ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ພິທີມອບ-ຮັບຍົນເຝິກແອບ-ສູ້ຮົບ ຍັກ 130
ເວລາອອກຂ່າວ: 2019-01-23 09:00:51 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1969 | ຄວາມນິຍົມ:



ຕອນບ່າຍຂອງວັນທີ 21 ມັງກອນ 2019 ນີ້, ບໍລິສັດລັດ ວິສາຫະກິດໂຣດໂຊໂບໂຣນແອັກ ສະປອດ ( Rosoboron Export ) ແຫ່ງ ສ.ຣັດເຊຍ ໄດ້ມອບ ຍົນເຝິກແອບ-ສູ້ຮົບຍັກ 130 ໃຫ້ ກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ຈຳນວນ 4 ລຳ, ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ ລັດຖະມົນຕີກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ, ມີ ທ່ານ ມິຄາອິນວາລາດີເມຍໂຣ ວິກບາຣານນ໊ອບ ເອກອັກຄະລັດ ຖະທູດ ຜູ້ມີອຳນາດເຕັມແຫ່ງສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະ ນະນຳ 4 ກົມໃຫຍ່, ບັນດາທ່ານ ແຂກ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. ໃນພິທີ ທ່ານ ອາເລັກຊັງເດິ ເມ ລິກດາວີດົບ (ALEXANDERMELIK-DAVYDOV ) ຕາງ ໜ້າບໍລິສັດ ລັດວິສາຫະກິດໂຣດ ໂຊໂບໂຣນແອັກສະປອດ ໄດ້ຂຶ້ນ ກ່າວມອບ ເຊິ່ງກ່າວຮັບໂດຍທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ເຊິ່ງທ່ານ ພົນຕີ ປະສິດ ທ່ຽງທຳ ກ່າວວ່າ: ການໄດ້ຮັບ ຍົນຫັດແອບສູ້ຮົບດັ່ງກ່າວນີ້ເປັນ ການປະກອບສ່ວນອັນສຳຄັນໃນ ການຍົກສູງລະດັບຄວາມສາ ມາດໃນການເຝິກແອບເຮືອບິນ ສູ້ຮົບຂອງກອງທັບປະຊາຊົນ ລາວໃຫ້ສູງຂຶ້ນ, ເປັນການສ້າງ ຄວາມເຂັ້ມແຂງ ແລະ ເພິ່ມທະວີ ປະສິດທິພາບໃຫ້ແກ່ວຽກງານ ປັບປຸງກໍ່ສ້າງກອງທັບໃນການ ປົກປັກຮັກສາເຂດນ່ານຟ້າຂອງ ສປປ ລາວ ໄວ້ຢ່າງໝັ້ນຄົງ. ພ້ອມທັງກ່າວວ່າ ຈະເອົາໃຈໃສ່ ຊີ້ນໍາການອົບຮົມຫັດແອບຢ່າງ ມີປະສິດທິຜົນສູງ. ພ້ອມນັ້ນກໍ ຈະເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງ ບຸກຄະລາກອນ, ນັກວິຊາການ ເພື່ອຮັບຮອງການນຳໃຊ້ຍົນດັ່ງ ກ່າວຢ່າງມີປະສິດທິຜົນ. ພ້ອມ ທັງກ່າວມອບຍົນຈໍານວນດັ່ງ ກ່າວໃຫ້ແກ່ກົມທະຫານອາກາດ ເພື່ອສືບຕໍ່ຊີ້ນຳກົມກອງທີ່ຂຶ້ນກັບ ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກ ສາຕາມຫຼັກການດ້ານເຕັກນິກ ຕໍ່ໄປ. ໃນໂອກາດດຽວກັນນີ້ ກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ມອບຫຼຽນກາມິດຕະ ພາບ ແລະ ຫຼຽນກາ 70 ປີ ໃຫ້ ແກ່ນັກວິຊາການຝ່າຍຣັດເຊຍ ຈຳນວນ 5 ທ່ານ ເຊິ່ງໃຫ້ກຽດ ຂຶ້ນປະດັບຫຼຽນໂດຍທ່ານພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ