
ຮອງປະທານສະພາແຫ່ງຊາດ ຕ້ອນຮັບ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-10-08 15:04:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1069 | ຄວາມນິຍົມ:
ໃນວັນທີ 7 ຕຸລາ 2024 ນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າພົບຂອງ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ນໍາພາໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະ.
ຈຸດປະສົງ ກໍເພື່ອລາຍງານກ່ຽວກັບການປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຈາກຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ໃນທ້າຍເດືອນກັນຍາຜ່ານມາ, ເຊິ່ງມີ 7 ສະຫາຍ ໃນນັ້ນ, ປະກອບມີ ແມ່ຍິງ 3 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ສະຫາຍ ພົນຈັດຕະວາ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ.
ໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທັງ 3 ສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນ ໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງພາລະບົດບາດຂອງເອື້ອຍນ້ອງແມ່ຍິງລາວ ແລະ ເປັນປະຫວັດສາດ ໃຫ້ແກ່ແມ່ຍິງລາວ ທັງເປັນຕົວແທນຂອງແມ່ຍິງລາວບັນດາເຜົ່າ ທີ່ໄດ້ຮັບການມອບໝາຍໜ້າທີ່ຢ່າງສົມກຽດ ເວົ້າລວມ, ເວົ້າສະເພາະ ເອື້ອຍນ້ອງແມ່ຍິງໃນກອງທັບ ໄດ້ຮັບການຍົກສູງຂຶ້ນ, ສະແດງເຖິງການພັດທະນາຕົນເອງຢ່າງຮອບດ້ານ ເພື່ອກ້າວຂຶ້ນສູ່ຕໍາແໜ່ງນໍາພາ-ຕັດສິນບັນຫາ. ຈາກນັ້ນ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ເນັ້ນໜັກໃຫ້ທັງ 3 ສະຫາຍ ກໍຄື ເອື້ອຍນ້ອງແມ່ຍິງກະຊວງປ້ອງກັນປະເທດ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ແທດເໝາະກັບສະພາບຕົວຈິງ, ເປັນຫຼັກແຫຼ່ງໃນການນໍາພາຈັດຕັ້ງປະຕິບັດວຽກງານ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນປັບປຸງກໍ່ສ້າງການຈັດຕັ້ງສະຫະພັນແມ່ຍິງໃນກອງທັບ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝເທື່ອລະກ້າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ