ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະຊາວໜຸ່ມ 3 ກະຊວງ ມອບເຄື່ອງບໍລິໂພກ ໃຫ້ບັນດາກ້ອນສວນສະໜາມ
ເວລາອອກຂ່າວ: 2025-11-18 15:19:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 823 | ຄວາມນິຍົມ: ![]()
ໃນວັນທີ 18 ພະຈິກ 2025 ນີ້, ຫ້ອງການຊາວໜຸ່ມກອງທັບ ແລະ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາເອົາເຄື່ອງບໍລິໂພກ ປະກອບມີ: ເຄື່ອງດື່ມຊູກໍາລັງ ແລະ ນໍ້າດື່ມ ລວມມູນຄ່າ 11 ລ້ານກ່ວາກີບ ມາມອບໃຫ້ບັນດາກ້ອນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຢູ່ກອງພັນໃຫຍ່ 605, ຕາງໜ້າກ່າວມອບ ໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ແລະ ສະຫາຍ ປອ ດວງຕາ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ກ່າວວ່າ: ຈຸດປະສົງແມ່ນເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈ ພະນັກງານ-ນັກຮົບ ໃນກ້ອນກຳລັງ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມ ສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຄວາມເປັນເອກະພາບ, ງົດງາມ, ຄ່ອງແຄ່ວ ແລະ ໄດ້ຮັບໝາກຜົນສູງ.
ໂອກາດດັ່ງກ່າວນີ້ ສະຫາຍ ພັນເອກ ໄມສີ ມາວັນດີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະຊາວໜຸ່ມ 3 ກະຊວງ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານເຝິກ ຊ້ອມຫັດແອບສວນສະໜາມ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຶ່ງໄດ້ນໍາເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນ ວຽກງານສໍາຄັນຕ່າງໆ ພ້ອມທັງກ່າວວ່າ ຈະນໍາເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ບັນດາ ອ້າຍ-ນ້ອງ ກ້ອນສວນສະໜາມໃຫ້ທົ່ວເຖິງ.
ໃນວັນດຽວກັນ, ຄະນະດັ່ງກ່າວກໍໄດ້ນໍາເອົາເຄື່ອງບໍລິໂພກປະກອບມີ: ເຄື່ອງດື່ມຊູກຳລັງ ແລະ ນໍ້າດື່ມ ລວມມູນຄ່າ 6 ລ້ານກ່ວາກີບ ມາມອບໃຫ້ ສູນ 13 ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ສີສະຫວັດ ຈັນທະວົງ ຫົວໜ້າການທະຫານສູນ 13 ພ້ອມດ້ວຍຄະນະ.
ໂດຍ: ອານຸສອນ ສິມວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















