
ພາຍຸລະດູຮ້ອນພັດຖະຫຼົ່ມເມືອງນານແຂວງຫຼວງພະບາງເສຍຫາຍຫຼາຍສົມຄວນ.
ເວລາອອກຂ່າວ: 2020-04-27 17:27:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:
ສະຫາຍ ຮ້ອຍຕີ ທອງໄລ ວິໄລວົງ ນັກຂ່າວທີ່ປະຈໍາຢູ່ກອງບັນຊາການທະຫານເມືອງນານ ໄດ້ໃຫ້ຮູ້ວ່າ: ໃນວັນທີ 24 ເມສາ 2020 ຜ່ານມານີ້ ໄດ້ມີລົມພະຍຸພັດຖະຫຼົ່ມເຮືອນຊານບ້ານຊ່ອງພໍ່ແມ່ປະຊາຊົນບ້ານນາຟາຍ ແລະ ບ້ານນາເລົາ, ເມືອງນານ, ແຂວງຫຼວງພະບາງ ມີຄວາມເສຍຫາຍຫຼາຍສົມຄວນໃນນີ້ ບ້ານນາຟາຍເສຍຫາຍ ຈໍານວນ 32 ຄອບຄົວ, ແລະ ວາອາຮາມ 4 ຫລັງ, ບ້ານນາເລົາເສຍຫາຍຈຳນວນ 5 ຫລັງຄາເຮືອນ, ຄວາມເສຍຫາຍແມ່ນເຮັດໃຫ້ ໝາກເຫັບໃຫຍ່ຕົກໃສ່ຫຼັງຄາເຮືອນ ແລະ ຄວາມດັນແຮງຂອງພາຍຸລົມຝົນ ເຮັດໃຫ້ອາຄານ, ຫຼັງຄາເຮືອນ ເປເພຢ່າງໜັກໜວງ.
ເພື່ອຟື້ນຟູຜົນເສຍຫາຍດັ່ງກ່າວກອງບັນຊາການທະຫານເມືອງນານໄດ້ຈັດຕັ້ງພະນັກງານ-ນັກຮົບລົງໄປເພື່ອໄປຊ່ວຍສ້ອມແປງເຮືອນຢູ່ໃຫ້ພໍ່ແມ່ປະຊາຊົນ ໂດຍການນໍາພາ ຂອງສະຫາຍ ພັນໂທ ເກດແກ້ວ ຈຸນລະນີ ກຳມະການຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການທະຫານເມືອງນານ ພ້ອມຄະນະ ເຊິ່ງໄດ້ຈັດຕັ້ງກໍາລັງຈໍານວນ 40 ກ່ວາສະຫາຍ, ສະພາບພາຍຸໃນຄັ້ງນີ້ ແມ່ນບໍ່ມີຜູ້ທີ່ໄດ້ບາດເຈັບ ແລະ ເສຍຊີວິດ, ປະເມີນຄວາມເສຍຫາຍເບື້ອງຕົ້ນປະມານ 100 ກ່ວາລ້ານກີບ.
ໂດຍ: ສົມພອນ ສຸວັນທອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ