ກອງບັນຊາການທະຫານແຂວງສະຫວັນນະເຂດ ສະຫຼຸບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ
ເວລາອອກຂ່າວ: 2025-11-17 09:30:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 653 | ຄວາມນິຍົມ: ![]()
ໃນວັນທີ 10 ພະຈິກ 2025 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວຈັດຕັ້ງ ການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູອາໄສທົ່ວກົມກອງ ຄັ້ງທີ 5 ປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະວິຊາການຈາກກະຊວງປ້ອງກັນປະເທດ ແລະ ຄະນະວິຊາການພາຍໃນກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກັນຍາ ດວງປັນຍາ ຫົວໜ້າພະແນກກຳລັງພົນ ກອງບັນຊາການທະຫານແຂວງສະຫວັນນະເຂດ ທັງເປັນຄະນະຊີ້ນຳ ການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນກອງບັນຊາການ ໄດ້ສະຫຼຸບຕີລາຄາຄືນ ວຽກງານການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງ ຄັ້ງທີ 5 ປີ 2025, ເຊິ່ງເຫັນ
ວ່າ ແຕ່ລະຄະນະວິຊາການສຳຫຼວດ ໄດ້ເອົາໃຈໃສ່ເຮັດວຽກງານຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ ຈົນສາມາດເຮັດສຳເລັດກ່ອນຄາດໝາຍທີ່ຂັ້ນເທິງກຳນົດໄວ້. ການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້ ຂໍ້ສະດວກ ຂັ້ນເທິງໄດ້ເອົາໃຈໃສ່ໃກ້ຊິດຕິດແທດ, ສະໜອງງົບ
ປະມານ ແລະ ອຸປະກອນຮັບໃຊ້ເກັບກຳຂໍ້ມູນວຽກງານດັ່ງກ່າວ, ຂໍ້ຫຍຸ້ງຍາກ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ບາງກົມກອງຝົນຕົກ, ບາງບ່ອນກໍຕົກໜັກ, ບາງຈຸດກໍໄປຍາກ ແຕ່ກໍສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ



