ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 15 ມິຖຸນາ 2025

  

ວຕກ ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍການປ້ອງກັນຊາດ
ເວລາອອກຂ່າວ: 2023-07-28 14:24:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2339 | ຄວາມນິຍົມ:



ວັນທີ 27 ກໍລະກົດ 2023 ນີ້ ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ເປີດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍການປ້ອງກັນຊາດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີ ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນຝຶກຫັດ-ທົດລອງ, ກອງພັນນັກສຶກສາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ພູທອນ ຄຸນລິວົງ ກໍາມະການຄະນະພັກ ຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ ກໍ່ໄດ້ຂຶ້ນຜ່ານ ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ, ກົດໝາຍວ່າດ້ວຍການປ້ອງກັນຊາດ ພ້ອມກັນນັ້ນ ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຄະນະປະຈຳພັກ ຫົວໜ້າຫ້ອງອົບຮົມ ຂຶ້ນຜ່ານ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໃນກອງປະຊຸມ ແຕ່ລະພາກສ່ວນກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ກອງປະຊຸມໃນຄັ້ງນີ້ ແມ່ນເປັນການກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແທດເໜາະກັບສະພາບຕົວຈິງແຕ່ລະໄລຍະ, ເພື່ອແນ່ໃສສ້າງໃຫ້ກົດໝາຍ ນາຍທະຫານໃນກອງທັບປະຊາຊົນລາວ ເປັນກົດໝາຍ ຄຸມຄອງສິດທິຜົນປະໂຫຍດທີ່ແທ້ຈິງຂອງນາຍ ແລະ ພົນທະຫານ, ເພື່ອຢັ່ງເຖິງຄວາມເປັນເອກະພາບ ໃນການປະຕິບັດກົດໝາຍຂອງກອງທັບ ສອດຄ່ອງກັບຍຸກສະໄໝ. ໂດຍ: ນ ໄຂຄຳ ພົມມະສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ