ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກົມໃຫຍ່ການເມືອງກອງທັບ ເປີດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2019-06-06 08:54:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585768 | ຄວາມນິຍົມ:



ໃນໂອກາດທີ່ໄດ້ເຂົ້າຮ່ວມ ເປັນປະທານເປີດຂະບວນການ ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາປະຈຳປີ 2019 ທົ່ວ ກົມໃຫຍ່ການເມືອງກອງທັບ ທີ່ ຈັດຂຶ້ນໃນວັນທີ 5 ມິຖຸນາ ນີ້, ສະ ຫາຍ ພົນຈັດຕະວາ ວົງສອນ ອິນ ປານພິມ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ໄດ້ເຂົ້າຮ່ວມ ເປັນປະທານ ແລະ ເນັ້ນໜັກໃຫ້ ຄະນະຊີ້ນໍາ-ຄະນະຮັບຜິດຊອບ ເປີດບັ້ນແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາກໍຄືຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງ ສືບຕໍ່ຊີ້ນໍາຂະບວນການຢ່າງ ໃກ້ຊິດຕິດແທດສຸດກົກ-ສຸດ ປາຍ ແລະ ມີການຈັດຕັ້ງສະຫຼຸບ ຖອດຖອນບົດຮຽນໃນແຕ່ລະໄລ ຍະໃຫ້ເປັນປົກກະຕິ, ຮຽກຮ້ອງ ໃຫ້ນາຍ ແລະ ພົນທະຫານແຕ່ລະ ກົມກອງເອົາໃຈໃສ່ເຂົ້າຮ່ວມຂະ ບວນການ ແລະ ເນື້ອໃນຂໍ້ແຂ່ງ ຂັນໃຫ້ເປັນຂະບວນຟົດຟື້ນຢູ່ກົມ ກອງໃຫ້ທົ່ວເຖິງ ແລະ ຊຸກຍູ້ປຸກ ລະດົມສ້າງຂະບວນການດ້ານ ຕ່າງໆຢູ່ກົມກອງໃຫ້ຟົດຟື້ນ, ຍາດ ໄດ້ຜົນງານລວມຫມູ່ ແລະ ບຸກຄົນ ດີເດັ່ນໃນແຕ່ລະກົມກອງໃຫ້ດີ, ສ້າງໃຫ້ໄດ້ກົມກອງ ແລະ ນັກ ຮົບວັດທະນະທໍາຕາມເງື່ອນ ໄຂມາດຖານທີ່ກົມໃຫຍ່ການ ເມືອງກອງທັບວາງອອກດັ່ງນີ້: ມີນ້ໍາໃຈຮັກຊາດ, ຮັກລະບອບ ໃຫມ່ ລະບອບປະຊາທິປະໄຕ ປະ ຊາຊົນ, ເຊື່ອຫມັ້ນຕໍ່ການນໍາພາ ຂອງພັກຢ່າງຕາຍໃຈ, ກຽມພ້ອມ ເສຍສະຫຼະເພື່ອພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດ ຊາດເປັນເຈົ້າການປະຕິບັດບັນດາ ກົດຫມາຍຂອງລັດ ແລະ ບັນດາ ຂໍ້ກໍານົດ, ກົດລະບຽບຂອງກອງ ທັບຢ່າງເຂັ້ມງວດ. ມີຄຸນສົມບັດ ສິນທໍາປະຕິວັດ, ເປັນຜູ້ດຸຫມັ່ນໃນ ການຄົ້ນຄວ້າຮ່ໍາຮຽນທາງດ້ານ ທິດສະດີການເມືອງ, ການທະ ຫານ ແລະ ເຕັກນິກ, ວິທະຍາສາດ ອື່ນໆທີ່ມີຜົນປະໂຫຍດໃຫ້ແກ່ ສ່ວນລວມ ແລະ ຕົນເອງ. ດຸຫມັ່ນ ໃນການອອກແຮງງານເພີ່ມພູນ ຜະລິດຜົນ, ຫ້າວຫັນເຂົ້າຮ່ວມທຸກຂະບວນການຂອງກົມກອງ, ມີຄວາມສາມັກຄີກັບຫມູ່ເພື່ອນ ຮ່ວມອຸດົມການພາຍໃນກອງທັບ, ສາມັກຄີກັບປະຊາຊົນລາວບັນ ດາເຜົ່າ, ມີແບບແຜນດໍາລົງຊີວິດ ທີ່ປອດໃສ, ກະທັດຮັດ, ເປັນເຈົ້າ ການຕີຖອຍບັນດາປາກົດການ ຫຍໍ້ທໍ້ໃນສັງຄົມ; ປະຕິບັດໄດ້ “ 6 ບໍ່ ”( ບໍ່ຫຼິ້ນກິນຟຸມເຟືອຍ, ບໍ່ ຫຼິ້ນການພະນັນ, ບໍ່ພົວພັນສິ່ງເສບ ຕິດ, ບໍ່ເຊື່ອຖືງົມງວາຍ, ບໍ່ຄ້າຂາຍ ເຖື່ອນ, ບໍ່ມີແນວຄິດຍັກຍອກສໍ້ ໂກງຊັບສົມບັດຂອງສ່ວນລວມ ແລະ ຂອງຄົນອື່ນ.) ການຈັດຕັ້ງ ເປີດຂະບວນການແຂ່ງຂັນພາຍ ໃຕ້ຄໍາຂວັນ “ຮັກຊາດ ແລະ ພັດ ທະນາ” ຄັ້ງນີ້ເຊິ່ງເປັນເງື່ອນໄຂ ປັບປຸງເຮັດໃຫ້ກົມກອງມີຄວາມ ເຂັ້ມແຂງ, ສ້າງຄວາມສາມັກຄີ ເປັນປຶກແຜ່ນ, ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ທາງດ້ານ ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດໃຫ້ດີຂຶ້ນ ເລື້ອຍໆ. ສະຫາຍຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ຍັງໄດ້ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກງານ-ນັກຮົບມີ ຄວາມສະຫງົບ, ອຸ່ນອຽນທຸ່ນ ທ່ຽງ, ເຊື່ອມຊຶມກໍາແຫນ້ນແນວ ທາງນະໂຍບາຍຂອງພັກ-ກົດ ຫມາຍຂອງລັດ, ກົດລະບຽບຂອງ ກອງທັບໃຫ້ເຂັ້ມງວດ, ເປັນເຈົ້າ ການປັບປຸງກໍ່ສ້າງກົມກອງໃຫ້ມີ ຜົນງານອັນໃຫມ່ຢ່າງເປັນຮູບປະ ທໍາ. ເປັນຕົ້ນແມ່ນຂະບວນການ ກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມ ແຂງ, ຫນັກແຫນ້ນ, ຂະບວນການ ກໍ່ສ້າງກອງ 3 ປອດຄື: ປອດໃສ, ປອດໄພ, ປອດຄະດີ ໃຫ້ບັນລຸ ຕາມມາດຖານທີ່ວາງໄວ້. ການຈັດຕັ້ງເປີດຂະບວນການແຂ່ງຂັນໃນຄັ້ງນີ້ແມ່ນປະຕິບັດ ຕາມຄຳສັ່ງແນະນຳຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍການ ຈັດຕັ້ງເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2019 . ເພື່ອແນໃສ່ສ້າງຂະບວນ ການຮອບດ້ານໃນທົ່ວກອງທັບ ຂ່ໍານັບຮັບຕ້ອນວັນປະຫວັດສາດ ສໍາຄັນຕ່າງໆ ໃຫ້ມີບັນຍາກາດຟົດ ຟື້ນແຂງແຮງ ເນື່ອງນິດລຽນຕິດ ພ້ອມກັນປົກປັກຮັກສາ ແລະ ເສີມ ຂະຫຍາຍທາດແທ້ມູນເຊື້ອພິລາດ ອາດຫານຂອງກອງທັບໃຫ້ຫນັກ ແຫນ້ນຂຶ້ນຢ່າງບໍ່ຢຸດຢັ້ງ ທັງເປັນ ການສຶກສາອົບຮົມຈິດໃຈຮັກ ຊາດ, ສ້າງຄວາມຈົ່ງຮັກພັກດີຕໍ່ອຸ ດົມການຂອງພັກ, ຍົກສູງສະຕິຕໍ່ ກົນອຸບາຍທຳລາຍມ້າງເພຂອງ ອິດທິກໍາລັງປໍລະປັກ, ມີສະຕິຕໍ່ ການຈັດຕັ້ງ, ປະຕິບັດລະບຽບ ວິໄນເຂັ້ມງວດ ແລະ ເຮັດສໍາເລັດ ທຸກຫນ້າທີ່ . ໂດຍ: ນາງ ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ