ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ໂຮນ​ລັງ ສະໜອງ​ເຮືອບິນ​ຮົບ F-16 ຊຸດ​ທຳ​ອິດ ໃຫ້ ອູ​ແກຣນ
ເວລາອອກຂ່າວ: 2024-10-11 09:56:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 349 | ຄວາມນິຍົມ:



ສຳນັກ​ຂ່າວ ສະ​ປຸດ​ນິກ ປະຈຳ​ມົດ​ສະ​ກູ ລາຍ​ງານ​ໃນ​ວັນ​ທີ 7 ຕຸລາ 2024 ນີ້, ໂດຍ​ອ້າງ​ແຫຼ່ງ​ຂ່າວ​ຈາກ​ທ່ານ ຣູ​ແບນ ເບຣ​ເກວ​ແມນ (Ruben Brekelmans) ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ​ໂຮນ​ລັງ ກ່າວ​ວ່າ: ໂຮນ​ລັງ ໄດ້​ສະໜອງ​ເຮືອບິນ​ຮົບ F-16 ຊຸດ​ທຳ​ອິດ​ໃຫ້​ແກ່​ອູ​ແກຣນ ຕາມ​ທີ່​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ປີ 2023. ທ່ານ ຣູ​ແບນ ຂຽນ​ຂ່າວ​ລົງ​ ໃນສື່​ອອນ​ລາຍ ພາຍຫຼັງ​ໄປ​ຢ້ຽມຢາມ​ກີ​ແອັບ ແລະ ເມືອງ ຄາ​ຄັອບ (Kiev ແລະ Kharkov) ຂອງ​ອູ​ແກຣນ ວ່າ, ເປັນ​ຄັ້ງ​ທຳ​ອິດ ທີ່​ຂ້າພະເຈົ້າ​ສາມາດ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ: F-16s ຊຸດ​ທຳ​ອິດ​ຂອງ​ໂຮນ​ລັງ ໄດ້​ຖືກ​ຈັດ​ສົ່ງ​ໄປ​ໃຫ້​ອູ​ແກຣນ​ແລ້ວ (ຕາມ​ຂ່າວ​ບໍ່​ໄດ້​ເປີດເຜີຍ​ຈຳນວນ​). ຕາມ​ສັນຍາ​ຈະ​ສົ່ງ​ໃຫ້​ທັງ​ໝົດ ແມ່ນ 24 ລຳ. ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ວ່າ, ກອງທັບ​ອາກາດ​ໂຮນ​ລັງ ຈະ​ປົດ​ປະຈຳການ​ຍົນ​ຮົບ F-16 ທີ່​ເກົ່າ​ແກ່​ທັງ​ໝົດ​ຂອງ​ຕົນ ແລະ ທົດ​ແທນ​ດ້ວຍ F-35 ລຸ້ນ​ໃໝ່​ກວ່າ. ເນື່ອງ​ຈາກ F-16 ລຸ້ນ​ເກົ່າ ລັດຖະບານ​ໂຮນ​ລັງ ໄດ້​ຕັດສິນ​ໃຈ​ບໍລິຈາກ​ໃຫ້​ອູ​ແກຣນ, ເຊິ່ງ​ເປັນ​ສ່ວນ​ຫນຶ່ງ​ຂອງ​ການ​ຫັນປ່ຽນ​ໃນ​ຄັ້ງ​ນີ້. ໂດຍ​ລວມ​ແລ້ວ, ໂຮນ​ລັງ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຈະ​ສົ່ງ​ເຮືອບິນ​ຮົບ F-16 ໃຫ້​ອູ​ແກຣນ ຈຳນວນ​ທັງ​ໝົດ 24 ລຳ, ເຖິງ​ແມ່ນ​ວ່າ ອຳນາດ​ການ​ປົກຄອງ ໂຮນ​ລັງ ບໍ່​ໄດ້​ເປີດເຜີຍ​ວ່າ, ມາ​ຮອດ​ປັດຈຸບັນເຮືອບິນ​ລຸ້ນ​ນີ້ ໄດ້​ສົ່ງ​ໄປ​ຮອດ​ອູ​ແກຣນ ແລ້ວ​ຈຳນວນ​ເທົ່າໃດ. ນອກຈາກ​ນັ້ນ, ກະຊວງ​ປ້ອງ​ກັນ​ປະເທດ​ໂຮນ​ລັງ ຍັງ​ມີ​ແຜນການ​ທີ່​ຈະ​ສົ່ງ​ເຮືອບິນ​ຮົບ​ລຸ້ນ​ນີ້ 18 ລຳ ໄປ​ຍັງ​ສູນ​ເຝິກຊ້ອມ​ໃນ​ປະເທດ ໂຣ​ມາ​ນີ ບ່ອນ​ທີ່​ນັກ​ບິນ​ອູ​ແກຣນ ຈະ​ໄດ້​ຮຽນ​ຮູ້​ວິທີ​ການ​ນຳ​ໃຊ້ F-16. ດ້ານ​ໂຄສົກ​ປະຈຳ​ທຳ​ນຽບ​ເຄຣມ​ລິນ ຣັດ​ເຊຍ ໃຫ້​ຄວາມ​ເຫັນ​ວ່າ: ການ​ສະໜອງ​ອາວຸດ​ໃຫ້​ອູ​ແກຣນ ເປັນ​ອຸປະສັກ​ຕໍ່​ການ​ແກ້​ໄຂ​ບັນຫາ, ໂດຍ​ລະບຸ​ວ່າ, ຣັດ​ເຊຍ ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ບັນດາ​ປະເທດ ນາ​ໂຕ (NATO) ໃນ​ຄວາມ​ຂັດ​ແຍ້ງ​ນີ້ ແລະ ພວມ "ຫຼິ້ນ​ກັບໄຟ." ເຄຣມ​ລິນ ຢັ້ງຢືນ​ວ່າ, ການ​ປະກອບ​ອາວຸດ​ຂອງ​ຝ່າຍ​ຕາເວັນຕົກ ​ໃຫ້ອູ​ແກຣນ ເປັນ​ໂຕ​ຂັດຂວາງ​ການ​ເຈລະຈາ​ສັນຕິພາບ ແລະ ຈະ​ສົ່ງຜົນ​ສະທ້ອນ​ທາງ​ລົບຕໍ່ອູແກຣນເອງຍິ່ງຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ