
ກວດພົບເງິນບໍ່ມອບເຂົ້າງົບປະມານ 433 ຕື້ກວ່າກີບ
ເວລາອອກຂ່າວ: 2019-11-18 09:59:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:
ແຫຼ່ງຂ່າວຈາກໜັງສືພິມ ເສດຖະກິດການຄ້າລາຍງານໃຫ້ ຮູ້ວ່າ: ອົງການກວດສອບແຫ່ງລັດ ກວດສອບພົບລາຍຮັບປີ 2018 ບໍ່ມອບເຂົ້າງົບປະມານ 433 ຕື້ ກວ່າກີບ, ຂະແໜງສ່ວຍສາອາ ກອນພົບຫຼາຍສຸດ 263 ຕື້ກວ່າກີບ ໂດຍສະເພາະຢູ່ສູນກາງ.
ທ່ານ ນາງ ວຽງທອງ ສີພັນ ດອນ ປະທານອົງການກວດສອບ ແຫ່ງລັດກ່່າວຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VIII ທີ່ພວມດໍາ ເນີນຢູ່ໃນປັດຈຸບັນວ່າ: ຜົນການ ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປະຈຳປີ 2018 ອົງການກວດສອບແຫ່ງລັດໄດ້ ເລີ່ມດຳເນີນການກວດສອບແຕ່ ເດືອນມັງກອນ ເຖິງເດືອນຕຸລາ 2019 ແລະ ສຳເລັດຕາມແຜນ ການ 99 ເປົ້າໝາຍ ເຊິ່ງເປັນເປົ້າ ໝາຍຕົ້ນຕໍຕາມແຜນສະພາແຫ່ງ ຊາດຮັບຮອງ, ໄດ້ລົງເລິກກວດ ສອບເອກະສານລາຍງານການ ເງິນ, ຄວາມສອດຄ່ອງດ້ານກົດ ໝາຍ ໂດຍຕີລາຄາການຄຸ້ມຄອງ ລາຍຮັບ, ລາຍຈ່າຍ ງົບປະມານ ແຫ່ງລັດ. ດ້ານລາຍຮັບ: ກວດ ສອບເຫັນເພີ່ມລາຍຮັບທີ່ບໍ່ມອບ ເຂົ້າງົບປະມານແຫ່ງລັດ 433,08 ຕື້ກີບ. ໃນນັ້ນ, ຂັ້ນ ສູນກາງ 288,28 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 144,80 ຕື້ກີບ ໂດຍມີຂະແໜງ ຄື: ສ່ວຍສາອາ ກອນ 263,93 ຕື້ກີບ. ໃນນັ້ນ, ຂັ້ນສູງກາງ 210,23 ຕື້ກີບ ແລະ ຂັ້ນ ທ້ອງຖິ່ນ 53,73 ຕື້ກີບ; ຄຸ້ມ ຄອງຊັບສິນຂອງຂັ້ນທ້ອງຖິ່ນ 9,28 ຕື້ກີບ; ລາຍຮັບອື່ນໆ 80,90 ຕື້ກີບ.ໃນນັ້ນ, ຂັ້ນສູນ ກາງ 4,39 ຕື້ກີບ ແລະ ທ້ອງ ຖິ່ນ 76,51 ຕື້ກີບ; ເງິນກອງທຶນ ຂອງລັດ 78,94 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 73,66 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 5,28 ຕື້ກີບ.
ໃນຂະນະທີ່ຜົນການສະຫຼຸບ ຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ອົງການກວດສອບແຫ່ງລັດໄດ້ ດຳເນີນການກວດສອບຄືນຕໍ່ ກັບມາດຕະການດ້ານລາຍຮັບ ລາຍຈ່າຍຈາກຜົນການກວດ ສອບສົກປີ 2017 ຢູ່ 6 ກະຊວງ ແລະ 14 ແຂວງ ເຊິ່ງບັນດາ ຫົວໜ່ວຍງົບປະມານ ໄດ້ມີຄວາມ ພະຍາຍາມແກ້ໄຂໄດ້, ແກ້ໄຂບໍ່ ທັນສຳເລັດ ແລະ ແກ້ບໍ່ໄດ້ຕາມຜົນການດຳເນີນການກວດສອບ ຄືນລາຍຮັບທີ່ກວດສອບເຫັນເພີ່ມ 239,64 ຕື້ກີບ. ໃນນັ້ນ, ສ່ວຍ ສາອາກອນ, ຊັບສິນ ແລະ ອື່ນໆ 157,13 ຕື້ກີບ. ໃນນັ້ນ, ຈຳນວນ 121,51 ຕື້ກີບ ໄດ້ຮັບການແກ້ໄຂ ມີ 109,78 ຕື້ກີບ ໂດຍ ໄດ້ມອບ ເຂົ້າງົບປະມານ 14,87 ຕື້ກີບ ແລະ ຈົດລາຍຮັບ-ຈົດລາຍຈ່າຍ ຈຳນວນ 94,91 ຕື້ກີບ, ໄດ້ເອົາ ລາຍຮັບທີ່ກວດສອບເຫັນເພີ່ມ ນຳໃຊ້ຈ່າຍນອກແຜນງົບປະມານ ສົກປີ 2018 ຈຳນວນ 11,73 ຕື້ກີບ, ຍອດເຫຼືອບໍ່ໄດ້ ມອບເຂົ້າ ງົບປະມານ 35,62 ຕື້ກີບ ເຊິ່ງ ສັງລວມຍອດເຫຼືອລາຍຮັບທີ່ ກວດສອບເຫັນເພີ່ມ ສົກ ປີ 2017 ສຳລັບບ້ວງນີ້ ມີ 47,35 ຕື້ກີບສະ ເໜີຈັດສັນເຂົ້າ ແຜນລາຍຮັບ ລາຍຈ່າຍໃນປີ 2020 ແລະ ລາຍ ຮັບວິຊາການ 82,36 ຕື້ກີບ ແລະ ເງິນກອງທຶນ 0,06 ຕື້ກີບ.
ຕໍ່ບັນຫາດັ່ງກ່າວນີ້ ສສຊ ຕ່າງ ໃຫ້ຄວາມສົນໃຈ ແລະ ສະເໜີ ແນະບາງມາດຕະການໃນການ ແກ້ໄຂຢ່າງສອດຄ່ອງ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ