ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ປະກາດແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນຫົວໜ້າການທະຫານ ກົມ 213
ເວລາອອກຂ່າວ: 2025-11-13 09:39:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1297 | ຄວາມນິຍົມ:



ພິທີປະກາດ ການແຕ່ງຕັ້ງຫົວໜ້າການທະຫານກົມ ແລະ ບົ່ງຕົວແຕ່ງຕັ້ງກຳມະການຄະນະບໍລິຫານງານພັກ,ກຳມະການຄະນະປະຈຳພັກ,ຮອງເລຂາຄະນະພັກ ກົມ 213 ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າຄະນະກໍາມະການຫ້ອງການ ປກຊ-ປກສ ສູນກາງ, ກົມກ່ຽວຂ້ອງ, ໂຮງຮຽນ, ກົມກອງຮາກຖານ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມ ພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການທະຫານ ກົມ 213 ກະຊວງປ້ອງກັນປະເທດ,ໂດຍອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ,ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນຫົວໜ້າການທະຫານ ກົມ 213 ຜູ້ໃໝ່,ຈາກນັ້ນ ໄດ້ຜ່ານມະຕິຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງປ່ຽນແທນກຳມະການຄະນະບໍລິຫານງານພັກ,ກຳມະການປະຈຳພັກແລະ ຮອງເລຂາຄະນະບໍລິຫານງານພັກ ກົມ 213 ,ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນກຳມະການບໍລິຫານງານພັກ,ກຳມະການຄະນະປະຈຳພັກ,ທັງເປັນຮອງເລຂາຄະນະບໍລິຫານພັກ ກົມ 213 ປ່ຽນແທນ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ. ພ້ອມດຽວກັນນີ້ ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄຊເຈີ້ນ ຈັນທະລາ ເປັນຫົວໜ້າຫ້ອງເສນາທິການ ກົມ 213 ຜູ້ໃໝ່ ປ່ຽນແທນ ສະຫາຍ ພັນເອກ ສິດ ພົມມະຂັນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງການຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ຫຼາຍບັນຫາ ສຳຄັນ ພ້ອມທັງຮຽກຮ້ອງໃຫ້ ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັບຄະນະພັກ-ຄະນະແຕ່ລະຂັ້ນ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາມາເປັນແນວທາງ ແລະ ບ່ອນອີງ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນພັດທະນາກົມກອງໃຫ້ນັບມື້ເຂັ້ມແຂງ. ໂດຍ: ຈິດ ເພັດພູທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ