
ມອບເຄື່ອງບໍລິໂພກໃຫ້ກົມສູ້ຮົບ ເພື່ອຮັບໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ
ເວລາອອກຂ່າວ: 2024-10-08 16:04:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1486 | ຄວາມນິຍົມ:
ໃນວັນທີ 8 ຕຸລາ 2024 ນີ້, ຄອບຄົວ ທ່ານ ຈະເລີນໄຊ ແລະ ຄອບຄົວ ທ່ານ ຄໍາຫຼ້າ ໄດ້ນໍາເອົານໍ້າດື່ມ ຈໍານວນ 50 ແພັກ, ໝີ່ໄວໄວ 5 ແກັດ, ກາເຟ 5 ຖົງ ແລະ ໂອວັນຕິນ 5 ຖົງ ລວມມູນຄ່າທັງໝົດ 4.950.000 ກີບ ມອບໃຫ້ກົມສູ້ຮົບ ເພື່ອຊຸກຍູ້ປະກອບສ່ວນນໍາໃຊ້ເຂົ້າໃນວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເຮົາເປັນເຈົ້າພາບ. ໂດຍການກ່າວຮັບຂອງ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄອບຄົວ ທ່ານ ຈະເລີນໄຊ ແລະ ຄອບຄົວ ທ່ານ ຄໍາຫຼ້າ ທີ່ໄດ້ນໍາເອົາເຄື່ອງບໍລິໂພກ ດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ຈະນໍາເອົາເຄື່ອງດັ່ງກ່າວໄປຮັບໃຊ້ເຂົ້າໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນໃຫ້ມີຜົນປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ