
ປະກາດການຈັດຕັ້ງຢູ່ກອງບັນຊາການທະຫານແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2020-05-09 15:15:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ:
ໂດຍປະຕິບັດຕາມກົດໜາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີII ໜວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນວັນທີ 7 ພຶດສະພາ 2020ນີ້ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປະກາດການຈັດຕັ້ງຂັ້ນຮອງຫົວໜ້າກອງບັນຊາການໂດຍການເປັນປະທານຂອງສະຫາຍ ພົນຕີ ປະລີນຍາເອກ ຄໍາວົງ ພົມມະກອນ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ອີນແກ້ວ ມະນີຈັນ ກໍາມະການພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ບັນດາສະຫາຍຄະນະພັກກອງບັນຊາການ, ຕະຫຼອດຮອດຄະນະພັກ - ຄະນະບັນຊາພະນັກງານຫຼັກແຫຼ່ງ 5 ຫ້ອງ ແລະກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນໂທ ບົວຄໍາ ພົມມະໄຊ ຮອງຫົວໜ້າກົມແຜນການ ກົມໃຫ່ຍພະລາທິການກອງທັບ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກອງບັນຊາການ ແລະ ຄະນະຫ້ອງຂອງກອງບັນຊາການທະຫານແຂວງຫຼວງນໍ້າທາ ໃນນີ້ແຕ່ງຕັ້ງສະຫາຍພັນໂທ ຄໍາເປີ່ງ ໄຊທະວີ ຄະນະພັກກອງບັນຊາການ ຂື້ນເປັນຮອງກອງບັນຊາການ ທັງເປັນຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງສະຫາຍ ພັນໂທ ກໍາມະນີ ມິດລະແສນ ຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງພັນນ້ອຍທະຫານຮາບ 418 ມາເປັນ ຮອງຫົວໜ້າຫ້ອງພະລາທິການ ແລະ ແຕ່ງຕັ້ງບາງພະແນການທີ່ຂື້ນກັບຫ້ອງພະລາທິການອີກຈໍານວນໜື່ງ.
ໂອກາດນີ້, ຫົວໜ້າກົມໃຫ່ຍພະລາທິການກອງທັບກໍ່ໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ເນັ້ນໃຫ້ຜູ້ທີໄດ້ຮັບໜ້າທີໃໜ່ ແລະ ຄະນະພັກ - ຄະນະບັນຊາແຕ່ລະຂັ້ນຈົ່ງເພີມທະວີຄວາມສາມັກຄີເປັນແບບຢ່າງນໍາໜ້າໃນແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ເອົາໃຈໃສ່ສືກສາອົບຮົມການເມືອງນໍາພາແນວຄິດເປັນບັນຫາສໍາຄັນຕິດພັນກັບໜ້າທີ່ວິຊາສະເພາະຂອງຕົນ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໄປພ້ອມກັນອອກແຮງຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ແລະປອດໄພໂດຍພື້ນຖານນຳພາກົມກອງຂອງຕົນກ້າວຂຶ້ນຕາມແບບແຜນ ແລະ ທົນສະໄໝ.
ໂອກາດດັ່ງກ່າວກໍ່ໄດ້ມອບເຄື່ອງອຸປະກອນການແພດໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ໂຄວິດ 19 ຈໍານວນໜື່ງໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາຕື່ມອີກ.
ໂດຍ: ບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ