ມອບ-ຮັບ ໜ້າທີ່ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2025-11-18 08:50:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ: ![]()
ວັນທີ 12 ພະຈິກ 2025, ຫ້ອງການບໍລິຫານ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ມອບ-ຮັບ ໜ້າທີ່ ຮອງຫົວໜ້າຫ້ອງການ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເທີນ ອ່ອນພະຈັນ ຮອງຫົວໜ້າຫ້ອງການກອງບັນຊາການທະຫານແຂວງຜົ້ງສາລີ (ຜູ້ເກົ່າ) ໄດ້ຜ່ານບົດບັນທຶກ ມອບ-ຮັບ ວຽກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະທີ່ຜ່ານມາ, ຈາກ ນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບ ວຽກໃຫ້ ສະຫາຍ ພັນໂທ ນາງ ສຸວັນທາ ຈັນດາວົງ ແລະ ສະຫາຍ ພັນໂທ ຈັນເຊີນ ຄຳປະເສີດ ຮອງຫົວໜ້າຫ້ອງ ການ ກອງບັນຊາການທະຫານແຂວງຜົ້ງສາລີ (ຜູ້ໃໝ່).
ສະຫາຍ ພັກເອກ ສົມຈັນ ລອດສຸລີ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໂດຍສະເພາະແມ່ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຊອກຮູ້ຮໍ່າຮຽນແບບແຜນວິທີເຮັດວຽກ, ເປັນແບບຢ່າງນຳໜ້າໃນການນຳພາ-ບັນຊາ, ເຮັດວຽກເປັນໝູ່ຄະນະ ພ້ອມກັນເຮັດສຳ ເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















