
ອີທີແອລ ນຳສະເໜີເຄື່ອງໝາຍການຄ້າໃໝ່ ແລະ ເປີດນຳໃຊ້ 4,5 G
ເວລາອອກຂ່າວ: 2019-11-19 09:44:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:
ວັນທີ 15 ພະຈິກ 2019, ບໍລິສັດ ອີທີແອລ ຈຳກັດ ໄດ້ຈັດ ງານນໍາສະເໜີເຄື່ອງໝາຍການ ຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການ ໃໝ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ, ຢູ່ທີ່ໂຮງແຮມ
ແລນມາກ, ໂດຍການເປັນປະ ທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະ ຊວງໄປສະນີຄົມມະນາຄົມ ແລະ ການສື່ສານ, ເປັນກຽດເຂົ້າຮ່ວມມີ
ທ່ານ ປອ ທັນສະໄໝ ກົມມະສິດ ກຳມະການສູນກາງພັກ, ລັດຖະ ມົນຕີ ກະຊວງໄປສະນີຄົມມະນາ ຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUY UN) ຜູ້
ອໍານວຍການໃຫຍ່ ບໍລິສັດ ອີທີ ແອລ ຈໍາກັດ, ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນຈາກພາກລັດ ແລະ ເອກະຊົນ, ຕາງໜ້າສື່ມວນ ຊົນ, ລູກຄ້າ ແລະ ຮ້ານຕົວແທນຈໍາ ໜ່າຍ ຂອງ ອີທີແອລ ເຂົ້າຮ່ວມ.
ປັດຈຸບັນ ອີທີແອລ ເປີດໃຫ້ບໍ ລິການ 4,5G ແລ້ວ ໃນຈໍານວນ 1336 ຈຸດ ທົ່ວປະເທດ, ນອກ ຈາກນີ້ ອີທີແອລ ຍັງມີແຜນທີ່ຈະ
ສືບຕໍ່ຂະຫຍາຍພື້ນທີ່ໃຫ້ບໍລິການ 4,5G ຕື່ມອີກ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ລູກຄ້າທີ່ເພີ່ມຫຼາຍຂຶ້ນ. ເຊິ່ງທາງ ອີທີແອລເຫັນວ່າການສື່ສານແບບ ໄຮ້ສາຍໄດ້ຖືກພັດທະນາໄປຢ່າງ ໄວວາ ແລະ ເຮັດໄດ້ຫຼາຍຢ່າງຂຶ້ນ
ໄປເລື້ອຍໆຜູ້ບໍລິຫານລະດັບສູງ ຂອງ ອີທີແອລ ຢືນຢັນວ່າ ບໍລິສັດ ອີທີແອລ ຈຳກັດ ທີ່ເປັນໜຶ່ງ ໃນຜູ້
ໃຫ້ບໍລິການດ້ານການສື່ສານໂທ ລະຄົມມະນາຄົມ ໃນ ສປປ ລາວ ກໍບໍ່ໄດ້ລົດລະໃນການພັດທະນາ ຕົນເອງ ເພື່ອນໍາເອົາເຕັກໂນໂລ ຊີໃໝ່ໆ ທີ່ທັນສະໄໝ ແລະ ກ້າວ ໜ້າມາໃຫ້ບໍລິການແກ່ສັງຄົມ ລາວຕະຫຼອດມາ ແລະ ການເປີດ ນຳໃຊ້ 4,5G ໃນຄັ້ງນີ້ຖືເປັນຂີດ ໝາຍອັນສໍາຄັນຂອງວຽກງານ ການສື່ສານໂທລະຄົມມະນາຄົມ ຂອງລາວ ເວົ້າລວມ, ເວົ້າສະເພາະ
ກໍຄື ອີທີແອລ ແລະ ຜູ້ຊົມໃຊ້ໃນ ລາວຈະໄດ້ສໍາພັດກັບເທັກໂນໂລ ຢີທີ່ໄຮ້ສາຍ ແລະ ສາມາດຕິດຕໍ່ ກັນແບບບໍ່ມີຂີດຈຳກັດ ພ້ອມນີ້ ທາງບໍລິສັດອີທີແອລ ຍັງໄດ້ມີ ການພັດທະນາ, ຜະລິດຕະພັນ ໃໝ່, ເຄື່ອຂ່າຍໃໝ່ ແລະ ບໍລິການ ໃໝ່ທີ່ສາມາດຕອບໂຈດຂອງຜູ້ ຊົມໃຊ້ທາງໂທລະຄົມມະນາຄົມ ໄດ້ຢ່າງດີ ແລະ ແນ່ນອນວ່າ ອີທີ ແອລ ຈະບໍ່ຢຸດຢັ້ງໃນການພັດທະ ນາທາງດ້ານການສື່ສານ ເພື່ອ ຕອບສະໜອງການຊົມໃຊ້ທີ່ປ່ຽນ ແປງໄປເລື້ອຍໆ ແລະ ກ້າວໄປສູ່ ຍຸກຂອງ 5G ໃນອະນາຄົດອັນ ໃກ້ໆນີ້.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ