ຄະນະຜູ້ແທນທະຫານຂັ້ນສູງ ສສ ມຽນມາ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-23 09:08:09 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1849 | ຄວາມນິຍົມ: ![]()
ວັນທີ 19 ມັງກອນ 2019 ນີ້, ຄະນະຜູ້ແທນການທະຫານ ຂັ້ນສູງຂອງກອງທັບສະຫະພາບ ມຽນມານຳໂດຍ ທ່ານ ພົນເອກ ອາວຸໂສ ມິນອອງລາຍ, ຜູ້ບັນຊາ ການທະຫານສູງສຸດກອງທັບສະ ຫະພາບມຽນມາໄດ້ເດີນທາງມາ ເຖິງນະຄອນຫຼວງວຽງຈັນເພື່ອ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ໂດຍໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພົນຕີ ພູວົງ ວົງພົມ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ.
ໃນຕອນບ່າຍມື້ດຽວກັນຄະນະ ຜູ້ແທນທະຫານຂັ້ນສູງຂອງສະ ຫະພາບມຽນມາກໍໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ໃນໂອກາດນີ້ຄະນະໄດ້ຢ້ຽມຢາມ ທ່ຽວຊົມຫໍທຳມະສະພາ (ວັດ ທາດຫຼວງເໜືອ ແລະ ນະມັດສະ ການພະທາດຫຼວງວຽງຈັນ ແລະ ໄດ້ເຂົ້າຮ່ວມງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ 70 ປີຢູ່ທີ່ ວິທະຍາຄານກົມມະດຳໃນວັນທີ 20 ມັງກອນ 2019.
ໂດຍ: ບົວລາວ ໂສພາວະດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















