ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຄະນະພັກຮາກຖານຫ້ອງການເມືອງ ທະຫານແຂວງຜົ້ງສາລີ ສໍາກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III
ເວລາອອກຂ່າວ: 2024-10-04 14:21:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1522 | ຄວາມນິຍົມ:



ວັນທີ 2 ຕຸລາ 2024 ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີ ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກ ກອງບັນຊາການທະຫານແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການເມືອງ, ມີຮອງເລຂາຄະນະພັກຮາກຖານ, ຄະນະຮັບຜິດຊອບກອງປະຊຸມ, ເລຂາຄະນະພັກຮາກຖານອ້ອມຂ້າງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ສະຫາຍ ພັນໂທ ສົມພັນ ແກ້ວເພັງສີ ຮອງຫົວໜ້າຫ້ອງເສນາທິການ, ຄະນະຮັບຜິດຊອບກອງປະຊຸມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການອະນຸມັດໃຫ້ຄະນະພັກຮາກຖານຫ້ອງການເມືອງ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ສະຫາຍ ພັນເອກ ສົມຈັນ ລອດສຸລີ ໄດ້ຜ່ານບົດລາຍງານການເມືອງ 2 ພາກ, ຄະນະພັກຮາກຖານຫ້ອງການເມືອງແມ່ນຄະນະພັກຮາກຖານໜຶ່ງທີ່ເຮັດໜ້າທີ່ເປັນເສນາທິການກໍ່ສ້າງກໍາລັງທາງດ້ານການເມືອງ, ປະຕິບັດໜ້າທີ່ກໍ່ສ້າງພັກ-ກໍ່ສ້າງພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ເຮັດໜ້າທີ່ປົກປ້ອງກົດໝາຍ, ໂຄສະນາສຶກສາອົບຮົມ, ປຸກລະດົມ, ກໍ່ສ້າງຮາກຖານການເມືອງຜັນຂະຫຍາຍແນວທາງຂອງພັກວາງອອກໃນແຕ່ລະໄລຍະ, ແຜນງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ປຸກລະດົມໃຫ້ສະມາຊິກພັກ ມີຄວາມຕື່ນຕົວທາງດ້ານການເມືອງ, ເສີມຂະຫຍາຍສິດເປັນເຈົ້າຂອງພະນັກງານ-ສະມາຊິກພັກ ໂດຍຖືເອົາການກໍ່ສ້າງພັກ, ກໍ່ສ້າງພະນັກງານສືບທອດປ່ຽນແທນເປັນສໍາຄັນ, ສຶກສາອົບຮົມແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຂອງພັກ, ຕັ້ງໜ້າຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນພາລະບົດບາດ, ຍຶດໝັ້ນແນວທາງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ໄດ້ຖືສໍາຄັນການນໍາພາ-ຊີ້ນໍາປັບປຸງພັກທາງດ້ານແນວຄິດດ້ວຍຫຼາຍຮູບຫຼາຍວິທີຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມກັບການປະຕິບັດໜ້າທີ່ການເມືອງຂອງຕົນມີຜົນສໍາເລັດ ແລະ ມີປະສິດທິຜົນສູງ, ປັດຈຸບັນມີ 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ໃນນີ້, ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕໍ່ເນື່ອງ 4 ໜ່ວຍພັກ. ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດບັດເລືອກຕັ້ງເອົາເລຂາ, ຮອງເລຂາ, ຄະນະພັກຮາກຖານຊຸດໃໝ່, ເຊິ່ງກອງປະຊຸມໄດ້ເປັນເອກະສັນເລືອກເອົາ: ສະຫາຍ ພັນເອກ ສົມຈັນ ລອດສຸລີ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຄໍາເຮົ້າ ສຸຍະລາດ ເປັນຮອງເລຂາ, ສະຫາຍ ພັນໂທ ພອນ ສານສຸກ ເປັນຄະນະ, ສະຫາຍ ພັນໂທ ນາງ ພອນມະລີ ສຸວົງໄຊ ເປັນຄະນະ ທັງເປັນປະທານກວດກາ, ສະຫາຍ ພັນໂທ ໄມ່ແປງ ວິໄລຈັກ ເປັນຄະນະ ແລະ ຮອງປະທານກວດກາ, ສະຫາຍ ພັນໂທ ວັນສຸກ ໄຊຍະລາດ ແລະ ສະຫາຍ ພັນໂທ ໜໍແກ້ວ ຈາຍອດ ເປັນຮອງປະທານກວດກາ. ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການນໍາພາຂອງຄະນະພັກຮາກຖານຫ້ອງການເມືອງຊຸດເກົ່າ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ຈົ່ງສືບຕໍ່ນໍາພາ-ຊີ້ນໍາ, ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມກໍາແໜ້ນມະຕິ, ຂໍ້ກໍານົດ, ກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງ, ບັນດາກົມກອງຕິດພັນກັບທ່າສະໜາມ 3 ຂັ້ນຂອງປະຊາຊົນ, ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ, ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ພ້ອມກັນປັບປຸງກໍ່ສ້າງພະນັກງານນໍາພາ-ຊີ້ນໍາບັນດາໜ່ວຍພັກທີ່ຂຶ້ນມີຄວາມຮັບຜິດຊອບ, ຕິດຕາມຊຸກຍູ້ປະຕິບັດກົດລະບຽບຂອງພັກກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບປະກັນການເພິ່ງຕົນເອງ, ກຸ້ມຕົນເອງທາງດ້ານພະລາທິການ, ພົວພັນຮ່ວມມືກັບຕ່າງປະເທດເພື່ອນມິດຍຸດທະສາດໃນການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານດ້ານຕ່າງໆ, ພ້ອມກັນຕັ້ງໜ້າຜັນສະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເຂົ້າສູ່ຊິວິດຕົວຈິງໃຫ້ເປັນແຜນການ, ໂຄງການລະອຽດຈະແຈ້ງ ແລະ ມີຜົນສໍາເລັດເປັນກ້າວໆ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ