
ກອງພົນທີ 2 ສະຫຼຸບວຽກງານປ້ອງກັນຊາດ ປະຈໍາ 6 ເດືອນຕົ້ນປີ 2023
ເວລາອອກຂ່າວ: 2023-07-28 14:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2029 | ຄວາມນິຍົມ:
ວັນທີ 27 ກໍລະກົດ 2023, ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2, ມີສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເລີດ ແກ້ວອຸດົມ ຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນງານການເຄື່ອນໄຫວວຽກງານປ້ອງກັນຊາດ ໃນໄລຍະ 6 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ 6 ເດືອນທ້າຍ ປີ 2023 ເຊິ່ງໄລຍະຜ່ານມາຄະນະພັກ - ຄະນະບັນຊາກອງພົນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບເປັນບັນຫາສຳຄັນ ໂດຍການຫັນເອົາວຽກງານກໍ່ສ້າງຮາກຖານການເມືອງເປັນໃຈກາງສົມທົບກັບອຳນາດການປົກຄອງທ້ອງຖີ່ນລົງກໍ່ສ້າງຮາກຖານແບບທາງກວ້າງ ແລະ ທາງເລີກ ເພື່ອຕິດຕາມກວດກາການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ຕາມຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ, ຍົກສູງລະດັບຄວາມຮູ້ ຄວາມສາມາດ ດ້ານວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບ ໃຫ້ມີຄວາມສຳນິ ສຳນານ ຄ່ອງແຄ້ວຮັບປະກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ.
ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 6 ເດືອນຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງຕາມທິດນໍາຂອງພັກພ້ອມນັ້ນຕ້ອງຍົກສູງຕໍ່ວຽກງານ ອົບຮົມ-ຫັດແອບປັບປຸງລະບຽບແບບແຜນຂອງກົມກອງ ຕິດພັນກັບວຽກງານປັບປຸງກໍ່ສ້າງກົມກອງ ເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສ້າງໃຫ້ກົມກອງກາຍເປັນກົມກອງທີ່ມີແບບແຜນທັນໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ