ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 19 ກໍລະກົດ 2025

  

ບົດສອນທອນພົດກ່າວໄຂກອງປະຊຸມ ສະໄໝສາມັນເທື່ອ 7 ຂອງສະພາແຫ່ງຊາດຊຸດທີ VIII ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ
ເວລາອອກຂ່າວ: 2019-06-06 08:58:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 399299031 | ຄວາມນິຍົມ:



ຮຽນ: ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ທີ່ເຄົາລົບ ແລະ ນັບຖື ຢ່າງສູງ ! ບັນດາທ່ານ ຜູ້ນໍາ, ອະດີດການນໍາຂັ້ນສູງ ຂອງພັກ-ລັດ ທີ່ນັບຖື, ບັນດາທ່ານສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດ ທີ່ນັບຖື ແລະ ຮັກແພງ. ມື້ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ. ໃນທ່າມກາງບັນຍາ ກາດທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດພວມສຸມໃສ່ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງ ພັກຄັ້ງທີ 7 ສະໄໝທີ X ເຂົ້າໃນທຸກຂົງເຂດ ວຽກງານຢ່າງເປັນຂະບວນຟົດຟື້ນ. ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວນີ້, ກອງປະຊຸມມີຄວາມ ປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຂໍ່ານັບຮັບຕ້ອນ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດອົກສຸດໃຈ! (ຂໍຊົມເຊີຍ). ຂໍສະແດງຄວາມຂໍ່ານັບຊົມເຊີຍບັນດາທ່ານຜູ້ນໍາ, ອະດີດການນໍາ ຂັ້ນສູງຂອງ ພັກ-ລັດ, ບັນດາທ່ານນັກປະຕິວັດອາວຸໂສ, ຜູ້ຊົງຄຸນ ວຸດທິ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ອະດີດສະມາຊິກສະພາ ແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງແນວ ລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະຖາບັນ, ນັກທຸລະກິດ ແລະ ທ່ານຜູ້ຕາງໜ້າພາກສ່ວນຕ່າງໆ ທີ່ໄດ້ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ (ຂໍຊົມເຊີຍ). ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ໃນໄລຍະ 5 ເດືອນ ຕົ້ນປີ 2019 ຜ່ານມາ, ເຫັນໄດ້ວ່າ, ສະພາບ ການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ເສດຖະກິດໂລກມີການຂະຫຍາຍຕົວຊ້າລົງ ແລະ ຍັງບົມຊ້ອມສິ່ງ ທ້າທາຍຫຼາຍດ້ານ, ເນື່ອງຈາກໄດ້ຮັບຜົນກະທົບທາງດ້ານເສດຖະ ກິດ, ການເມືອງລະຫວ່າງ ບັນດາປະເທດມະຫາອໍານາດ, ອັນໄດ້ສົ່ງ ຜົນກະທົບຕໍ່ບັນດາປະເທດຕ່າງໆໃນໂລກ, ໃນນັ້ນ ລວມມີ ສປປ ລາວ. ສໍາລັບປະເທດພວກເຮົາ ໃນ 5 ເດືອນຜ່ານມາ, ພາຍໃຕ້ການຊີ້ນໍາ- ນໍາພາຂອງຄະນະບໍລິຫານງານສູນກາງພັກ, ດ້ວຍຄວາມເອົາໃຈໃສ່ຊີ້ ນໍາ ແລະ ຊຸກຍູ້ຢ່າງໃກ້ສິດຈາກລັດຖະບານ ແລະ ຄວາມບຸກບືນຂອງ ບັນດາຂະແໜງການກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ, ພວກເຮົາ ສາມາດຈັດຕັ້ງປະຕິບັດບັນດາຄາດໝາຍທາງດ້ານເສດຖະກິດມະ ຫາພາກກໍຄືບັນດາຕົວຊີ້ວັດໃນຂະແໜງການຕ່າງໆທີ່ກໍານົດໄວ້ໃນ ມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໄດ້ຮັບຜົນສໍາເລັດດີພໍສົມຄວນ, ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ,ບົດບາດອິດທິພົນ ຂອງ ສປປ ລາວ ນັບມື້ໄດ້ຮັບການເຊີດຊູຂຶ້ນໃນເວທີພາກພື້ນ ແລະ ສາກົນ. ບັນດາທ່ານຜູ້ນໍາ ພັກ-ລັດ, ສະມາຊິກສະພາແຫ່ງຊາດ, ທ່ານແຂກ ທີ່ນັບຖື ແລະ ຮັກແພງ! ປີ 2019 ເປັນປີທີ 4 ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຄັ້ງທີ VIII. ສະນັ້ນ, ຮຽກຮ້ອງໃຫ້ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວທັງຊາດ, ທຸກພາກສ່ວນເສດຖະກິດ ຈົ່ງໄດ້ເພີ່ມທະວີຄວາມສາມັກຄີ, ຍົກສູງ ຄວາມຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງໃນການຈັດຕັ້ງ ປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ໃຫ້ມີໝາກຜົນຕົວຈິງ, ຫັນສິ່ງ ທ້າທາຍເປັນກາລະໂອກາດໃນການສືບຕໍ່ ສູ້ຊົນຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍທີ່ກໍານົດໄວ້ໃນແຜນປີ 2019 ໃຫ້ບັນລຸຜົນສໍາເລັດ. ບົນຈິດໃຈດັ່ງກ່າວ, ກອງປະຊຸມສະໄໝສາມັນເທື່ອທີ 7 ນີ້ຈະສຸມໃສ່ ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນດັ່ງນີ້: 1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ແຜນງົບປະ ມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນ ຕົ້ນປີ ແລະ ທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2019; 2. ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກີລາກ່ຽວກັບການພັດທະນາຊັບພະຍາ ກອນມະນຸດທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນໄລ ຍະໃໝ່ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມ ຂະແໜງການບຸລິມະສິດ ເປັນຕົ້ນ: ວິຊາການສະເພາະດ້ານ, ໃນສາ ຂາວິຊາກະສິກໍາ, ຄູ ແລະ ພະຍາບານເພື່ອສາມາດຕອບສະໜອງໃຫ້ ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ; 3. ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບຜົນ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກ ທີ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານ ທ່ອງທ່ຽວຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ປີ 2019; 4. ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບຜົນ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; 5. ພິຈາລະນາ, ຮັບຮອງການຊີ້ແຈງຂອງລັດຖະມົນຕີກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກ່ຽວກັບການ ຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ, ມາດຕະ ການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີກະຊວງກະສິ ກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ຕິດພັນກັບການນໍາໃຊ້ງົບປະມານຂອງລັດ ກໍຄືຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກ ຕ່າງປະເທດ; 6. ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະ ບານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; 7. ເລືອກຕັ້ງປະທານສານປະຊາຊົນສູງສຸດຕາມການສະເໜີ ຂອງທ່ານປະທານປະເທດ; 8. ພິຈາລະນາ, ຮັບຮອງບົດລາຍງານຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດກ່ຽວກັບການຕິດຕາມກວດກາການປະ ຕິບັດກົດໝາຍຂອງອົງການສືບສວນ-ສອບສວນຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການ ປະຊາຊົນ; 9. ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານຂອງ ຄະນະປະຈໍາສະພາແຫ່ງຊາດ ໄລຍະ 5 ເດືອນຕົ້ນປີ ແລະ ທິດທາງ ຈຸດສຸມ 6 ເດືອນທ້າຍປີ 2019; 10. ພິຈາລະນາ ແລະ ຮັບຮອງການສ້າງ ແລະ ປັບປຸງຮ່າງກົດ ໝາຍ ຈໍານວນ 10 ສະບັບ ໃນນີ້: (1) ຂົງເຂດເສດຖະກິດມີ 6 ສະບັບຄື: ກົດໝາຍວ່າດ້ວຍການ ຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນລາຍໄດ້, ກົດ ໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າ ດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາ ເຂົ້າ ແລະ ກົດໝາຍວ່າດ້ວຍປ່າໄມ້; (2) ຂົງເຂດວັດທະນະທໍາ-ສັງຄົມ ມີ 2 ສະບັບ ຄື: ກົດໝາຍວ່າ ດ້ວຍອາຊີວະສຶກສາ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ. (3) ຂົງເຂດຍຸຕິທໍາ ແລະ ການປົກຄອງ ມີ 2 ສະບັບຄື: ກົດ ໝາຍວ່າດ້ວຍຄ່າທໍານຽມສານ ແລະ ກົດໝາຍວ່າດ້ວຍເອກະສານ. ບັນດາທ່ານທີ່ນັບຖື ແລະ ຮັກແພງ! ເພື່ອຮັບປະກັນການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ບັນລຸຕາມຄາດໝາຍທີ່ວາງໄວ້, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ໃນນາມປະທານກອງປະຊຸມ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມືຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນ ກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດຈົ່ງ ເຊີດຊູຄວາມຮັບຜິດຊອບການເມືອງ, ໃນການຄົ້ນຄວ້າ, ປະກອບຄໍາ ເຫັນ, ພິຈາລະນາຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ບົນພື້ນຖານ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມຂອງຊາດເຮັດໃຫ້ເນື້ອໃນທີ່ນໍາມາພິ ຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ. ນະໂອກາດນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າ ປະກາດ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ. (ຂໍຂອບໃຈ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ