
ຫວຽດນາມ ຊຸກຍູ້ການຮ່ວມມືສາກົນເພື່ອການພັດທະນາແບບຍືນຍົງ
ເວລາອອກຂ່າວ: 2024-10-11 09:52:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 8 ຕຸລາ 2024 ນີ້ວ່າ: ທ່ານ ໂຮ່ ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມຮາມເບີກ (Hamburg) ກ່ຽວກັບການພັດທະນາແບບຍືນຍົງ (HSC) ຄັ້ງທີ 1, ເຊິ່ງຈັດຂຶ້ນລະຫວ່າງ ວັນທີ 7-8 ຕຸລາ 2024.
ໃນກອງປະຊຸມຄັ້ງນີ້, ທ່ານ ໂຮ່ ດຶກເຟິກ ໄດ້ພົບປະກັບການນຳຂັ້ນສູງ ເຢຍລະມັນ, ກອງທຶນກ່ຽວກັບວຽກງານດິນຟ້າອາກາດ (CIF), ກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ສະມາຄົມວິສາຫະກິດ ເຢຍລະມັນ-ອາຊີ-ປາຊີຟິກ (OAV) ເພື່ອປຶກສາຫາລືບັນດາບັນຫາສຳຄັນ ເຊັ່ນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ ແລະ ດຶງດູດການລົງທຶນ.
ໃນການພົບປະກັບທ່ານນາງ ສະເວນຈາ ສະຄູສ໌ ລັດຖະມົນຕີກະຊວງຮ່ວມມື ແລະ ພັດທະນາເຢຍລະມັນ, ທ່ານ ໂຮ່ ດຶກເຟິກ ໄດ້ສະເໜີໃຫ້ ເຢຍລະມັນ ສືບຕໍ່ສົ່ງເສີມການຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ ຫວຽດນາມ ໃນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງ ຫວຽດນາມ ແລະ ສະໜັບສະໜູນການເຂົ້າເຖິງແຫຼ່ງທຶນຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP). ສ່ວນທ່ານນາງ ສະຄູສ໌ ໄດ້ຢືນຢັນວ່າ: ການຮ່ວມມືກັບ ຫວຽດນາມ ແມ່ນມີຄວາມສຳຄັນຍິ່ງສຳລັບ ເຢຍລະມັນ, ພິເສດແມ່ນການສົມທົບກັນຜັນຂະຫຍາຍບັນດາໂຄງການໃນຂອບເຂດການຮ່ວມມືຫັນປ່ຽນພະລັງງານຍຸຕິທຳ ແລະ ໃນຂອບເຂດວຽກງານການຮ່ວມມື 2 ຝ່າຍ.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຍັງໄດ້ພົບປະກັບຜູ້ອຳນວຍການຝ່າຍບໍລິຫານກອງທຶນກ່ຽວກັບວຽກງານດິນຟ້າອາກາດ ແລະ ກອງທຶນດິນຟ້າອາກາດສີຂຽວ ແລະ ເຊື້ອເຊີນບັນດາເຈົ້າໜ້າທີ່ດັ່ງກ່າວ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 4 ຂອງເວທີປາໄສຂັ້ນສູງຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ເຊິ່ງຈະຈັດຂຶ້ນຢູ່ ຮ່າໂນ່ຍ, ຫວຽດນາມ ໃນປີ 2025.
ໃນການເຮັດວຽກຮ່ວມກັບສະມາຄົມວິສາຫະກິດ ເຢຍລະມັນ-ອາຊີ-ປາຊີຟິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ວິສາຫະກິດ 2 ປະເທດ ຍາດແຍ່ງທ່າໄດ້ປຽບ ຂອງສັນຍາການຄ້າເສລີ ຫວຽດ ນາມ-ອີຢູ (EVFTA) ເພື່ອຍູ້ແຮງການແລກປ່ຽນການຄ້າ ແລະ ການລົງທຶນ ແລະ ສະເໜີໃຫ້ບັນດາຝ່າຍພິຈາລະນາເຊື່ອມຕໍ່ຄູ່ຮ່ວມມື, ເປີດການຮ່ວມມືໃໝ່ ໃຫ້ສອດຄ່ອງກັບທ່າແຮງຂອງກັນ ແລະ ກັນ ຕາມຄວາມຕ້ອງການຂອງ 2 ປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ