ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ວິທະຍາຄານນາຍທະຫານບົກກົມມະດຳຕ້ອນຮັບຄະນະຊ່ຽວຊານຈີນ
ເວລາອອກຂ່າວ: 2024-10-04 14:18:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1188 | ຄວາມນິຍົມ:



ວັນທີ 1 ຕຸລາ 2024 ນີ້, ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ພະແນກການທີ່ກຽ່ວຂ້ອງໄດ້ຕ້ອນຮັບ ສະຫາຍ ພັນໂທ ໂຈສຸຍຊິງ ຫົວໜ້າຊ່ຽວຊານຈີນ ພ້ອມດ້ວຍຄະນະ, ທີ່ມາປະຈຳຢູ່ວິທະຍາຄານ. ສະຫາຍ ຫົວໜ້າການເມືອງ ວິທະຍາຄານ ນາຍທະຫານບົກກົມມະດຳ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຊ່ຽວຊານຈີນ ທີ່ມາເຮັດວຽກຢູ່ ວນກ ໃນຄັ້ງນີ້ ພ້ອມທັງລາຍງານກ່ຽວກັບຈຸດພິເສດ, ທີ່ຕັ້ງ, ພາລະ ບົດບາດ ຂອງວິທະຍາຄານນັບແຕ່ມື້ສ້າງຕັ້ງໂຮງຮຽນຈົນມາເປັນ ວິທະຍາຄານ ນາຍທະຫານບົກ ກົມມະດຳ ໃນປັດຈຸບັນ, ເຊິ່ງວິທະຍາຄານແຫ່ງນີ້ມີໜ້າທີ່ຫຼໍ່ຫຼອມກໍ່ສ້າງນາຍທະຫານບັນຊາ-ນຳພາໃຫ້ແກ່ກຳລັງຫຼວງແລະກຳລັງທ້ອງຖິ່ນໃນທົ່ວປະເທດ ຕະຫຼອດໄລຍະຜ່ານມາ ວນກ ໄດ້ຮັບການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນ ເປັນຕົ້ນແມ່ນໄດ້ຮັບການຊ່ວຍເຫຼືອທາງດ້ານການເຝິກອົບຮົມ, ໂຄງການຫຼັກສູດການຮຽນ-ການສອນ ໃຫ້ແກ່ ວນກ ພ້ອມນັ້ນ, ແຕ່ລະປີຍັງໄດ້ໃຫ້ທຶນແກ່ພະນັກງານ, ຄູ-ອາຈານໄປສຶກສາຮ່ຳຮຽນບຳລຸງກໍ່ສ້າງຢູ່ບັນດາໂຮງຮຽນແລະວິທະຍາຄານຕ່າງໆຂອງກອງທັບປົດປ່ອຍປະຊາຊົນຈີນຕື່ມອີກ. ເຊິ່ງທັງໝົດເຫຼົ່ານັ້ນ ມັນໄດ້ສະແດງເຖິງການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດ. ເວົ້າລວມ, ເວົ້າສະເພາະ ແມ່ນສ້າງພະນັກງານຮຸ່ນສືບທອດໃຫ້ມີຄຸນນະພາບທີ່ດີຂອງກອງທັບປະຊາຊົນລາວ. ໂອກາດດຽວກັນນັ້ນ, ສະຫາຍ ພັນໂທ ໂຈສຸຍຊິງ ຫົວໜ້າຊ່ຽວຊານຈີນ ໄດ້ຕາງໜ້າໃຫ້ຄະນະກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຕາມແຜນການທີ່ວາງໄວ້ ພ້ອມທັງກ່າວເຖິງຄວາມສາມັກຄີສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງກອງທັບ ລາວ-ຈີນ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ. ໂດຍ: ລຸນທອງ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ