ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ທະຫານແຂວງອຸດົມໄຊ ມອບລົດຈັກໃຫ້ບັນດາກົມກອງປ້ອງກັນເສັ້ນທາງລົດໄຟລາວ-ຈີນ.
ເວລາອອກຂ່າວ: 2020-05-08 12:20:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:



ໃນວັນທີ່ 7 ພືດສະພາ 2020 ນີ້; ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມອບລົດລົດຈັກໃຫ້ບັນດາກົມກອງທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນ, ໂດຍການເປັນກຽດເຂົ້າຮ່ວມຂອງ ພັນໂທ ວຽງໄຊ ຍົມມະລາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງນາໝໍ້, ເມືອງງາ, ເມືອງໄຊ, ກອງພັນນ້ອຍ 414, ກອງຮ້ອຍ 28 ແລະພະແນກການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ພັນຕີ ສົມອົກ ສຸວັນນະສິງ ຫົວໜ້າພະແນກສູ້ຮົບ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການມອບພາຫະນະ ລົດຈັກ ໃຫ້ບັນດາກົມກອງທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂດຍອິງຕາມແຜນການ ເຄື່ອນໄຫວຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປ້ອງກັນໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ແລະການຄົ້ນຄ້ວາເຫັນດີເປັນເອກະພາບຂອງຄະນະພັກ-ຄະນະກອງບັນຊາການທະຫານແຂວງອຸດົທໄຊ ແລະອານຸກຳມະການປ້ອງກັນໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ເຫັນມອບລົດຈັກ ຮອນດ້າ ຈຳນວນ 9 ຄັນ ປະກອບມີລົດຈັກຮອນດ້າເວບໄອ 125 ຈໍານວນ 4 ຄັນ, ລົດຈັກຮອນດ້າເວບ 100 ຈໍານວນ 5 ຄັນໃຫ້ແຕ່ລະຈຸດປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ, ໃນນີ້ໄດ້ປະກອບໃຫ້ກອງບັນຊາການທະຫານເມືອງນາໝໍ້ 2 ຄັນ, ເມືອງງາ 2 ຄັນ, ເມືອງໄຊ 1 ຄັນ, ກອງພັນນ້ອຍ 414 ຈຳນວນ 2 ຄັນ, ກອງຮ້ອຍ 28 ຈຳນວນ 1 ຄັນ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງກົມກອງ, ຕາມພາລະບົດບາດ ສິດໜ້າ ທີ່ຄວາມຮັບຜິດຊອບ, ເຊິ່ງກົມກອງມີໜ້າທີ່ປົກປັກຮັກສາ, ບົວລະບັດຜັດເຊັດ, ສ້ອມແປງໃຫ້ເປັນປົກກະຕິຮັບປະກັນຄວາມປອດໄພ ແລະນໍາໃຊ້ໄດ້ຍາວນານ, ທັງນີ້ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວປະຕິບັດໜ້າທີ່ ຂອງກົມກອງໃຫ້ມີຄວາມສະດວກວ່ອງໄວຕື່ມອີກ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ