
ເຊັນສັນຍາໂຄງການກໍ່ສ້າງຍົກລະດັບເສັ້ນທາງແຕ່ຂົວເຊບັງຫຽງຫາຈຸດສຸມລະໂກ ແລະ ກໍ່ສ້າງສໍາຫຼວດອອກແບບເຂດພັດທະນາຈຸດສຸມຈຽງຕູບ
ເວລາອອກຂ່າວ: 2023-07-28 14:17:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2323 | ຄວາມນິຍົມ:
ໃນວັນທີ 27 ກໍລະກົດ 2023, ກອງບັນຊາການທະຫານເມືອງເຊໂປນ, ແຂວງສະຫວັນນະເຂດໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງຍົກລະດັບເສັ້ນທາງແຕ່ຂົວເຊບັງຫຽງຫາຈຸດສຸມລະໂກ,ໂຄງການກໍ່ສ້າງຫ້ອງການຄະນະຈຸດສຸມຈຽງຕູບ,ໂຄງການສໍາຫຼວດ-ອອກແບບຈັດສັນເຂດພັດທະນາຈຸດສຸມຈຽງຕູບລະຫວ່າງຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືງ-ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດກັບບໍລິສັດລາຊາໂຊກຈໍາກັດຜູ້ດຽວ, ບໍລິສັດເອພີບີພັດທະນາຈໍາກັດຜູ້ດຽວ ແລະ ບໍລິສັດເອັນວີພັດທະນາຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ, ມີສະຫາຍ ສິນໄຊ ບາຄໍາ ປະທານບໍລິສັດລາຊາໂຊກຈໍາກັດຜູ້ດຽວ ສະຫາຍ ນາງ ສຸດໃຈ ແກ້ວບຸນພັນ ປະທານບໍລິສັດເອພີບີພັດທະນາຈໍາກັດຜູ້ດຽວ ແລະ ສະຫາຍ ນາງສີແພງຄໍາ ວີວັນໄຊ ປະທານບໍລິສັດເອັນວີພັດທະນາຈໍາກັດຜູ້ດຽວ ມີຫ້ອງວ່າການແຂວງ,ປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນວິໄລ ທໍາມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານໄດ້ຂຶ້ນອ່ານມະຕິຂອງຄະນະກໍາມະການ ປກຊ-ປກສ ສູນກາງ ເລກທີ26/ ຄ.ປກຊ-ປກສ ລົງວັນທີ 3 ສິງຫາ 2022 ວ່າດ້ວຍການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ອີງຕາມແຈ້ງການຂອງກະຊວງແຜນການ ແລະ ການລົງທຶນ ໂຄງການສະເໜີໃໝ່ 2023 ອີງຕາມທິດຊີ້ນໍາຂອງຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງມອບວຽກໃຫ້ບໍລິສັດຮັບເໝົາກໍ່ສ້າງ ເລກທີ 2560,2562,2564 ກປທ/ລົງວັນທີ 3 ພຶດສະພາ 2023 ເຊີ່ງມີ 3 ໂຄງການຄື: ໂຄງການກໍ່ສ້າງຍົກລະດັບເສັ້ນທາງແຕ່ຂົວເຊບັງຫຽງຫາຈຸດສຸມລະໂກ ແລະ ຍົກລະດັບ 3 ແຍກລະວີ່ງຫາຈຸດສຸມຈຽງຕູບຮັບເໝົາ ໂດຍບໍລິສັດລາຊາໂຊກ ຈໍາກັດຜູ້ດຽວ ມູນຄ່າ 77 ຕື້ກວ່າກີບ, ໂຄງການກໍ່ສ້າງຫ້ອງການບັນຊາຂອງວິຊາການຄະນະຈຸດສຸມຈຽງຕູບຮັບເໝົາ ໂດຍບໍລິສັດເອພີບີພັດທະນາຈໍາກັດຜູ້ດຽວ 4 ຕື້ກວ່າກີບ, ໂຄງການສໍາຫຼວດອອກແບບ-ອອກແບບເຂດພັດທະນາຈຸດສຸມຮັບເໝົາ ໂດຍບໍລິສັດເອັນວີພັດທະນາຈໍາກັດຜູ້ດຽວ ມູນຄ່າ 1 ຕື້ 9 ຮ້ອຍລ້ານກວ່າກີບ.
ໃນພິທີຍັງໄດ້ພ້ອມກັນເຊັນສັນຍາໂຄງການດັ່ງກ່າວລະຫວ່າງຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ກັບ ບໍລິສັດລາຊາໂຊກຈໍາກັດຜູ້ດຽວ, ບໍລິສັດເອພີບີພັດທະນາຈໍາກັດຜູ້ດຽວ ແລະ ບໍລິສັດເອັນວີພັດທະນາຈໍາກັດຜູ້ດຽວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ