ຢ່າໃຫ້ຄວາມເຊື່ອມາແບ່ງແຍກຄວາມສາມັກຄີ
ເວລາອອກຂ່າວ: 2019-12-18 09:36:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:
ຄວາມເຊື່ອເປັນພະລັງແຮງ ໜຶ່ງທີ່ຊຸກຍູ້ໃຫ້ຄົນມີຄວາມພາກ ພຽນພະຍາຍາມ ແລະ ສູ້ຊົນ,
ອົດທົນຜ່ານຜ່າອຸປະສັກຄວາມ ຫຍຸ້ງຍາກ ເພື່ອກ້າວໄປສູ່ຈຸດໝາຍ ທີ່ຕົນເອງໃຝ່ຝັນຈະໄປໃຫ້ເຖິງ. ສ່ວນຄວາມສາມັກຄີເປັນປຶກ ແຜ່ນຂອງຄົນລາວທັງຊາດແມ່ນ ປັດໄຈຕັດສິນການຄົງຕົວ ແລະ ຂະ
ຫຍາຍຕົວຂອງຊາດລາວທີ່ທຸກ ຄົນຕ້ອງຮັກສາໄວ້ໃຫ້ໝັ້ນແກ່ນບໍ່ ໃຫ້ມີສັດຕູໂຕໃດມາແບ່ງແຍກໄດ້ເປັນອັນຂາດ.
ຄວາມເຊື່ອແມ່ນການຍອມ
ຮັບວ່າສິ່ງໃດສິ່ງໜຶ່ງເປັນຄວາມ ຈິງ ຫຼື ມີຕົວຕົນແທ້ຈິງ ໂດຍອີງ
ໃສ່ປະສົບການ, ການພິຈາລະ ນາຮິ່ນຕອງ ແລະ ການຕີລາຄາ ຕາມທີ່ໄດ້ເຫັນ ແລະ ໄດ້ຍິນມາ, ເຊິ່ງລວມມີຄວາມເຊື່ອກ່ຽວກັບປາກົດການ, ລັດທິການເມືອງ, ສາສະໜາ ແລະ ອື່ນໆ.
ເວົ້າສະເພາະຄວາມເຊື່ອໃນ
ເລື່ອງລັດທິ ແລະ ສາສະໜາເປັນ ເລື່ອງລະອຽດອ່ອນ ແລະ ຕິດພັນແໜ້ນກັບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າໃນວົງຄະນາຍາດ
ແຫ່ງຊາດລາວມາເປັນເວລາອັນ ຍາວນານ.
ຄວາມເຊື່ອເລື່ອງລັດທິ ແລະ ສາສະໜາໄດ້ມີວິວັດທະນາການ ເລື້ອຍມາເລີ່ມແຕ່ການເຊື່ອຖືຜີ ເຊັ່ນ: ຜີເຊື້ອ ຫຼື ຜີບັນພະບຸລຸດ, ເຊື່ອເລື່ອງວິນຍານ, ເລື່ອງເທວະ ດາຟ້າແຖນພະອິນພົມທັງຫຼາຍຈົນ ມາເຖິງເຊື່ອໃນພະເຈົ້າ ແລະ ເຊື່ອ
ໃນຫຼັກທຳຄໍາສອນຂອງສາດ ສະດາຜູ້ກໍ່ຕັ້ງສາສະໜາ. ເຊິ່ງບັນ ດາຜູ້ນັບຖືຕ່າງກໍພາກັນປະຕິບັດ ກິດຈະກຳທາງສາສະໜາທີ່ຕົນ ເຊື່ອວ່າຈະນໍາເອົາຄວາມສຸກມາ ໃຫ້ແກ່ຕົນດ້ວຍສັດທາອັນແຮງກ້າ.
ຢູ່ ສປປ ລາວມີຄົນນັບຖືລັດທິ ແລະ ສາສະໜາຫຼາຍຢ່າງຕ່າງ ກັນ, ໃນນັ້ນມີຄົນນັບຖືສາສະໜາ
ພຸດຄິດໄລ່ຕາມປະລິມານຂອງຊົນ ເຜົ່າຕ່າງໆໃນ 50 ຊົນເຜົ່າຄາດ ວ່າມີຢູ່ປະມານ 75%, ເຊິ່ງສ່ວນ ຫຼາຍແມ່ນນອນຢູ່ໃນຕະກຸນພາ ສາ ລາວ-ໄຕ 8 ຊົນເຜົ່າທີ່ກວມເອົາ 65% ຂອງປະຊາກອນທັງໝົດ, ບວກໃສ່ບາງຊົນເຜົ່າໃນຕະກຸນ
ພາສາມອນ-ຂະແມຢູ່ພາກກາງ
ແລະ ພາກໃຕ້ ແລະ ຊົນເຜົ່າຜູ້ນ້ອຍ ໃນຕະກຸນພາສາຈີນ-ທິເບດ. ນອກຈາກນັ້ນຍັງມີຜູ້ນັບຖືສາສະ ໜາ ຄຣິສຕ໌ ຫຼື ເຢຊູ, ສາສະໜາ ຊິກ, ສາສະໜາບາຮາຍ ແລະ ສາ
ສະໜາອິດສະລາມລວມກັນບໍ່ ກາຍ 5%. ສ່ວນທີ່ເຫຼືອຈາກ ນັ້ນແມ່ນນັບຖືຜີສືບທອດກັນມາ ແຕ່ບັນພະບຸລຸດ, ເຊິ່ງບາງຄົນເຂົ້າ ໃຈວ່າຈຳພວກເຊື່ອຖືຜີແມ່ນບໍ່ນັບ ຖືສາສະໜາກໍອາດແມ່ນແນວນັ້ນ ເພາະຜີບໍ່ແມ່ນສາສະໜາແຕ່ກໍ ແມ່ນລັດທິຄວາມເຊື່ອອັນໜຶ່ງ.
ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ2015 ມາດ ຕາ 43 ໄດ້ກຳນົດໄວ້ວ່າພົນລະ ເມືອງລາວມີສິດເສລີພາບໃນ ການເຊື່ອຖື ຫຼື ບໍ່ເຊື່ອຖືສາສະ ໜາທີ່ບໍ່ຂັດກັບກົດໝາຍ.
ຢູ່ໃນມາດຕາ 9 ຂອງລັດຖະ ທຳມະນູນສະບັບປັບປຸງປີ 2015 ກໍໄດ້ກຳນົດວ່າ: ລັດເຄົາລົບ ແລະ ປົກປ້ອງການເຄື່ອນໄຫວອັນຖືກ
ກົດໝາຍຂອງພຸດທະສາສະນິ
ກະຊົນ ແລະ ສາສະນິກະຊົນອື່ນ. ປຸກລະດົມສົ່ງເສີມພະພິກຂຸສົງສາ
ມະເນນ ແລະ ນັກບວດຂອງສາສະ
ໜາອື່ນໃຫ້ເຂົ້າຮ່ວມໃນການ ເຄື່ອນໄຫວທີ່ເປັນປະໂຫຍດແກ່
ປະເທດຊາດ ແລະ ປະຊາຊົນ. ຢູ່
ໃນຫຍໍ້ໜ້າທີໜຶ່ງຂອງມາດຕາ 9
ໄດ້ກຳນົດໄວ້ວ່າ: ຫ້າມທຸກການ ກະທໍາທີ່ເປັນການແບ່ງແຍກສາ
ສະໜາ ແລະ ແບ່ງແຍກປະຊາຊົນ.
ພັກ ແລະ ລັດຖະບານເຄົາລົບ ການເຊື່ອຖືຂອງປະຊາຊົນລາວ ບັນດາເຜົ່າ, ປົກປ້ອງ ແລະ ອຳ ນວຍຄວາມສະດວກໃຫ້ສາສະນິ ກະຊົນທຸກສາສະໜາເຄື່ອນໄຫວ ສາສະນະກິດທີ່ເປັນປະໂຫຍດ ແກ່ສັງຄົມ ແລະ ຖືກຕ້ອງຕາມ ກົດໝາຍ. ພ້ອມກັນນັ້ນກໍຫ້າມບໍ່ ໃຫ້ສວຍໃຊ້ສາສະໜາໃດໜຶ່ງ
ມາແບ່ງແຍກລະຫວ່າງສາສະໜາ
ອື່ນໆ ແລະ ແບ່ງແຍກປະຊາຊົນ ເຊິ່ງກໍໝາຍຄວາມວ່າໃຫ້ທຸກສາ
ສະໜາຢູ່ຮ່ວມກັນໃນສັງຄົມລາວ
ຢ່າງສະຫງົບສັນຕິ.ການເຊື່ອຖື ສາສະໜາ ຫຼື ບໍ່ເຊື່ອຖືສາສະໜາ ແມ່ນສິດທິສ່ວນບຸກຄົນທີ່ສອດ ຄ່ອງກັບລັດຖະທໍາມະນູນ.
ການນຳເອົາບັນຫາສາສະໜາ ມາເປັນເຄື່ອງມືເພື່ອແບ່ງແຍກຄົນດ້ວຍການໂຄສະນາວ່າສາສະໜາ
ນີ້ດີ, ສາສະໜານັ້ນບໍ່ດີເປັນເລື່ອງ
ທີ່ຜິດກັບຫຼັກຄຳສອນຂອງສາ
ສະໜາ, ທຸກສາສະໜາລ້ວນແຕ່ ສອນໃຫ້ຄົນປະລະຄວາມຊົ່ວ, ເຮັດແຕ່ຄວາມດີ, ບາງສາສະໜາ ກໍສອນເລິກໄປເຖິງການເຮັດສະ
ມາທິເພື່ອຊໍາລະຈິດໃຈໃຫ້ຜ່ອງ ໃສ. ທຸກສາສະໜາລ້ວນແຕ່ ສອນເລື່ອງອະຫິງສາ ແລະ ອະ ໄພຍະທານເພື່ອບໍ່ໃຫ້ຄົນມີຄວາມ ອາຄາດບຽດບຽນຕໍ່ກັນ ແລະ ຮູ້ຈັກໃຫ້ອະໄພເຊິ່ງກັນ ແລະ ກັນ.
ຖ້າພວກເຮົາໃຊ້ວິຈາລະນະ
ຍານໃນການສຶກສາປະຫວັດສາດ ຂອງລາວ ກໍຄືຂອງໂລກ.ບັນດາ ບັນຫາຂັດແຍ້ງທີ່ເກີດຂຶ້ນຢູ່ໃນສັງ ຄົມທັງໃນອະດີດຜ່ານມາ ຫຼື ໃນ ປັດຈຸບັນຈະເຫັນໄດ້ວ່າພວກສັກ ດິນາ,ຈັກກະພັດຕ່າງດ້າວ ແລະ ອິດທິກຳລັງທີ່ຝືນປະຕິວັດມັກ ສວຍໃຊ້ທຸກຮູບການລວມທັງ ເລື່ອງສາສະໜາເປັນເຄື່ອງມືເພື່ອ ແບ່ງແຍກຄົນໃຫ້ແຕກຄວາມສາ ມັກຄີດ້ວຍການປ້າຍສີຝ່າຍກົງ ກັນຂ້າມກັບຕົນວ່າເປັນຝ່າຍທຳ ລາຍສາສະໜາ ເພື່ອຫຼອກໃຫ້ ຄົນຫຼົງເຊື່ອ ແລະ ເປັນຊ່ອງ ຫວ່າງໃຫ້ພວກເຂົາຮຸກຮານ ແລະ ບັງຄັບກົດຂີ່.
ປະຫວັດສາດອັນຂົມຂື່ນຜ່ານ
ມາທີ່ພາໃຫ້ປະເທດລາວໄດ້ສູນ ເສຍຄວາມເປັນເອກະລາດໃນປີ ຄສ. 1779 ກໍແມ່ນເກີດຂຶ້ນໃນໄລ ຍະທີ່ອານາຈັກລ້ານຊ້າງມີຄວາມ ແຕກແຍກ, ອັນນັ້ນກໍແມ່ນບົດຮຽນ ອັນເຈັບແສບຂອງຊາດລາວເຮົາ ທີ່ຄວນຈື່ຈຳໄປຕະຫຼອດການ.
ເຖິງແມ່ນວ່າຍຸກສົງຄາມເຢັນ ໄດ້ຜ່ານກາຍເປັນອະດີດໄປແລ້ວ, ໂລກຂອງພວກເຮົາໄດ້ຫັນເຂົ້າສູ່ ຍຸກໂລກາພິວັດທີ່ມີການເຊື່ອມ ໂຍງກັນໂດຍບໍ່ມີການຈຳແນກ ຄວາມແຕກຕ່າງທາງດ້ານລະ
ບອບການເມືອງ, ແຕ່ພວກຈັກກະ ພັດ ແລະ ອິດທິກໍາລັງປໍລະປັກ ກໍບໍ່ໄດ້ປະລະກົນອຸບາຍທຳລາຍ ມ້າງເພລະບອບໃໝ່ຂອງພວກ ເຮົາ. ພວກເຂົາໄດ້ໂຄສະນາບິດ ເບືອນໃສ່ຮ້າຍປ້າຍສີລະບອບໃໝ່ ພວກເຮົາຜ່ານສື່ຕ່າງໆ ໂດຍຍົກ ບັນຫາປະຊາທິປະໄຕ, ສິດເສລີ ພາບໃນການເຊື່ອຖື ແລະ ການ ເຄື່ອນໄຫວທາງດ້ານສາສະໜາ, ຄວາມສະເໝີພາບລະຫວ່າງຊົນ ເຜົ່າ, ບັນຫາສິດທິມະນຸດ ແລະ ອື່ນໆ ເພື່ອຫວັງແບ່ງແຍກຄວາມ
ສາມັກຄີ ກ້າວໄປສູ່ການເຂົ້າຍຶດ ຄອງ, ປຸ້ນສະດົມ ແລະ ກົດຂີ່ດັ່ງ ທີ່ເກີດຂຶ້ນຢູ່ບາງປະເທດ.
ການຄົງຕົວຂອງຊາດລາວ
ແມ່ນບັນຫາສຳຄັນກວ່າສິ່ງອື່ນ ໃດທັງໝົດ.ຖ້າພວກເຮົາເສຍຊາດ ກໍເສຍໝົດທຸກຢ່າງ. ດັ່ງນັ້ນມັນ ເປັນໜ້າທີ່ອັນຈຳເປັນທີ່ຄົນລາວ ທຸກຊົນເຜົ່າ, ທຸກຊັ້ນຄົນ, ເພດໄວ ແລະ ທຸກສາສະໜາຕ້ອງພ້ອມກັນ ເສີມຂະຫຍາຍນ້ຳໃຈຮັກຊາດອັນ
ສູງສົ່ງ ແລະ ເຊີດຊູມູນເຊື້ອຄວາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນ ໜາຢູ່ພາຍໃຕ້ການນຳພາຂອງພັກ ເດັດຂາດບໍ່ຫຼົງເຊື່ອກົນອຸບາຍ ຂອງສັດຕູທີ່ສວຍໃຊ້ຄວາມເຊື່ອຖື ລັດທິສາສະໜາມາແບ່ງແຍກ
ຄວາມສາມັກຄີປວງຊົນລາວບັນ
ດາເຜົ່າ ເພື່ອພ້ອມກັນເຮັດສຳເລັດ
ໜ້າທີ່ຍຸດທະສາດປົກປັກຮັກສາ ເອກະລາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ
ຂອງຊາດລາວໄວ້ໃຫ້ໝັ້ນຄົງ ແລະ
ພ້ອມກັນສ້າງສາພັດທະນາລະ ບອບໃໝ່ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊົນລາວໃຫ້ກ້າວໄປສູ່ຄວາມວັດທະນະຖາ ວອນ.
ໂດຍ: ຊ. ວົງພູທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ