ລາວຟອດ ຈັບສະຫຼາກມອບໂຊກໃຫຍ່ໃຫ້ກັບລູກຄ້າ
ເວລາອອກຂ່າວ: 2019-11-20 13:28:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ: ![]()
ເມື່ອບໍ່ດົນມານີ້, ບໍລິສັດ ລາວຟອດຊີຕີ ໄດ້ຈັດງານຈັບສະ ຫຼາກມອບໂຊກ ລົດຟອດ Ecosport ECOBOOTS ຈຳນວນ 1 ຄັນ ແລະ ລາງວັນອື່ນໆ ເພື່ອ ເປັນການຄືນກໍາໄລໃຫ້ກັບລູກຄ້າ ທີ່ໄວ້ວາງໃຈໃນລົດຟອດ, ເຊິ່ງ ເງື່ອນໄຂລຸ້ນໂຊກກໍງ່າຍໆພຽງ ແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດຟອດທຸກລຸ້ນຕັ້ງແຕ່ໄລຍະ ເດືອນມັງກອນ 2019 ຫາ 30 ມິຖຸນາ 2019 ກໍຈະມີສິດລຸ້ນຮັບ ລາງວັນໃຫຍ່ ໂດຍຈະມີຄູປ໋ອງ ເພື່ອລຸ້ນຮັບໂຊກ ລາງວັນທີ 1 ລົດຟອດ Ecosport ECOBOOTS ຈໍານວນ 1 ຄັນ; ລາງ ວັນທີ 2 ສາຍຄໍຄໍາໜັກ 2 ບາດ ຈໍານວນ 5 ລາງວັນ; ລາງວັນທີ 3 ໂທລະສັບ Samsung Galaxy Note 10 ຈໍານວນ 5 ລາງ ວັນ.
ພາຍໃນງານ ແມ່ນເຕັມໄປ ດ້ວຍບັນດາແຂກຜູ້ມີກຽດ ແລະ ສັກຂີພະຍານຜູ້ຊົງຄຸນວຸດທິ ທີ່ ເປັນກຽດຈັບສະຫຼາກໃນຄັ້ງນີ້ ອີກດ້ວຍ ແລະ ລູກຄ້າຜູ້ໂຊກດີທີ່ ໄດ້ຮັບລາງວັນ ໄດ້ແກ່: ລາງວັນ ທີ 1 ຄື ທ່ານ ດາວອນ ທອງວິໄລ; ລາງວັນທີ 2 ທ່ານ ບ່ອງ ນິລາ ວັນ; ທ່ານ ໄກສອນ ສົນທິກຸມ ມານ; ທ່ານ ຄຳ ໄຊຍະວົງ; ທ່ານ ວັນນະສິດ ພວງມະໄລ; ທ່ານ ສິລິໂສພາ ສຸມຸນທາ ແລະ ລາງ ວັນທີ 3 ໄດ້ແກ່ ທ່ານ ສີສຸນົນ; ທ່ານ ນາງ ດາວອນ (ດາວອນ ອໍໂຕ້); ທ່ານ ມະໄລທອງ ແກ່ນ ສັກດາ; ບໍລິສັດ ເຊບລອນຄອບຟີ ແລະ ທ່ານ ວຽງສິງ ທອງມະນີ ວົງ.
ນອກຈາກນັ້ນ ລູກຄ້າຍັງສາ ມາດ ຕິດຕາມໂປໂມຊັ່ນພິເສດ ຫຼື ກິດຈະກໍາດີໆ ຈາກ ບໍລິສັດ ລາວ ຟອດຊີຕີໄດ້ໂດຍສາມາດຕິດຕາມ ໄດ້ທີ່ ເວັບໄຊ www.laoford city.com ຫລື ຕິດຕໍ່ທີ່ເບີ (+85621) 241 108, 244 408.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















