
ວປກ ຈັດຕັ້ງປິດຊຸດອົບຮົມວຽກງານການທະຫານທ້ອງງຖິ່ນ ຊຸດທີ IV
ເວລາອອກຂ່າວ: 2019-06-05 12:14:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1621 | ຄວາມນິຍົມ:
ໃນວັນທີ 31 ພຶດສະພາ 2019 ນີ້. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິ ທີປິດຊຸດບຳລຸງວຽກງານການ ທະຫານທ້ອງຖິ່ນ ຊຸດທີ IV ຂຶ້ນ ຢ່າງເປັນທາງການ. ພາຍໃຕ້ການ
ເປັນປະທານຂອງ ສະຫາຍ ພົນຕີ
ປະສີດ ທ່ຽງທຳ, ກຳມະການຄະ ນະພັກກະ ຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ເສນາທິ ການ
ກອງທັບ. ມີສະຫາຍ ພົນຈັດຕະວາ ປະລິນຍາເອກ ແກ້ວສຸວັນ ອິນທະ
ວົງສາ. ຫົວໜ້າການທະຫານ ວປກ, ຕາງໜ້າຈາກກົມການທະ ຫານທ້ອງຖິ່ນ, ກົມພະນັກງານ, ກົມຈັດຕັ້ງພັກ, ກົມໂຮງຮຽນ, ພ້ອມດ້ວຍຄະນະກົມ, ຫ້ອງການ,
ຄະນະວິຊາຄູ, ຄະນະຮັບຜິດຊອບ ນັກສຶກສາ, ຕະຫຼອດຮອດນັກສຶກ ສາຊຸດບຳລຸງວຽກງານການທະ ຫານທ້ອງຖິ່ນເຂົ້າຮ່ວມ.
ສະຫາຍ ພັນເອກ ຂວັນມີ່ງ
ບິດາສັກ, ຮອງຫົວໜ້າກົມອົບ ຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານບົດ
ສະຫຼຸບຜົນສຳເລັດຂອງຊຸດບຳລຸງ ວຽກງານການທະຫານທ້ອງຖິ່ນ
ຊຸດທີ IV ໂດຍຊີ້ອອກວ່າ: ຊຸດບຳລຸງດັ່ງກ່າວແມ່ນໄດ້ໄຂຂຶ້ນ
ມາແຕ່ວັນທີ 4 ມີນາ 2019 ເປັນຕົ້ນມາໃນກຳນົດເວລາ 89 ວັນ, ຊຸດບຳລຸງວຽກງານການ ທະຫານທ້ອງຖິ່ນຊຸດນີ້ລວມມີ
ນັກສຶກສາທັງໝົດ 40 ສະຫາຍ, ຊັ້ນພັນໂທ 9 ສະຫາຍ, ພັນຕີ 23 ສະຫາຍ, ຮ້ອຍເອກ 7 ສະຫາຍ
ແລະ ຮ້ອຍ ໂທ 1 ສະຫາຍ. ເນື້ອໃນ
ເອກະສານນຳມາບຳລຸງໃນຄັ້ງ ນີ້ລວມທັງໝົດມີ 3 ກຸ່ມຄື: ກຸ່ມ ຄວາມຮູ້ວິທະຍາສາດສັງຄົມ ແລະ ອະລິຍະທຳຕ່າງໆ 66 ຊົ່ວ ໂມງ, ກຸ່ມຄວາມຮູ້ວຽກງານ ປກຊ-ປກສ ແລະ ສິລະປະການ ທະຫານ 46 ຊົ່ວໂມງ ແລະ ກຸ່ມ
ຄວາມຮູ້ລົງເລິກຂະແໜງການ ທະຫານທ້ອງຖິ່ນ 123 ຊົ່ວໂມງ. ຜ່ານໄລຍະເວລາ 89 ວັນ ເຫັນ ໄດ້ວ່າບັນດາສະຫາຍໄດ້ມີ ຄວາມຮັບຮູ້ອັນໃໝ່ທາງດ້ານ ທິດສະດີ, ຫຼັກການພື້ນຖານ, ຄວາມຮູ້ວິທະຍາສາດ-ສັງຄົມ, ຍົກສູງຄວາມສາມາດຈິນຕະນາ ການຂອງພະນັກງານການທະ ຫານທ້ອງຖິ່ນໃນໄລຍະໃໝ່, ກຳ ແໜ້ນທິດສະດີ, ບົດຮຽນຕົວຈິງ ແລະ ບັນດາເຫຼົ່າຮົບ, ສ້າງໄດ້ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ ການລົງເລີກດ້ານການທະຫານ ທ້ອງຖິ່ນໃນການຫັນພາວະແຕ່ ຍາມສັນຕິພາບໄປສູ່ສົງຄາມ ແລະ
ປັບປຸງ, ກໍ່ສ້າງວຽກງານການທະ ຫານທ້ອງຖິ່ນໃນສະພາບການ ອັນໃໝ່ຂຶ້ນຕື່ມອີກບາດກ້າວໜຶ່ງ. ຜ່ານການກວດກາສອບເສັງໝົດ ຊຸດຮຽນສາມາດຕີລາຄາແບ່ງປະ ເພດຄວາມຮູ້, ຄວາມເຂົ້າໃຈໄດ້ ດັ່ງນີ້: ເກຼດ B+ ໄດ້ 24 ສະຫາຍ ເທົ່າກັບ 60% ແລະ ເກຼດ B ໄດ້ 16 ສະຫາຍ ເທົ່າກັບ 40%.
ໂດຍ: ດາວວີນ ໂສພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ