
ກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2024-10-04 14:38:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1605 | ຄວາມນິຍົມ:
ກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຄັ້ງທີ I ໄດ້ຈັດຂຶ້ນ ໃນວັນທີ 2 ຕຸລາ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮຈ ປອ ຄໍາຜາຍ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ ຈາກຫ້ອງການ, ພະແນກການ, ແຂກຖືກເຊີນ ແລະ ຜູ້ແທນຊາວໜຸ່ມທົ່ວໂຮງຮຽນທິດສະດີການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາວັນ ຫອມທອນໄຊ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ຄັ້ງທີ I ແລະ ຜົນງານຕ່າງໆທີ່ສ້າງມາໄດ້ໃນ 5 ປີຜ່ານມາ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ທົ່ວກອງທັບ ຄັ້ງທີ VIII ກໍ່ຄືການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໂດຍປິ່ນອອ້ມ 4 ໜ້າທີ່ໃຫ່ຍ 26 ແຜນງານຂອງຄະນະພັກກະຊວງວາງອອກ ໄດ້ມີຜົນສໍາເລັດໃນຫຼາຍດ້ານ, ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນປັດໃຈພື້ນຖານທີ່ສໍາຄັນຂອງພັກເພື່ອສຶກສາໃຫ້ພະນັກງານ - ສະມາຊິກຊາວໜຸ່ມ ກາຍເປັນກໍາລັງແຮງນໍາໜ້າປະຈັນບານ ເປັນຜູ້ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າທີ່ການເມືອງຂອງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ແຕ່ລະໄລຍະດ້ວຍປະສິດທິພາບສູງ, ໄດ້ຮັບການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານມີຄວາມຈົງຮັກພັກດີ ແລະ ກ້າວເດີນຕາມອຸດົມການຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ມີນໍ້າໃຈຮັກຊາດຮັກບ້ານເກີດບ້ານເມືອງຂອງຕົນມີແນວຄິດຕື່ນຕົວ ແລະ ກະຕືລືລົ້ນຕໍ່ຜົນງານດ້ານຕ່າງໆ. ໃນທົ່ວໂຮງຮຽນທິດສະດີການເມືອງກອງທັບມີ 01 ພະແນກຊາວໜຸ່ມ ແລະ 08 ໜ່ວຍເອກະລາດຂຶ້ນກັບພະແນກຊາວໜຸ່ມ, ມີສະມາຊິກຊາວໜຸ່ມ ເພີ່ມຂຶ້ນ 43,49%, ທຽບໃສ່ປີ 2019. ໃນຊຸມປີຜ່ານມາພະແນກຊາວໜຸ່ມສາມາດເສີມຂະຫຍາຍໄດ້ບົດບາດການນໍາພາ ແລະ ປັບປຸງແບບແຜນວິທີເຮັດວຽກໄດ້ຕາມລະບົບຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບຫຼັກການ ເຫັນໄດ້ເຖິງການເຕີບໃຫຍ່ເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ຊຸກຍູ້ສົ່ງເສີມຊາວໜຸ່ມ-ໄວໜຸ່ມໃນທຸກດ້ານ ບວກໃສ່ກັບຄວາມບຸກບືນຫ້າວຫັນໃນການພັດທະນາຕົນເອງເຮັດໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຫຼາຍສະຫາຍໄດ້ກາຍເປັນພະນັກງານຫຼັກແຫຼ່ງ ແລະ ໄດ້ຮັບມອບໝາຍໜ້າທີ່ສໍາຄັນຢູ່ແຕ່ລະຂັ້ນ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 04 ບຸກ ແມ່ນໄດ້ຊຸກຍູ້ສົ່ງເສີມເປັນປະຈໍາ ແລະ ຕໍ່ເນື່ອງ, ໄດ້ຮັບນາມມະຍົດ 4 ບຸກ 03 ຄັ້ງ, ຊາວໜຸ່ມໄດ້ເຂົ້າຮ່ວມຂະບວນກິລາ, ສິລະປະ ແລະ ປະກວດນັກຮ້ອງ-ຂັບລໍາສຽງດີ ທົ່ວໂຮງຮຽນທິດສະດີການເມືອງກອງທັບ. ໂອກາດດັ່ງກ່າວ ໄດ້ມອບໃບຢັ້ງຢືນ ນາມມະຍົດ 4 ບຸກ ປະຈໍາປີ 2023 ຕື່ມອີກ.
ສະຫາຍ ພົນຈັດຕະວາ ຮຈາ ປອ ຄໍາຜາຍ ສະພັງເໜືອ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການຊີ້ນໍາ-ນໍາພາ ຢ່າງມີຜົນສໍາເລັດຂອງພະແນກຊາວໜຸ່ມ, ອົງການຈັດຕັ້ງຊາວໜຸ່ມທຸກຂັ້ນ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ທີ່ພ້ອມກັນເຮັດສໍາເລັດພາລະກິດທີ່ໄດ້ຮັບມອບໝາຍ. ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຍົກສູງບົດບາດການເຝິກຝົນຫຼໍ່ຫຼອມຕົນເອງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ເປັນໄພຄຸກຄາມຕໍ່ອົງການຈັດຕັ້ງຊາວໜຸ່ມ, ເອົາໃຈໃສ່ປັບປຸງກໍ່ສ້າງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ. ເພີ່ມທະວີຄວາມສາມັກຄີພາຍໃນຕິດພັນກັບການປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ. ປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບໜ້າທີ່ການເມືອງຂອງກົມກອງຢ່າງຕັ້ງໜ້າ. ເພື່ອສ້າງໃຫ້ໄດ້ພະນັກງານຮຸ່ນສືບທອດພາລະກິດການປະຕິວັດຢ່າງຕໍ່ເນື່ອງ, ດັ່ງຄໍາຂວັນທີວ່າ “ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດພາລະກິດປະຕິວັດ”.
ພາບ+ຂ່າວ: ຮ້ອຍໂທ ນ. ເກດແກ້ວ ໄຊສົມພັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ