
ໂຮງຮຽນ ນາຍສິບເຫຼົ່າຮົບຈັດຕັ້ງ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 30 ປີ
ເວລາອອກຂ່າວ: 2024-10-04 14:10:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1376 | ຄວາມນິຍົມ:
ໃນວັນທີ 4 ຕຸລາ 2024 ນີ້, ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຈັດຕັ້ງ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັນເອກ ຄຳຈັນ ແສນມະນີ ຫົວໜ້າການທະຫານ ໂຮງຮຽນນາຍສິບເຫຼົ່າຮົບ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ,ນັກຮຽນ-ນັກສຶກສາເຂົ້າ ຮ່ວມ.
ສະຫາຍ ປະທານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດເພື່ອໃຫ້ພະນັກງານ,ຄູ-ອາຈານ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ ຕະຫຼອດໄລຍະ 30 ປີຜ່ານມາ( 7 ຕຸລາ 1994-7ຕຸລາ 2024) ເພື່ອເປັນການລະນຶກເຖິ່ງ ຄວາມກະຕັນຍູຮູ້ບຸນຄຸນ ຄູ-ອາຈານ ໃນທົ່ວສັງຄົມໃຫ້ກາຍມາເປັນພຶດຕິກຳ ຕົວຈິງລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາຂອງ ທຸກໆປີ ເປັນວັນຄູແຫ່ງຊາດລາວ, ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດ ເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູທີມີຕໍ່ປະເທດ ຊາດ, ຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນ ວຽກງານສຶກສາເທົ່ານັ້ນ ແຕ່ຫາກຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດເຂົ້າໃນພາລະກິດ ການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະວັນທະນາຖາວອນຂອງປະເທດ ຊາດ, ວັນຄູແຫ່ງຊາດ ຍັງເປັນວັນແຫ່ງຄວາມເອກອ້າງທະນົງ ໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ, ເປັນວັນແຫ່ງການເສີມຂະຫຍາຍມູນ ເຊື້ອຂອງຄູຄຳ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ, ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນເພື່ອພະລະກິດການ ສຶກສາແຫ່ງຊາດລາວຂອງພວກເຮົາ.
ໃນພິທິ ຕາງໜ້ານັກຮຽນ-ນັກສຶກສາ ໄດ້ຂຶ້ນອ່ານສານອວຍພອນ ແລະ ມອບກະຕ່າຂອງຂວັນໃຫ້ແກ່ຄະນະພັກ-ຄະນະອຳນວຍການຕະຫຼອດຮອດຄູ- ອາຈານຕື່ມອີກ.
ໂດຍ: ພະແນກໂຄສະນາ ຮຮ ນາຍສິບເຫຼົ່າຮົບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ