ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2019-06-06 09:00:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1532 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 5 ມິຖຸນາ 2019 ນີ້, ຢູ່ທີ່ຫ້ອງປະຊຸມສະພາ ແຫ່ງຊາດ (ຫລັກ 6) ນະຄອນ ຫຼວງວຽງຈັນ, ກອງປະຊຸມສະ ໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍພາຍໃຕ້ ການເປັນປະທານຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການ ກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ. ກອງປະ ຊຸມມີຄວາມປິຕິຊົມຊື່ນຖືເປັນ ກຽດຢ່າງຍິ່ງທີ່ໄດ້ຂໍ່ານັບຮັບ ຕ້ອນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມບັນ ດາທ່ານການນໍາ, ອະດີດການ ນໍາຂັ້ນສູງຂອງພັກ-ລັດ, ບັນດາ ທ່ານນັກປະຕິວັດອາວຸໂສ, ຜູ້ຊົງ ຄຸນວຸດທິ, ບັນດາທ່ານສະມາຊິກ ສະພາແຫ່ງຊາດ, ອະດີດສະມາ ຊິກສະພາແຫ່ງຊາດ, ຜູ້ຕາງໜ້າ ອົງການຈັດຕັ້ງພັກ-ລັດ,ອົງການ ຈັດຕັ້ງແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ, ອົງການຈັດ ຕັ້ງມະຫາຊົນ, ສະຖາບັນ, ນັກທຸ ລະກິດ, ແຂກຖືກເຊີນ ແລະ ບັນ ດາພະນັກງານ-ລັດຖະກອນພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ກຽດ ເຂົ້າຮ່ວມ. ໃນບົດສູນທອນພົດ ໄຂກອງ ປະຊຸມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ບາງຕອນສໍາຄັນໄດ້ກ່າວວ່າ: ປີ 2019 ເປັນປີທີ 4 ແຫ່ງ ການຈັດ ຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຄັ້ງທີ VIII. ສະນັ້ນ, ໄດ້ຮຽກ ຮ້ອງໃຫ້ທົ່ວພັກ-ລັດ ແລະ ທົ່ວ ປວງຊົນລາວທັງຊາດ, ທຸກພາກ ສ່ວນເສດຖະກິດຈົ່ງພ້ອມກັນສືບ ຕໍ່ເພີ່ມທະວີຄວາມສາມັກຄີ, ຍົກ ສູງຄວາມຮັບຜິດຊອບ, ເສີມຂະ ຫຍາຍຫົວຄິດປະດິດສ້າງ ເຂົ້າໃນ ການຈັດຕັ້ງປະຕິບັດຕາມພາ ລະບົດບາດ, ໜ້າທີ່ຂອງຕົນໃຫ້ມີ ໝາກຜົນຕົວ ຈິງ, ຫັນສິ່ງທ້າທາຍ ເປັນກາລະໂອກາດໃນການສືບ ຕໍ່ສູ້ຊົນຈັດຕັ້ງຜັນຂະຫຍາຍບັນ ດາຄາດໝາຍທີ່ກໍານົດໄວ້ໃນ ແຜນ ປີ 2019 ໃຫ້ບັນລຸຜົນສໍາເລັດ. ບົນຈິດໃຈ ດັ່ງກ່າວ, ກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ VIII ນີ້ຈະ ສຸມໃສ່ພິຈາລະນາ ແລະ ຮັບຮອງ ບັນດາເນື້ອໃນທີ່ສໍາຄັນຫລາຍ ບັນຫາ ດັ່ງນີ້: 1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ລັດຖະບານກ່ຽວກັບການຈັດ ຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແລະແຜນງົບປະມານ ແຫ່ງລັດ ໃນ 4 ເດືອນ, ຄາດຄະ ເນ 6 ເດືອນຕົ້ນປີ ແລະ ທິດທາງ ວຽກງານຈຸດສຸມໃນ 6 ເດືອນ ທ້າຍ ປີ 2019; 2. ພິຈາລະນາ, ຮັບຮອງບົດລາຍງານຂອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກີລາກ່ຽວກັບການພັດທະ ນາຊັບພະຍາກອນມະນຸດທີ່ຕິດ ພັນກັບການພັດທະນາເສດຖະ ກິດ-ສັງຄົມໃນໄລຍະໃໝ່ ໂດຍ ສະເພາະແມ່ນການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບູລິມະສິດ ເປັນຕົ້ນ: ວິຊາການສະເພາະດ້ານ, ໃນສາ ຂາວິຊາກະສິກໍາ, ຄູ ແລະ ພະຍາ ບານເພື່ອສາມາດຕອບສະໜອງ ໃຫ້ແກ່ການພັດທະນາປະເທດ ຊາດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; 3. ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າ ດ້ວຍວຽກງານທ່ອງທ່ຽວຕິດ ພັນກັບການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ-ຈີນ ປີ 2019; 4. ພິຈາລະນາບົດລາຍງານຂອງ ລັດຖະບານກ່ຽວກັບຜົນການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານ; 5. ພິຈາ ລະນາ, ຮັບຮອງການຊີ້ແຈງຂອງ ລັດຖະມົນຕີກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນ ໄລຍະຜ່ານມາ, ມາດຕາການແກ້ ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ຕິດພັນກັບການ ນໍາໃຊ້ງົບປະມານຂອງລັດກໍຄື ຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກ ຕ່າງປະເທດ; 6. ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງສະມາ ຊິກລັດຖະບານຕາມການສະເໜີ ຂອງທ່ານນາຍົກລັດຖະມົນຕີ; 7. ເລືອກຕັ້ງປະທານ ສານປະຊາ ຊົນສູງສຸດຕາມການສະເໜີຂອງ ທ່ານປະທານປະເທດ; 8. ພິຈາ ລະນາ, ຮັບຮອງບົດລາຍງານ ຂອງ ຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດກ່ຽວກັບການ ຕິດຕາມກວດກາການປະຕິບັດ ກົດໝາຍຂອງ ອົງການສືບສວນ-ສອບສວນຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6ຂອງກົດໝາຍ ວ່າດ້ວຍອົງການໄອຍະການປະ ຊາຊົນ; 9. ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງ ຊາດໄລຍະ 5 ເດືອນ ຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍ ປີ 2019 ແລະ 10. ພິຈາລະນາ ແລະ ຮັບຮອງການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 10 ສະບັບ ໃນນີ້: ຂົງເຂດເສດຖະກິດ ມີ 6 ສະ ບັບຄື: ກົດໝາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ (ປັບປຸງ), ກົດໝາຍວ່າດ້ວຍອາກອນລາຍ ໄດ້ (ສ້າງໃໝ່), ກົດໝາຍວ່າ ດ້ວຍອາກອນຊົມໃຊ້ (ສ້າງໃໝ່), ກົດໝາຍວ່າດ້ວຍທີ່ດິນ(ປັບ ປຸງ), ກົດໝາຍວ່າດ້ວຍການຕອບໂຕ້ ການທຸ້ມຕະຫຼາດ ແລະ ການຊ່ວຍ ໜູນສິນຄ້ານໍາເຂົ້າ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍປ່າໄມ້ (ປັບປຸງ); ຂົງເຂດວັດທະ ນະ ທໍາ-ສັງຄົມ ມີ 2 ສະບັບ ຄື: ກົດ ໝາຍວ່າດ້ວຍອາຊີວະສຶກສາ (ປັບປຸງ) ແລະ ກົດໝາຍວ່າ ດ້ວຍການຄຸ້ມຄອງໄພພິບົດ (ສ້າງ ໃໝ່);ຂົງເຂດຍຸຕິທໍາ ແລະ ການ ປົກຄອງ ມີ 2 ສະບັບ ຄື: ກົດ ໝາຍ ວ່າດ້ວຍ ຄ່າທໍານຽມສານ (ປັບປຸງ) ແລະ ກົດໝາຍ ວ່າດ້ວຍ ເອກະສານ (ສ້າງໃໝ່). ກອງປະຊຸມຄັ້ງນີ້ ຈະດຳເນີນ ໄປຈົນເຖິງວັນທີ 25 ມິຖຸນາ 2019 ຈຶ່ງຈະສໍາເລັດ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ