຜະລິດກະສິກຳກັບນັກທຸລະກິດຢູ່ກອງບັນຊາການທະຫານແຂວງວຽງຈັນ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນຕໍ່ໜ້າ.
ໃນວັນດຽວກັນນີ້, ສະຫາຍ ພັນເອກ ທອງໄຊ ພັນສະໃໝ ກໍໄດ້ນຳພາ ຄະນະຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄປຢ້ຽມຊົມ ສວນໝາກ ພ້າວນ້ຳຫອມຢູ່ເຂດ ຜະລິດກະສິ ກຳທົ່ງຮາບ ແລະ ລ້ຽງສັດປະສົມປະສານ ເຊິ່ງມີເນື້ອທີ່ທັງໝົດ 25 ເຮັກຕາ ທີ່ໄດ້ຮ່ວມມືກັບ ບໍລິສັດ ເພື່ອເປັນການສົ່ງເສີມການຜະລິດກະສິກຳໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ອ້າຍນ້ອງມີຄວາມກະຕືລືລົ້ນ, ມີຄວາມຮັກມັກໃນການປູກຝັງ-ລ້ຽງສັດ ທີ່ເປັນມູນເຊື້ອຂອງກອງທັບມາແຕ່ດົນນານ, ເພື່ອຫັນມາພັດທະນາ ກົມກອງ, ຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.
ໂດຍ: ສາຍຄຳ ພອນມະນີ
ພາບ: ເລມ໋ອນ ສຸວັນນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















