
ຈາກກອງຮ້ອຍລົົດ AM 01 ກ້າວຂຶ້ນເປັນກອງພັນໃຫຍ່ 279 ທີ່ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-04-22 08:32:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4743 | ຄວາມນິຍົມ:
ກອງພັນໃຫຍ່ 279 ແມ່ນກົມກອງໜຶ່ງ ທີ່ເປັນກຳລັງຫຼັກແຫຼ່ງຂອງກອງທັບປະຊາຊົນລາວ, ໄດ້ຮັບການປະກາດຍົກ ລະດັບຈາກກອງພັນ 279 ເປັນກອງພັນໃຫຍ່ 279 ຢ່າງເປັນທາງການ ໃນວັນທີ 23 ເມສາ 2003 ຕາມຂໍ້ຕົກລົງ ສະບັບເລກທີ 544/ກປທ, ເຮັດໜ້າທີ່ເປັນກຽດຕິຍົດ, ປ້ອງກັນອົງການການນຳພັກ-ລັດ, ປ້ອງກັນກິດ ຈະການສຳຄັນ, ປ້ອງກັນກອງປະຊຸມຕ່າງໆ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕາມຂອບເຂດກົມກອງຮັບຜິດຊອບ, ປະ ກອບສ່ວນອັນສຳຄັນເຂົ້າໃນການ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມ ສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງດ້ານສັງຄົມ.
ກອງພັນໃຫຍ່ 279 ກຳເນີດມາຈາກກອງຮ້ອຍລົດ AM 01 ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1961 ຢູ່ທີ່ຄັງໄຂ ແຂວງຊຽງຂວາງ, ໂດຍແມ່ນສະຫາຍ ຈຳນຽນ ຫົວໜ້າເສນາທິການເຂດຊຽງຂວາງ ເປັນຜູ້ປະກາດສ້າງຕັ້ງ, ການສ້າງຕັ້ງກອງຮ້ອຍລົດ AM 01 ຂຶ້ນກໍເພື່ອກຽມພ້ອມຕິຕ້ານການບຸກໂຈມຕີຂອງຝ່າຍຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມື ທີ່ຫວັງບຽດຢຶດເຂດປົດປ່ອຍທົ່ງໄຫຫີນຊຽງຂວາງ, ກອງຮ້ອຍລົດ AM 01 ໃນເບື້ອງຕົ້ນປະກອບມີ 3 ໝວດ ແລະ ມີລົດ AM 1 ຄັນ ໂດຍແມ່ນສະຫາຍ ຄຳຮຸ່ງ ເປັນຫົວໜ້າການທະຫານ, ສະຫາຍ ເປີ ເປັນຫົວໜ້າການເມືອງ, ສະຫາຍ ສົມພອນ ແກ້ວມີໄຊ ຊ່ວຍວຽກ ທັງເປັນພາສາແປ, ໜ້າທີ່ການເມືອງຂອງກົມກອງໃນໄລຍະນັ້ນ ແມ່ນປ້ອງກັນອົງ ການການນຳສູນກາງແນວລາວອິດສະຫຼະຢູ່ເຂດຊຽງຂວາງ, ທັງ ເຮັດໜ້າທີ່ເຄື່ອນໄຫວສູ້ຮົບຕາມ ຄຳສັ່ງຂອງຂັ້ນເທິງ ຢູ່ໃນສະ ໜາມຮົບຕ່າງໆເຂດພາກເໜືອ.
ນັບແຕ່ເດືອນ ກຸມພາ ປີ 1961 ຮອດຕົ້ນປີ 1962 ກົມກອງ ໄດ້ເຂົ້າຮ່ວມບັ້ນຮົບປົດປ່ອຍທົ່ງໄຫຫີນ ຕີຕ້ານພວກສັດຕູທີ່ບຸກໂຈມຕີຂະໜາດໃຫຍ່ ເຂົ້າເຂດສາລາພູຄູນ, ຕີຂັບໄລ່ພວກມັນລົງໄປຕາມເສັ້ນທາງ ເລກທີ 13 ລົງໃຕ້ ປົດປ່ອຍເຂດວັງວຽງ, ຫີນເຫີບ, ທ່າໂທມ ແລະ ບ່ອນອື່ນໆ.
ປີ 1963-1964 ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ກອງບັນຊາການສູງສຸດໄດ້ປັບປຸງກອງຮ້ອຍລົດ AM 01 ອອກເປັນ 2 ກອງຮ້ອຍ ແລະ ຍົກຍ້າຍກອງຮ້ອຍທີ 1 ຂຶ້ນໄປເຮັດໜ້າທີ່ປະຈຳຢູ່ເຂດທີ່ໝັ້ນແຂວງຫົວພັນ ແລ້ວປ່ຽນຊື່ເປັນກອງຮ້ອຍ 207, ສ່ວນກອງຮ້ອຍ 2 ແມ່ນໄປປະຈຳເຂດວັງວຽງ.
ປີ 1966 ກອງບັນຊາການສູງສຸດໄດ້ປັບປຸງການຈັດຕັ້ງກອງຮ້ອຍ 207 ໃນນີ້, ໄດ້ຍົກ ເອົາກອງຮ້ອຍ 95 ຂອງກອງ ພັນ 613 ມາປະກອບເພີ່ມໃສ່ກອງຮ້ອຍ 207 ແລ້ວປ່ຽນຊື່ມາເປັນກອງຮ້ອຍ 279 ໂດຍແມ່ນສະຫາຍ ຄຳແດງ ສີສົງຄາມ ເປັນຫົວໜ້າການທະຫານ, ສະຫາຍ ກູທອງ ເປັນຫົວໜ້າການເມືອງ ແລະ ສະຫາຍ ຄຳພູ ເປັນຮອງຫົວໜ້າການທະຫານ ແລະ ສະ ຫາຍ ຄຳກຸນ ເປັນຮອງຫົວໜ້າການເມືອງ. ປີ 1967-1969 ແມ່ນໄລຍະຈັກກະພັດອາເມຣິກາ ແລະ ລູກແຫຼ່ງຕີນມື, ປະຕິບັດຍຸດທະສາດເພີ່ມທະວີສົງຄາມພິເສດຢູ່ 3 ຊາດອິນດູຈີນ, ໂດຍສະເພາະຢູ່ລາວເຮົາ ພວກເຂົາໄດ້ເລັ່ງເປົ້າເຂົ້າໃສ່ເຂດທີ່ໝັ້ນເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເປັນໝາກຫົວໃຈຂອງການປະຕິວັດ, ກອງບັນຊາການສູງສຸດ ໄດ້ມອບໝາຍໜ້າທີ່ໃຫ້ກອງຮ້ອຍ 279 ນຳໃຊ້ກຳລັງ 1 ໝວດ ສົມທົບກັບກອງພັນ 613 ບຸກຕີສັດຕູຢູ່ເຂດພູດອກໄມ້ຜາບັດ ເມືອງຊຳເໜືອ ແຂວງຫົວພັນ ພ້ອມທັງສູ້ຮົບກັບໂຈນອາກາດອາເມຣິກາຢ່າງດຸເດືອດຂ້ຽວຂາດເຖິງ 21 ຄັ້ງ, ສາມາດຍິງຍົນຕົກ 6 ລຳ, ດັບສູນສັດຕູ 72 ບັກ, ຈັບເປັນສະເລີຍເສິກ 154 ບັກ ແລະ ເລີກຮື້ກຳລັງໃຕ້ດິນຂອງສັດຕູໄດ້ 121 ບັກ.
ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະ ຜົນງານ, ໄຊຊະນະຂອງກອງທັບປົດປ່ອຍປະຊາຊົນລາວ ກໍຄື ກອງຮ້ອຍ 279, ກອງບັນ ຊາສູງສຸດ ໄດ້ມີຄຳສັ່ງປັບປຸງການຈັດຕັ້ງໂດຍຍົກຍ້າຍເອົາກອງຮ້ອຍ 4 ກອງພັນ 601 ແລະ ກອງຮ້ອຍ 3 ກອງພັນ 585 ທະຫານແຂວງຫົວພັນມາ ປະກອບເພີ່ມໃສ່ກອງຮ້ອຍ 279 ແລ້ວປະກາດສ້າງຕັ້ງເປັນ ກອງພັນ 279 ໃນວັນທີ 29 ສິງຫາ 1972 ເຊິ່ງປະກອບມີ 4 ກອງຮ້ອຍ, ໂດຍແມ່ນ ສະຫາຍ ປູນເກີນ ສີສົມບັດ ເປັນຫົວໜ້າການທະຫານ, ສະຫາຍ ບຸນລືມ ເປັນຮອງຫົວໜ້າການທະຫານ, ສະຫາຍ ຄຳອ້າວ ເປັນຫົວໜ້າການເມືອງ ແລະ ສະຫາຍ ບົວ ສ້ຽງ ຈຳປາພັນ ເປັນຮອງຫົວໜ້າການເມືອງ, ໜ້າທີ່ການເມືອງຂອງກອງພັນ 279 ໃນເວລານັ້ນ ນອກຈາກປ້ອງກັນອົງການການນຳສູນກາງແລ້ວ ຍັງໄດ້ເຄື່ອນໄຫວສູ້ຮົບ, ທັງເປັນກອງກຽດຕິຍົດຮັບໃຊ້ພິທີການຕ່າງໆອີກດ້ວຍ. ປີ 1973 ເປັນຄັ້ງທຳອິດທີ່ກອງພັນ 279 ໂດຍສະເພາະກອງຮ້ອຍກຽດຕິຍົດ ໄດ້ຕ້ອນຮັບທ່ານ ເລ ຍວນ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ທ່ານ ໂນໂຣດົມ ສີຫານຸ ກະຊັດແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ເດີນທາງມາຢ້ຽມຢາມເຂດປົດປ່ອຍ ທີ່ເມືອງວຽງໄຊ ແຂວງຫົວ ພັນ. ປີ 1974-1975 ເຊິ່ງເປັນໄລຍະປະຕິບັດ 3 ບາດຄ້ອນຍຸດທະສາດຂອງພັກ ກະກຽມຍຶດອຳນາດ ປົດປ່ອຍທົ່ວປະເທດ, ໃນເດືອນມັງກອນ 1975 ປະຕິບັດຕາມຄຳສັ່ງຂອງກອງບັນຊາການສູງສຸດ, ກອງພັນ 279 ໄດ້ຈັດຕັ້ງກຳລັງ 1 ກອງຮ້ອຍເຂົ້າເປັນທະຫານປະສົມ ຮ່ວມກັບຝ່າຍວຽງຈັນ ເຊິ່ງນຳໂດຍສະຫາຍ ບົວສ້ຽງ ຈຳປາພັນ ຕະຫຼອດໄລຍະເຂົ້າຮ່ວມປະສົມ ກົມກອງໄດ້ຄຽງບ່າຄຽງໄຫຼ່ກັບກົມກອງອື່ນ ຕໍ່ສູ້ກັບສັດຕູທຸກຮູບແບບ ແລະ ຕິດຕາມປ້ອງກັນການນຳສູນກາງໄດ້ມີຄວາມປອດໄພ 100% ສ້າງເງື່ອນໄຂໃຫ້ພວກເພີ່ນ ນຳພາຂະບວນຕໍ່ສູ້ກູ້ຊາດ ສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກ ຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫຼ່ງຕີນມືຢ່າງສົມບູນ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຄະນະພັກການທະຫານສູນກາງ ໄດ້ມີຄຳສັ່ງຍົກຍ້າຍກອງພັນ 279 ລົງມາປະຈຳການຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ເຮັດໜ້າທີ່ປ້ອງກັນອົງການການນຳ, ປ້ອງກັນບັນດາຈຸດຍຸດທະສາດທີ່ສຳຄັນ ແລະ ເຮັດໜ້າທີ່ຮັບໃຊ້ພິທີການຕ່າງໆ ຕາມການມອບໝາຍຂອງຂັ້ນເທິງ, ປີ 1978-1983 ໂດຍອີງໃສ່ທິດຊີ້ນຳ ກໍຄື ການມອບໝາຍໜ້າທີ່ຂອງກະຊວງປ້ອງກັນປະເທດ, ກອງພັນ 279 ໄດ້ສຸມໃສ່ປັບປຸງຕົນເອງຢ່າງຮອບດ້ານ, ທັງປະຕິບັດໜ້າທີ່ການເມືອງຂອງກົມກອງໃນການປ້ອງກັນອົງການການນຳພັກ-ລັດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມ, ງານບຸນສຳຄັນອື່ນໆ, ປ້ອງກັນສາງຄັງ ແລະ ຈຸດສຳຄັນຕ່າງໆ ໃນນີ້, ກົມກອງໄດ້ຈັດຕັ້ງກຳລັງປ້ອງກັນ ລົດຂົນສົ່ງລຳລຽງ ແຕ່ນະຄອນຫຼວງວຽງຈັນໄປເຖິງທຸກແຂວງ, ປ້ອງກັນເຮືອແຕ່ນະຄອນຫຼວງວຽງຈັນໄປຫຼວງພະບາງ, ໄປສະຫວັນນະເຂດ, ປາກເຊ, ປ້ອງກັນຍົນລຳລຽງຂົນສົ່ງວັດຖຸອຸປະກອນເຄື່ອງອຸປະໂພກຕ່າງໆ ຈາກສູນກາງໄປຫາທ້ອງຖິ່ນແຕ່ພາກເໜືອເຖິງພາກໃຕ້ ແລະ ໄດ້ເຄື່ອນໄຫວແກ້ໄຂບາງກໍລະນີ, ບາງເຂດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ອັດປ່ອງຂ້າມລອຍຂອງສັດຕູຢູ່ຈຸດຕ່າງໆ, ຜ່ານການປະຕິບັດໜ້າທີ່ຕົວຈິງສາມາດດັບສູນສັດຕູໄດ້ 15 ບັກ. ປີ 1987-1988 ກົມກອງໄດ້ຈັດຕັ້ງກຳລັງຈຳນວນໜຶ່ງ ປະສານສົມທົບກັບທະຫານທ້ອງຖິ່ນ ແຂວງວຽງຈັນ ເຄື່ອນໄຫວແກ້ໄຂກຸ່ມຄົນບໍ່ຫວັງດີຢູ່ເຂດພູ 3 ລ່ຽມ ເມືອງຮົ່ມ, ເມືອງອ້າວ ແລະ ລອງຊານ ເຂດພິເສດໄຊສົມບູນ ສາມາດດັບສູນສັດຕູໄດ້ 52 ບັກ ແລະ ໃນໄລຍະດຽວກັນນັ້ນ, ຍັງໄດ້ຈັດຕັ້ງກຳລັງ 1 ກອງຮ້ອຍ ເຂົ້າຮ່ວມບັ້ນຮົບບໍ່ແຕນ ແຂວງໄຊຍະບູລີ ເພື່ອເຮັດໜ້າທີ່ລຳລຽງຂົນສົ່ງອາວຸດຍຸດໂທປະກອບຮັບໃຊ້ແນວໜ້າ ທັງເປັນກຳລັງເກັ່ງກ້າເພື່ອສູ້ຮົບກັບສັດຕູ ທັງເຮັດໜ້າທີ່ປ້ອງກັນສູນບັນຊາຄະນະປະສົມ 2 ຝ່າຍ ລາວ-ໄທ ໃຫ້ມີຄວາມປອດໄພ 100%. ໃນໄລຍະເດືອນ ພຶດສະພາ ເຖິງເດືອນ ທັນວາ 1989 ກົມກອງໄດ້ຮັບໜ້າທີ່ໃຫ້ເຄື່ອນໄຫວອັດປ່ອງຂ້າມລອຍຂອງສັດຕູຢູ່ບ້ານຕອນຮຽງ ເມືອງຊະນະຄາມ ແຂວງວຽງຈັນ ສາມາດດັບສູນສັດຕູໄດ້ 2 ບັກ, ປີ 1995-1996 ໄດ້ເຄື່ອນໄຫວ ແລະ ປ້ອງກັນໂຄງການສຳຫຼວດນ້ຳງື່ມ 3 ຂອງບໍລິສັດ ອີຕາລຽນໄທ ມີຄວາມສະຫງົບປອດໄພ 100%.
ໄປພ້ອມກັນກັບການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ວິຊາສະເພາະຂອງກົມ ກອງນັ້ນ, ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງກົມກອງ, ປັບປຸງສະຖານທີ່ຄ້າຍຄູເປັນຕົ້ນແມ່ນ ຫ້ອງການ, ເຮືອນນອນ, ເຮືອນຄົວ, ໂດຍສະເພາະໃນໄລຍະປີ 1990 ເຖິງ ປີ 2002 ໄດ້ສຸມໃສ່ຂະບວນການແກ້ໄຂຊີວິດການເປັນຢູ່ດ້ວຍການເພີ່ມພູນຜະລິດຜົນ ຕາມທິດນຳ 4 ປູກ 4 ລ້ຽງຢ່າງເປັນຂະບວນຟົດຟື້ນ, ອັນພົ້ນເດັ່ນ ແລະ ເປັນມູນເຊື້ອຂອງກົມກອງ ແມ່ນການເຮັດສວນຄົວສາມາດຮັບປະກັນດ້ານພືດຜັກກຸ້ມກິນຕະຫຼອດປີ. ມາຮອດປີ 2003 ກອງພັນ 279 ໄດ້ຮັບການປະກາດຍົກລະດັບເປັນກອງພັນໃຫຍ່ 279 ຢ່າງເປັນທາງການ ໃນວັນທີ 23 ເມສາ 2003, ໃນເບື້ອງຕົ້ນປະກອບມີ 3 ກອງພັນຄື: ກອງພັນ 791, ກອງພັນ 792, ກອງພັນ 793, ມີ 5 ພະແນກການ ແລະ ມີ 1 ໝວດຂຶ້ນກັບ, ຄະນະບັນຊາໃນເວລານັ້ນປະກອບມີສະຫາຍ ພັນໂທ ທອງສູນ ສີສອນໄຊ ເປັນຫົວໜ້າການທະຫານ, ສະຫາຍ ພັນໂທ ຄຳອ່າງ ມະນີວົງ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ສີ ທະວີໄຊ ເປັນຮອງຫົວໜ້າການທະຫານ, ສະຫາຍ ພັນໂທ ມີໄຊ ອຸຕຸມທອງ ເປັນຮອງຫົວໜ້າການເມືອງ, ສະຫາຍ ພັນຕີ ເມກສະຫວັນ ແກ້ວດວງດີ ເປັນຮອງກອງພັນໃຫຍ່ ຮັບຜິດຊອບວິຊາການແກ່ວົງ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ຄະນະພັກ-ຄະນະບັນຊາກົມກອງກໍໄດ້ເສີດຊູ ແລະ ຍົກສູງຄວາມຮັບຜິດຊອບໃນການຊີ້ນຳ-ນຳພາພະນັກງານ-ນັກຮົບ ຜ່ານຜ່າຄວາມຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກວ່າກົມກອງຕັ້ງຢູ່ເຂດໃຈກາງນະຄອນຫຼວງວຽງຈັນດ້ານສະຖານທີ່ຄ້າຍຄູ, ຫ້ອງການ, ເຮືອນນອນ, ເຮືອນຄົວ ແລະ ອື່ນໆຍັງບໍ່ທັນຖາວອນ, ສະພາບແນວຄິດຈິດໃຈຂອງພະນັກງານ-ນັກຮົບຈຳນວນໜຶ່ງ ຍັງບໍ່ສິນເຄີຍກັບລະບົບບັນຊາຂັ້ນກອງພັນໃຫຍ່ ແຕ່ເຖິງຢ່າງໃດກໍຕາມ ຄະນະພັກ-ຄະນະບັນຊາກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດດ້ວຍຫຼາຍວິທີການ ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງດ້ານສະຖານທີ່ຄ້າຍຄູໃຫ້ຫັນເຂົ້າສູ່ລະບົບຖາວອນເທື່ອລະກ້າວ ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ນຳພາອົບຮົມ-ຫັດແອບຍຸດທະວິທີ, ການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງກົມກອງ. ໂດຍຜ່ານການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ມາໄດ້ໄລຍະໜຶ່ງ ແລະ ອີງໃສ່ສະພາບຈຸດພິເສດຂອງກົມກອງ ກໍຄື ທິດທາງການປັບປຸງກໍ່ສ້າງກອງທັບປະຊາຊົນລາວ, ກອງພັນໃຫຍ່ 279 ໄດ້ມີການປັບປຸງການຈັດຕັ້ງນຳພາ-ບັນຊາຫຼາຍຄັ້ງໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ, ໃນວັນທີ 26 ມິຖຸນາ 2015 ກອງພັນໃຫຍ່ 279 ໄດ້ປະກາດສ້າງຕັ້ງເພີ່ມຕື່ມ 3 ກອງພັນຄື: ກອງພັນ 794, ກອງພັນ 795 ແລະ ກອງພັນ 796, ຕໍ່ມາໄດ້ຍົກຍ້າຍກອງພັນ 796 ໄປຂຶ້ນກັບກົມໃຫຍ່ການເມືອງກອງທັບ ປັດຈຸບັນນີ້, ກອງພັນໃຫຍ່ 279 ປະກອບມີ 6 ພະແນກການ, 5 ກອງພັນ ແລະ 1 ກອງຮ້ອຍເອກະລາດ. ບົນເສັ້ນທາງແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 21 ປີຜ່ານມາ, ກອງພັນໃຫຍ່ 279 ໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກ, ເສຍສະຫຼະບໍ່ຈັກວ່າເທົ່າໃດ ໃນການເຮັດໜ້າທີ່ການ ເມືອງຂອງກົມກອງ, ເຄື່ອນໄຫວປ້ອງກັນອົງການການນຳຂອງພັກ-ລັດ, ປົກປັກຮັກສາທີ່ຕັ້ງ, ປ້ອງກັນກອງປະຊຸມ ແລະ ກິດຈະການສຳຄັນຕ່າງໆ ກໍຄື ປ້ອງກັນນະຄອນຫຼວງວຽງຈັນໃຫ້ມີຄວາມສະຫງົບ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ມີມູນເຊື້ອພິລະອາດຫານ ຮັບປະກັນ ຄຳຂວັນທີ່ວ່າ “ຮັບປະກັນ, ທັນເວລາ, ເອກະພາບ-ເຂັ້ມແຂງ” ເຊິ່ງສະແດງອອກຄື: ກົມກອງໄດ້ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດກົມກອງຮັບຜິດຊອບ ດ້ວຍຮູບການກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ສົມທົບກັບການເຮັດວຽກງານປ້ອງກັນຄວາມສະຫງົບ ເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ 18 ໝູ່ບ້ານໃນ 4 ຕົວເມືອງຂອງນະຄອນຫລວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານ, ໄດ້ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບ ໃນແຕ່ລະພາວະຢູ່ແຕ່ລະຂັ້ນຄົບຖ້ວນ, ເຂັ້ມງວດຕະຫຼອດ 24 ຊົ່ວໂມງ ເພື່ອກຽມພ້ອມແກ້ໄຂສະພາບການ ຫຼື ໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ກົມກອງໄດ້ເຄື່ອນໄຫວແກ້ໄຂສະພາບການກຸ່ມຄົນບໍ່ຫວັງດີທີ່ກໍ່ຄວາມບໍ່ສະຫງົບຢູ່ເຂດຊຳທອງ, ລ້ອງແຈ້ງ ເຂດພິເສດໄຊສົມບູນ ແລະ ບາງບ້ານເຂດໃຈກາງນະຄອນຫຼວງວຽງຈັນ ລວມ 7 ຄັ້ງ, ເດືອນກັນຍາ 2007 ໄດ້ຈັດຕັ້ງກຳລັງເຂົ້າຮ່ວມຕ້ານໄພນ້ຳຖ້ວມຢູ່ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ວັນທີ 12 ມິຖຸນາ 2012 ໄດ້ຈັດຕັ້ງກຳລັງ ແລະ ລົດດັບເພີງ 2 ຄັນ ສົມທົບກັບເຈົ້າໜ້າທີ່ ປກສ ເຂົ້າລະງັບເຫດໄຟໄໝ້ໂຮງງານປະກອບລົດດົງຈອງ ເມືອງໄຊເສດຖານະຄອນຫຼວງວຽງຈັນໄດ້ທັນການ. ນອກຈາກນັ້ນ, ກົມກອງຍັງໄດ້ຈັດຕັ້ງກຳລັງ ເຂົ້າຮ່ວມປ້ອງກັນກອງປະຊຸມສຳຄັນຕ່າງໆເຊັ່ນ: ກອງປະຊຸມບັນດາປະເທດໃຊ້ພາສາຝຣັ່ງ (ເປລັງໂກໂພນີ ຄັ້ງທີ 3 ປີ 2008), ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ X ປີ 2004, ກອງປະຊຸມ ໂອເຊໂລ ແລະ ໄອໂປ ປີ 2004, ງານມະຫາກຳກິລາອາຊຽນ ຄັ້ງທີ 25 ປີ 2009, ກອງປະຊຸມໃຫຍ່ຄັ້ງທີ X, XI ຂອງສູນກາງພັກ, ງານສະເຫຼີມສະຫຼອງນະຄອນຫຼວງວຽງຈັນ ຄົບຮອບ 450 ປີໃນປີ 2010, ປ້ອງກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງທີ VII ແລະ ຄັ້ງທີ VIII, ປ້ອງກັນກອງປະຊຸມ ASEP 7 ແລະ ASEM 9, ປ້ອງກັນງານມະຫາກຳກິລາມະຫາວິທະຍາໄລອາຊຽນຄັ້ງທີ XVI ທີ່ລາວຮັບກຽດເປັນເຈົ້າພາບໃນປີ 2012 ມີຄວາມສະຫງົບປອດໄພ 100% ໄປພ້ອມກັນນັ້ນ, ກົມກອງຍັງໄດ້ສຸມໃສ່ຊີ້ນຳ-ນຳພາ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງໂດຍສຸມໃສ່ວຽກງານພັກ-ວຽກງານການເມືອງ, ຍົກສູງວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ພະນັກງານສະມາຊິກພັກ ແລະ ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ພ້ອມກັນສູ້ຊົນເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ຈັດຕັ້ງເຝິກແອບ ສິລະປະຍຸດ-ຍຸດທະວິທີ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນເທື່ອລະກ້າວ, ມີລະບົບປະຈຳການແຕ່ລະຂັ້ນຢ່າງເຂັ້ມງວດ, ເພີ່ມທະວີສະຕິລະວັງຕົວ ແລະ ຍົກສູງລະດັບການກຽມພ້ອມສູ້ຮົບ ໃຫ້ມີຄຸນນະພາບໃໝ່ ເພື່ອກຽມພ້ອມຕອບຕ້ານ ແລະ ທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ. ດ້ານການຈັດຕັ້ງພັກ ໄລຍະແຕ່ປີ 2003-2013 ທົ່ວກອງພັນໃຫຍ່ 279 ສາມາດຕີລາຄາຄະນະພັກຮາກຖານເຂັ້ມແຂງຮູ້ນຳພາຮອບດ້ານ 3 ສະໄໝມີ 2 ຄະນະພັກຮາກຖານ, 2 ສະໄໝມີ 1 ຄະນະພັກຮາກຖານ, ໜ່ວຍພັກແຂງຮູ້ນຳພາຮອບດ້ານ 2 ສະໄໝມີ 3 ໜ່ວຍພັກ, 3 ສະໄໝມີ 5 ໜ່ວຍພັກ, 1 ສະໄໝມີ 3 ໜ່ວຍພັກ, ໄລຍະແຕ່ປີ 2014-2023 ທົ່ວກອງພັນໃຫຍ່ ມີ 10 ຄະນະພັກຮາກຖານ, ມີໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 35 ໜ່ວຍ, ມີໜ່ວຍພັກເອກະລາດ 2 ໜ່ວຍ, ດ້ານຄຸນນະພາບຂອງພັກ ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 24 ໜ່ວຍພັກ ແລະ ໜ່ວຍພັກກາງ 12 ໜ່ວຍພັກ. ໂດຍຍົກສູງຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ກໍຄື ຄະນະະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາກົມກອງ ເສີມຂະຫຍາຍມູນເຊື້ອສ້າງພະລາທິການກັບທີ່ ໂດຍຖືເອົາການປູກຝັງ-ລ້ຽງສັດເປັນຫຼັກ ແລະ ອີງໃສ່ເງື່ອນໄຂຕົວຈິງຂອງກົມກອງ ໃນນີ້, ໄດ້ສຸມໃສ່ການເຮັດສວນຄົວປູກພືດຜັກ ແລະ ລ້ຽງສັດປະເພດຕ່າງໆສະໜອງເຂົ້າເຮືອນຄົວລວມເປັນປົກກະຕິ, ກົມກອງສາມາດກຸ້ມກິນດ້ານພືດຜັກ 80% ແລະ ຊີ້ນປາ 50% ຕໍ່ປີ ໄປພ້ອມກັນນັ້ນ, ຍັງໄດ້ສູ້ຊົນປັບປຸງພັດທະນາກົມກອງເປັນຕົ້ນ ລະບົບຫ້ອງການ, ເຮືອນນອນ, ເຮືອນຄົວ, ເຮືອນກິນເຂົ້າ ແລະ ອື່ນໆ ຫັນເຂົ້າສູ່ລະບົບຖາວອນໄດ້ 85%. ປັດຈຸບັນ ມີຫ້ອງການຂອງກອງພັນໃຫຍ່ 1 ຫຼັງ, ຫ້ອງການກອງພັນນ້ອຍ 2 ຫຼັງ, ເຮືອນນອນ 8 ຫຼັງ, ສະໂມສອນ 3 ຫຼັງ, ເຮືອນມ້ຽນລົດ 9 ຫຼັງ ແລະ ລະບົບສາງ 4 ຫຼັງ, ກໍ່ສ້າງປະຕູໂຂງ, ກໍ່ສ້າງກຳແພງອ້ອມຄ້າຍຖາວອນ ລວມມູນຄ່າທັງໝົດ 28.277.534.332 ກີບ ໃນນັ້ນ, ມີທຶນກົມກອງກຸ້ມຕົນເອງ 9.833.476.000 ກີບ. ກອງພັນໃຫຍ່ 279 ໄດ້ຜ່ານຜ່າອຸປະສັກ ແລະ ແປວໄຟສົງຄາມຕໍ່ສູ້ກູ້ຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງໄດ້ຜົນງານ ແລະ ວິລະກຳອັນສະຫງ່າງາມ. ຈາກຜົນງານດັ່ງກ່າວ ມັນໄດ້ຊຸບຫຼໍ່ໃຫ້ພະນັກງານ-ນັກຮົບ ກາຍເປັນນັກຮົບແຂ່ງຂັນ, ນັກຮົບທີ່ດີເດັ່ນ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຖະບານຢ່າງສົມກຽດ ດ້ວຍການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆ ສະແດງອອກຜົນງານການຍ້ອງຍໍແຕ່ປີ 1961-2003 ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ I ຈຳນວນ 2 ໜ່ວຍ, ຊັ້ນ III ຈຳນວນ 9 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 1 ໜ່ວຍ, ຊັ້ນ III ຈຳນວນ 1 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II ຈຳນວນ 4 ໜ່ວຍ, ຊັ້ນ III ຈຳນວນ 10 ໜ່ວຍ, ໃບຍ້ອງຍໍລັດຖະບານ 6 ໃບ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 4 ໃບ, ກົມໃຫຍ່ການເມືອງກອງທັບ 10 ໃບ, ເປັນນັກຮົບແຂ່ງຂັນ 3 ສະຫາຍຄື: ສະຫາຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ, ສະຫາຍ ຮ້ອຍເອກ ຄຳຫຼ້າ ມະນີຈັນ, ສະຫາຍ ຮ້ອຍໂທ ທອງສຸກ, ຜົນງານຍ້ອງຍໍແຕ່ປີ 2003-2013 ມີຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II ຈຳນວນ 1 ໜ່ວຍ, ຊັ້ນ III ຈຳນວນ 1 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 1 ໜ່ວຍ, ຊັ້ນ III ຈຳນວນ 2 ໜ່ວຍ ແລະ ຫຼຽນກາແຮງງານ 1 ໜ່ວຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ