
ກອງປະຊຸມຜູ້ແທນແມ່ຍິງ ທົ່ວກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2024-10-10 10:52:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1961 | ຄວາມນິຍົມ:
ກອງປະຊຸມຜູ້ແທນສະຫະພັນແມ່ຍິງ ທົ່ວກອງບັນຊາການທະຫານແຂວງວຽງຈັນ ຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານອາວຸໂສ, ຄະນະໜ່ວຍສະຫະພັນແມ່ຍິງ ກົມກອງຂຶ້ນກັບ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ສີດາ ອິນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງວຽງຈັນ ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຮອບດ້ານ ໄລຍະ 5 ປີ ຜ່ານມາ ເຊິ່ງຄະນະນໍາແມ່ຍິງແຕ່ລະຂັ້ນ ແມ່ນໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍການເຊື່ອມຊຶມນິຕິກໍາຕ່າງໆທີ່ຂັ້ນເທິງວາງອອກເຊັ່ນ: ເຂົ້າຮ່ວມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງພັກແຕ່ລະຂັ້ນລວມທັງໝົດ 117 ຄັ້ງ, ຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ, ກົດລະບຽບຂອງສະຫະພັນແມ່ຍິງລາວ, ບົດບາດຍິງ-ຊາຍໃນການພັດທະນາ ແລະ ອື່ນໆ ພ້ອມນັ້ນ, ໄດ້ເອົາໃຈໃສ່ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມຂະບວນການຕ່າງໆ ທີ່ທາງກອງບັນຊາການຈັດຂຶ້ນ, ເອົາໃຈໃສ່ຂະຫຍາຍສະມາຊິກສະຫະພັນແມ່ຍິງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ປັດຈຸບັນນີ້, ທົ່ວກອງບັນຊາການທະຫານແຂວງວຽງຈັນມີສະມາຊິກສະຫະພັນແມ່ຍິງ 198 ສະຫາຍ, ມີ 1 ພະແນກ, ມີ 12 ໜ່ວຍ, ເຂົ້າເປັນສະມາຊິກພັກ 136 ສະຫາຍ ນອກນີ້, ຄະນະນຳສະຫະພັນແມ່ຍິງ ຍັງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ໜ້າທີ່ ທີ່ເປັນຕົວແທນໃນການປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ, ການຊຸກຍູ້ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນຄອບຄົວ ແລະ ສັງຄົມໄດ້ເປັນຢ່າງດີ. ດ້ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ແມ່ນໄດ້ຖືເອົາວຽກງານດັ່ງກ່າວ ຕິດພັນກັບໜ້າທີ່ວິຊາສະເພາະ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຜ່ານມາສາມາດ ຄັດເລືອກໄດ້ບຸກຄົນ 3 ດີ, ໜ່ວຍ 3 ດີ ແລະ ໄດ້ຮັບໃບຢັ້ງຢືນ 3 ດີ 870 ໃບ, ຮັບຮອງໜ່ວຍ 3 ດີນັບຕັ້ງແຕ່ ຄັ້ງທີ I ຫາຄັ້ງທີ IV ໄດ້ 15 ໜ່ວຍ. ຈາກຜົນງານດັ່ງກ່າວ ເຮັດໃຫ້ສະຫະພັນແມ່ຍິງໄດ້ຮັບຍ້ອງຍໍຫຼາຍປະເພດເຊັ່ນ: ຫຼຽນໄຊແຮງງານຊັ້ນ II ຈຳນວນ 9 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 27 ໜ່ວຍ, ຫຼຽນກາແຮງງານ ຈໍານວນ 48 ໜ່ວຍ, ໃບຍ້ອງຍໍລັດຖະບານ 36 ໃບ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 31 ໃບ, ໃບຍ້ອງຍໍກົມໃຫຍ່ການເມືອງ 11 ໃບ ແລະ ໃບຍ້ອງຍໍກອງບັນຊາການທະຫານແຂວງວຽງຈັນ 4 ໃບ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆສະມາຊິກແມ່ຍິງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເຊິ່ງເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ແມ່ຍິງທົ່ວທະຫານແຂວງວຽງຈັນ ພ້ອມກັນນໍາມາຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນເລື້ອຍໆ. ຈາກນັ້ນ, ສະຫາຍ ນາງ ມະໄລສີ ທໍາມະໂຄດ ກໍໄດ້ໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ອີກດ້ວຍ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ