
ວຕກ ຈັດຕັ້ງ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 30 ປີ
ເວລາອອກຂ່າວ: 2024-10-09 15:34:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1511 | ຄວາມນິຍົມ:
ວັນທີ 9 ຕຸລາ 2024 ນີ້, ວິທະຍາຄານເຕັກນິກການທະຫານກອງທັບ (ວຕກ) ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຜູ້ອຳນວຍການຫົວໜ້າການເມືອງວິທະຍາຄານເຕັກນິກການທະຫານກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດ-ທົດລອງ, ກອງພັນນັກສຶກສາ, ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາເຜີຍ ທໍາມະນີວົງ ຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດເພື່ອເຮັດໃຫ້ພະນັກງານ-ຄູ-ອາຈານ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ ຕະຫຼອດໄລຍະ 30 ປີຜ່ານມາ ( 7 ຕຸລາ 1994-7ຕຸລາ 2024) ເພື່ອເປັນການລະນຶກເຖິ່ງ ຄວາມກະຕັນຍູຮູ້ບຸນຄຸນ, ສະນັ້ນ ຄູ-ອາຈານຢູ່ ວຕກ ຈຶ່ງໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ ນີ້ຂຶ້ນ ເພື່ອເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູທີມີຕໍ່ປະເທດຊາດ, ຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານສຶກສາທໍ່ນັ້ນ ແຕ່ຫາກຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດເຂົ້າໃນພາລະກິດ ການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ວັນທະນາຖາວອນຂອງປະເທດຊາດ, ວັນຄູແຫ່ງຊາດ ຍັງເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ, ເປັນວັນແຫ່ງການເສີມຂະຫຍາຍມູນເຊື້ອຂອງຄູ ຄຳ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ, ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນເພື່ອພະລະກິດການສຶກສາແຫ່ງຊາດລາວຂອງພວກເຮົາ.
ໂອກາດດຽວກັນນີ້ ສະຫາຍ ພັນໂທ ແສງພະຈັນ ຄຸດຕະວົງ ຮອງຫົວໜ້າ ຫ້ອງການເມືອງ ວຕກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ວິທະຍາຄານເຕັກນິກການທະຫານກອງທັບ ວ່າດ້ວຍ ການຍ້ອງຍໍ ຄູສອນດີ-ສອນເກັ່ງຈຳນວນ 42 ສະຫາຍ. ໃນນີ້ມີຍ້ອງຍໍປະເພດ 1 ມີ 7 ສະຫາຍ, ຍ້ອງຍໍປະເພດ 2 ມີ 14 ສະຫາຍ, ຍ້ອງຍໍປະເພດ 3 ມີ 21 ສະຫາຍ. ໃນພິທິ ນັກຮຽນ-ນັກສຶກສາ ກໍ່ໄດ້ຂຶ້ນອ່ານສານອວຍພອນ ແລະ ມອບກະຕ່າຂອງຂວັນໃຫ້ແກ່ຄູ ອາຈານຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ