ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ທົ່ວກົມໃຫຍ່ໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2019-06-06 08:52:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585784 | ຄວາມນິຍົມ:



ໃນວັນທີ 30 ພຶດສະພາ 2019 ນີ້, ໂຮງພິມກົດລັບໄດ້ ເປັນເຈົ້າພາບຈັດກອງປະຊຸມ ສ່ອງແສງວຽກງານຮອບດ້ານ ທົ່ວກົມໃຫຍ່ເສນາທິການ ກອງທັບ ປະຈຳເດືອນ 05/ 2019 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະ ນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງ ທັບ, ມີບັນດາຄະນະພັກ-ຄະນະ ບັນຊາ, ບັນດາຫ້ອງການ, ສູນ, ໂຮງຮຽນ ແລະ ບັນດາກົມກອງ ທີ່ຂຶ້ນກັບກົມໃຫຍ່ເສນາທິການ ກອງທັບເຂົ້າຮ່ວມທັງໝົດ 52 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງນີ້ໄດ້ຜັດປ່ຽນ ກັນຂຶ້ນລາຍງານສະພາບການ ອັນພົ້ນເດັ່ນໂດຍສະເພາະການຊີ້ ນຳ-ນຳພາວຽກງານຮອບດ້ານ ຂອງພັກແຕ່ລະກົມກອງ, ຈາກນັ້ນ ກໍໄດ້ຮັບຟັງການລາຍງານສະ ພາບການເຄື່ອນໄຫວວຽກງານ ຮອບດ້ານຂອງໜ່ວຍພັກໂຮງພິມ ກົດລັບ, ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບາງ ບົດຮຽນທີ່ຖອດຖອນໄດ້ໃນການ ປະຕິບັດໜ້າທີ່ການເມືອງຂອງ ກົມກອງ, ໂດຍປິ່ນອອ້ມ 4 ໜ້າທີ່ ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ, ເຊິ່ງໃນນັ້ນພົ້ນເດັ່ນແມ່ນ ການເຄື່ອນໄຫວເຮັດໃຫ້ສະພາບ ມີຄວາມສະຫງົບ, ວຽກງານເຕັກ ນິກການພິມ, ວຽກງານອົບຮົມ- ຫັດແອບປະຈຳປີ, ປັບປຸງລະບົບ ປະຈຳການກຽມ ພ້ອມສູ້ຮົບຕະ ຫຼອດ 24 ຊົ່ວໂມງຢ່າງເປັນ ປະຈຳ ແລະ ເຂັ້ມງວດ, ຈັດຕັ້ງ ອອກເຄື່ອນໄຫວຕາມຂອບເຂດ ກົມກອງຮັບຜິດຊອບໃຫ້ມີ ຄວາມສະຫງົບປອດໄພ 100% ແລະ ຕ້ານບັນດາປາກົດການຫຍໍ້ ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືກົມ ກອງໃນໄລຍະທີ່ຜ່ານມາ ພ້ອມນີ້ ຍັງຍົກໃຫ້ເຫັນສະພາບການ ຕ່າງໆ ໂດຍສະເພາະແມ່ນການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ພະນັກງານສະ ມາຊິກພັກ, ນັກຮົບໃຫ້ມີຄວາມ ໜັກແໜ້ນ, ຖືເອົາການປະຕິບັດ ຕາມຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ຢ່າງເຂັ້ມງວດ, ສຸມໃສ່ເຮັດວຽກ ງານຕ້ານ ແລະ ສະກັດກັ້ນປາ ກົດການຫຍໍ້ທໍ້ຕ່າງໆ, ພ້ອມນັ້ນ ກອງປະຊຸມຍັງໄດ້ແລກປ່ຽນ ຄວາມຄິດຄວາມເຫັນເພື່ອຊອກ ຫາຊ່ອງທາງວິທີການຕ້ານ ແລະ ສະກັດກັ້ນບັນດາປາກົດການ ຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າ, ສ້າງໃຫ້ກົມກອງກາຍເປັນກົມ ກອງ 3 ປອດຄື: ປອດໃສ,ປອດ ໄພ, ປອດຄະດີ ແລະ ກາຍເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໂອກາດນີ້ ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ກໍໄດ້ມີຄຳ ເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາກົມກອງຍາດ ມາໄດ້ໃນເດືອນຜ່ານມາ ພ້ອມ ທັງຍົກໃຫ້ເຫັນສະພາບຂອງພາກ ພື້ນສາກົນ ທີ່ສົ່ງຜົນກະທົບຕໍ່ ການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມໃນພາກພື້ນ ເພື່ອເປັນ ບ່ອນອີງໃຫ້ແກ່ການຈັດຕັ້ງປະຕິ ບັດວຽກງານປະຈຳເດືອນຕໍ່ໄປ ໃຫ້ສຳເລັດ, ພ້ອມນີ້ກໍໄດ້ຮຽກ ຮ້ອງມາຍັງຄະນະພັກ-ຄະນະບັນ ຊາ ແຕ່ລະກົມກອງສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ພະນັກງານ, ສະ ມາຊິກພັກ, ນັກຮົບໃຫ້ມີແນວຄິດ ອຸ່ນອຽນທຸ່ນທ່ຽງຫ້າວຫັນ ໃນ ການປະກອບສ່ວນປະຕິບັດໜ້າ ທີ່ວຽກງານ ລວມຂອງກົມກອງ ກໍຄືວິຊາສະເພາະຂອງຕົນໃຫ້ ມີຜົນສຳເລັດ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງ ພັກ, ພະນັກງານໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງແນວ ຄິດ ແລະ ເຂັ້ມແຂງທາງດ້ານການ ຈັດຕັ້ງພ້ອມກັນຕ້ານ ແລະ ສະ ກັດກັ້ນບັນດາປາກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວ ລາ, ສ້າງເງື່ອນໄຂ ແລະ ສິ່ງ ເອື້ອຍອຳນວຍຄວາມສະດວກ ໃຫ້ແຕ່ລະກົມກອງສາມາດປະຕິ ບັດໄດ້ຕາມຄາດໝາຍທີ່ວາງ ໄວ້. ໂດຍ: ເກດສະດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ