
ກອງປະຊຸມທ້າຍສະໄໝທີ່ V ຂອງຄະນະພັກຮາກຖານຫ້ອງການ ທະຫານ ແຂວງຫຼວງພະບາງ.
ເວລາອອກຂ່າວ: 2024-10-09 15:47:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1717 | ຄວາມນິຍົມ:
ວັນທີ 9 ກັນຍາ 2024 ນີ້, ຄະນະພັກຮາກຖານຫ້ອງການກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາປະເມີນການຈັດຕັ້ງນຳພາ - ຊີ້ນໍາທ້າຍສະໄໝທີ່ V, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ກໍາມະການພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີ ສະຫາຍ ພັນໂທ ແຕ່ງເງິນ ວົງພະຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການກອງບັນຊາການ, ມີຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກພາຍໃນອົງການເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັນໂທ ສິງທອງ ອິນທະວອງ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງ,ໄດ້ໃຫ້ຮູ້ວ່າ: ຄະນະພັກຮາກຖານຫ້ອງການກອງບັນຊາການ ເປັນອົງການຮັບໃຊ້ໃນການບໍລິຫານວຽກງານຕ່າງໆຂອງຄະນະພັກກອງບັນຊາການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງທາງດ້ານວຽກງານວິຊາສະເພາະ, ມີໜ້າທີ່ປະສານສົມທົບລະຫ່ວາງຄະນະພັກຂັ້ນເທິງກັບຂັ້ນລຸ່ມ, ນໍາເອົາຂໍ້ສະເໜີຕ່າງໆຈາກຊັ້ນລຸ່ມລາຍງານໃຫ້ຂັ້ນເທິງ ເພື່ອຄົ້ນຄວ້າພິຈາລະນາ ແລ້ວນໍາເອົາຄໍາຄິດເຫັນຈາກຂັ້ນເທິງ ລົງມາເຜີຍແຜ່ໃຫ້ຂັ້ນລຸ່ມ, ໃນຕະຫຼອດໄລຍະຜ່ານມາຄະນະພັກໄດ້ເອົາໃຈໃສ່ນຳພາ - ຊີ້ນຳ ວຽກງານເຮັດໃຫ້ສະພາບມີຄວາມໝາຍງົບ, ອົບຮົມ-ຫັດແອບ ປັບປຸງລະບຽງແບບແຜນ ຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ, ຈັດຕັ່ງກຳລັງປະຈຳການກຽມພ້ອມສູ່ຮົບ ແລະ ກອບກູ້ໄພພິບັດທໍາມະຊາດ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືຶອງ-ນຳພາແນວຄິດຂອງພະນັກງານ - ນັກຮົບຢ່າງຕໍ່ເນື່ອງເລິກເຊິງ, ພ້ອມທັງກໍ່ສ້າງພັກ - ກໍ່ສ້າງພະນັກງານ ໂດຍຖືເອົາຄຸນນະພາບເປັນກົກ ແລະ ຊີ້ນໍາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ປະຕິບັດນະໂຍບາຍຕໍ່ພະນັກງານ - ນັກຮົບ ຢ່າງສົມເຫດສົມຜົນ ເຊິ່ງຜ່ານມາສາມາດເຮັດໃຫ້ນາຍ ແລະ ພົນທະຫານມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງ, ພ້ອມນີ້ຍັງໄດ້ນຳພາ - ຊີ້ນໍາເຄື່ອນໄຫວວຽກງານຮັບປະກັນພະລາທິການ ດ້ວຍການຊຸມໃສ່ປູກຝັງ-ລ້ຽງສັດຕາມທິດ 4 ປູກ 4 ລ້ຽງ, ເຊິ່ງຜ່ານມາສາມາດເກັບກ່ຽວພືດຜັກລົ້ມລຸກໄດ້ທັງໝົດ 1.799 ກິໂລ, ລ້ຽງສັດປີກ 245 ໂຕ, ໝູ 2 ໂຕ, ງົວ 9 ໂຕ, ສາມາດສ້າງລາຍຮັບຈາກການຂາຍພືດຜັກ - ສັດລ້ຽງ ແລະ ການບໍລິການ 66.090.000 ກີບ, ທຽບໃສ່ແຜນການແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.
ຂ່າວ: ສົມພອນ ສຸວັນທອນ;
ພາບ: ທອງລິດ ແກ້ວທຸມມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ