
ປິດຊຸດເຝິກອົບຮົມວິຊາສະເພາະ ໃຫ້ພະນັກງານ ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2024-10-09 14:15:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1435 | ຄວາມນິຍົມ:
ວັນທີ 08 ຕຸລາ 2024 ນີ້, ຢູ່ທີ່ຮ່າໂນ້ຍ ສສ ຫວຽດນາມ ຫໍພິພິທະພັນປະຫວັດສາດການທະຫານກອງທັບປະຊາຊົນຫວຽດນາມ ຮ່ວມກັບສູນ 871 ໄດ້ຈັດຕັ້ງພິທີປິດຊຸດເຝິກອົບຮົມວຽກງານພິພິທະພັນ ໃຫ້ແກ່ພະນັກງານ ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ. ເຂົ້າຮ່ວມ ມີສະຫາຍ ພັນເອກ ພິເສດ ເລ ຫວູ ຮຸ່ຍ ຫົວໜ້າອໍານວຍຫໍພິພິທະພັນປະຫວັດສາດການທະຫານກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ພິເສດ ນາງ ດັ່ງ ໝີ ແຫ້ງ ຫົວໜ້າຫ້ອງການສິລະປະວັດທະນະທໍາ ກົມໂຄສະນາ ກົມໃຫຍ່ການເມືອງກອງທັບຫວຽດນາມ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າຄະນະເຝິກອົບຮົມ, ມີຜູ້ຕາງໜ້າຫ້ອງການກົມໃຫຍ່ການເມືອງກອງທັບຫວຽດນາມ ແລະ ຄະນະພັກ-ຄະນະບັນຊາສູນ 871, ມີພະນັກງານຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ, ພະນັກງານຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ບໍລິເວນທາງເລກ 9 ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ຜ່ານການເຝິກອົບຮົບ ແລະ ເຄື່ອນໄຫວທັດສະນະຢ້ຽມຢາມຕົວຈິງຢູ່ ຫໍພິພິທະພັນປະຫວັດສາດການທະຫານກອງທັບຫວຽດນາມ ແຫ່ງໃໝ່, ຫໍພິພິທະພັນທະຫານເຮືອ, ຫໍພິພິທະພັນ ກວາງນິງ ແລະ ການຂຶ້ນຫ້ອງຮັບຟັງການສະເໜີເອກະສານ 2 ຫົວຂໍ້ ສໍາຄັນຄື: ປະສົບການໃນວຽກງານຄຸ້ມຄອງຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ, ຫໍມູນເຊື້ອ ກອງທັບປະຊາຊົນ ຫວຽດນາມ ຂອງຜູ້ມີບົດຮຽນຜ່ານມານັ້ນ, ພວກເຮົາຕີລາຄາສູງ ຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນການໂຄສະນາເຜີຍແຜ່ມູນເຊື້ອປະຫວັດສາດການສູ້ຮົບ, ຕີຕ້ານສັດຕູຜູ້ຮຸກຮານແຕ່ລະຍຸກສະໄໝ ເພື່ອຍາດເອົາເອກະລາດ ມາໃຫ້ປະເທດຊາດ ແລະ ປະຊາຊົນຫວຽດນາມ. ພ້ອມກັນນັ້ນ, ກອງທັບປະຊາຊົນຫວຽດນາມ ຍັງມີມາດຕະການຍົກສູງການຄຸ້ມຄອງຫໍພິພິທະພັນ, ຫໍມູນເຊື້ອ ແລະ ຖືເອົາວຽກງານດັ່ງກ່າວເປັນບົດບາດສໍາຄັນໃນການເຄື່ອນໄຫວສຶກສາອົບຮົມການເມືອງ, ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ບົດຮຽນການສູ້ຮົບອັນພິລະອາດຫານ-ມີໄຊ ແລະ ຈົດຈໍາລໍ້າລຶກບັນດາວີລະກໍາ ແລະ ຜົນງານອັນຫຍິ່ງໃຫຍ່ຂອງວິລະຊົນແຫ່ງຊາດ ແລະ ນັກຮົບປະຕິວັດຮຸ້ນກ່ອນໄວ້ຢ່າງບໍ່ມີວັນຫຼົງລືມ.
ຊຸດອົບຮົມໄລຍະສັ້ນໃນຄັ້ງນີ້ ສາມາດຍາດໄດ້ບົດຮຽນວຽກງານການຄຸ້ມຄອງ ແລະ ປະສົບການທາງດ້ານວິຊາການ, ວິຊາສະເພາະ ໃນວຽກງານຫໍພິພິທະພັນ ແລະ ຫໍມູນເຊື້ອໃນກອງທັບ ເພື່ອນໍາເອົາບົດຮຽນເລົ່ານີ້ໄປຜັນຂະຫຍາຍ ແລະ ປັບປຸງຮັບໃຊ້ເຂົ້າໃນກົມກອງ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງມີຄວາມທັນສະໄໝ. ຕອນທ້າຍຫົວໜ້າຄະນະທັງສອງຝ່າຍກໍ່ໄດ້ອວຍພອນເຊິ່ງກັນ ແລະ ກັນ ເປັນການຜູກແໜ້ນຄວາມສາມັກຄີຮັກແພງມິດຕະພາບອັນຫຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ໂດຍ: ວົງເພັດ ສົມມະນີວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ