ມອບເຄື່ອງບໍລິໂພກ ຊຸກຍູ້ໃຫ້ກ້ອນກຳລັງສວນສະໜາມປ້ອງກັນຕົວ
ເວລາອອກຂ່າວ: 2025-11-13 16:06:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1022 | ຄວາມນິຍົມ: ![]()
ວັນທີ 13 ພະຈິກ 2025 ນີ້, ຫ້ອງການກຳມະບານກອງທັບ ຮ່ວມກັບ ສະຫະພັນກຳມະບານ ກະຊວງກະສິກຳ ແລະ ສິ່ງເເວດລ້ອມ ໄດ້ນໍາເອົາເຄື່ອງບໍລິໂພກ ມອບກ້ອນກໍາລັງສວນສະໜາມປ້ອງກັນຕົວສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຢູ່ວິທະຍາຄານພະລາທິການກອງທັບ, ຕາງໜ້າກ່າວມອບ ໂດຍ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ກຳມະການຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກໍາມະບານ ກະຊວງປ້ອງກັນປະເທດ ແລະ ຕາງໜ້າກ່າວຮັບ ໂດຍສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ຫົວໜ້າຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ, ມີ ທ່ານ ນາງ ພັດສະລີ ພິດສະໄໝ ຮອງປະທານສະຫະພັນກຳມະບານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີນໍ້າດື້ມ, ສະປອນເຊີ ລວມມູນຄ່າ 13.000.000 ກີບ, ຈຸດປະສົງ ເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ໃນກ້ອນກຳລັງສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມ ສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນສູງ.
ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ໄດ້ສະແດງຄວາມຂອບໃຈ ຕໍ່ຫ້ອງການກໍາມະບານກອງທັບ ແລະ ສະຫະພັນກຳມະບານ ກະຊວງກະສິກຳ ແລະ ສິ່ງເເວດລ້ອມ ທີ່ເຫັນໄດ້ຄວາມສຳຄັນ ຂອງວຽກງານເຝິກຊ້ອມຫັດແອບສວນສະໜາມ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ນໍາເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້, ພ້ອມທັງກ່າວວ່າຈະນຳເອົາເຄື່ອງດັ່ງກ່າວ ໄປມອບໃຫ້ບັນດາອ້າຍ-ນ້ອງ ກ້ອນສວນສະໜາມປ້ອງກັນຕົວໃຫ້ທົ່ວເຖິງ. ພ້ອມທັງ ໄດ້ມອບໃບກຽດຕິຄຸນໃຫ້ ຫ້ອງການກຳມະບານກອງທັບ ເເລະ ສະຫະພັນກຳມະບານ ກະຊວງກະສິກຳ ເເລະ ສິ່ງເເວດລ້ອມອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














