ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 26 ມີນາ 2025

  

ນັກສຶກສາການນຳພັກ-ລັດບຳລຸງວຽກງານ ປກຊ-ປກສ ຊຸດທີ XVII ລົງທົດສະນະສຶກສາຢູ່ຈຸດສຸມຄັງວຽງ
ເວລາອອກຂ່າວ: 2019-06-07 08:34:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1418 | ຄວາມນິຍົມ:



ໃນລະຫວ່າງວັນທີ 29-30 ພຶດສະພາ 2019 ນີ້, ນັກສືກສາ ການນຳພັກ-ລັດ ບຳລຸງວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຊຸດທີ XVII ສົກ ຮຽນ 2018-2019, ລົງທັດສະ ນະສືກສາ ແລະ ຢ້ຽມຢາມຈຸດ ສຸມຄັງວຽງ. ເຊິ່ງນຳໂດຍສະ ຫາຍ ພົນຈັດຕະວາ ບົວໄລ ພົມ ມະວົງ, ຫົວໜ້າກົມກໍ່ສ້າງຮາກ ຖານ. ມີ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອີນທະວົງສາ. ຫົວໜ້າການທະຫານ ວປກ. ສະ ຫາຍ ນາງ ອຳໄພວັນ ຄຳແສງ ສີິວິໄລ, ຮອງເລຂາຄະນະພັກ,ຮອງປະທານສະຖາບັນວິທະຍາ ສາດສັງຄົມແຫ່ງຊາດ, ທັງເປັນ ຫົວໜ້າຫ້ອງນັກສືກສາການນຳ ພັກ-ລັດ ຊຸດທີ XVII. ຕະຫຼອດ ຮອດຄະນະນັກສືກສາການນຳ ພັກ-ລັດ. ໂອກາດທີ່ໄດ້ລົງໄປຢ້ຽມຢາມ ແລະ ທັດສະນະໃນຄັ້ງນີ້ ຄະນະ ນັກສຶກສາຍັງໄດ້ນຳເອົາວັດຖຸ ປັດໄຈລວມມູນຄ່າທັງໝົດ: 113.539.000 ກີບ. ມອບໃຫ້ ເປົ້າຫມາຍຕ່າງໆໃນນັ້ນ ມອບໃຫ້ຫ້ອງການຈຸດສຸມຄັງ ວຽງ ຈຳນວນ: 80.815.000 ກີບ, ປະກອບມີອຸປະກອນເຄື່ອງ ໃຊ້ພາຍໃນຫ້ອງການ, ເຄື່ອງອຸ ປະໂພກ-ບໍລິໂພກ ແລະ ເຄື່ອງກີ ລາຕ່າງໆ, ພ້ອມດ້ວຍເງິນສົດ: 20.000.000 ກີບ. ມອບໃຫ້ມັດ ທະຍົມສຶກສາ ຄັງວຽງ ຈຳນວນ: 21.274.000 ກີບ, ປະກອບມີ ປຶ້ມຄູ່ມືການຮຽນ-ການສອນ ແລະ ເຄື່ອງກີລາ, ພ້ອມດ້ວຍເງິນ ສົດຈຳນວນ: 2.000.000 ກີບ. ມອບໃຫ້ໂຮງໝໍນ້ອຍຄັງວຽງ ຈຳນວນ: 5.550.000 ກີບ, ປະ ກອບມີອຸປະກອນການແພດ ແລະ ຢາປິ່ນປົວພະຍາດ, ພ້ອມ ດ້ວຍ ເງິນສົດ: 2.000.000 ກີບ. ມອບໃຫ້ຄະນະບ້ານຫ້ວຍ ນ້ຳເຢັນ ຈຳນວນ: 2.900.000 ກີບ, ປະກອບມີເຄື່ອງອຸປະໂພກ ແລະ ເງິນສົດ: 2.000.000 ກີບ. ນອກຈາກນີ້ຍັງມອບໃຫ້ ຄະນະສີລະປະ-ວັນນະຄະດີ ແລະ ກຳລັງປ້ອງກັນ ຈຳນວນ: 3.000.000 ກີບ. ການອຸປະຖຳ ໃນຄັ້ງນີ້ກໍ່ເພື່ອເປັນການປະກອບ ສ່ວນເຂົ້າໃນການສ້າງສາພັດທະ ນາກົມກອງຄ້າຍຄູ, ສັງຄົມ ແລະ ບຸກຄະລາກອນໃຫ້ເຕີບໃຫຍ່ເຂັ້ມ ແຂງຂຶ້ນເລື້ອຍໆ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ