
ເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານສະບັບປັບປຸງ ຢູ່ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2019-06-07 08:35:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585940 | ຄວາມນິຍົມ:
ໃນວັນທີ 4 ມິຖຸນາ 2019
ນີ້, ວິທະຍາຄານການແພດກອງ ທັບໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍນາຍທະຫານກອງ ທັບປະຊາຊົນລາວສະບັບປັບ ປຸງໃໝ່ໃຫ້ແກ່ພະນັກງານ,ຄູ- ອາຈານຂອງຕົນ ໂດຍໃຫ້ກຽດ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາ
ລາເພັດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ດຣ ສຸລິວົງ ລັດ ວິໄລ ຄະນະປະຈຳພັກ, ຫົວໜ້າ
ການເມືອງວິທະຍາຄານການ ແພດກອງທັບພ້ອມດ້ວຍຄະນະ, ມີພະນັກງານ, ຄູ-ອາຈານ ແລະ ນັກວິຊາການເຂົ້າຮ່ວມ.
ສະຫາຍ ພັນໂທ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດ ໝາຍ ກະຊວງປ້ອງກັນປະເທດ ໄດ້ຂຶ້ນເຜີຍແຜ່ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງປີ 2018) ໃນນີ້ ມີ 5 ພາກ, 8 ໝວດ, 50 ມາດຕາ ຈຸດປະສົງເພື່ອແນໃສ່ ເຮັດໃຫ້ບັນດານາຍທະຫານມີ ຄວາມຮັບຮູ້ ແລະ ເຊື່ອມຊຶມຕໍ່ກົດ ໝາຍວ່າດ້ວຍນາຍທະຫານ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ, ກົດໝາຍປ້ອງກັນ ຊາດ ແລະ ກົດໝາຍອື່ນໆທີ່ມີ ຄວາມຕິດພັນໃນກອງທັບເຮົາ, ສະນັ້ນ ຈຶ່ງມີຄວາມຈຳເປັນພາ ວະວິໄສຕ້ອງເຮັດໃຫ້ນາຍທະ ຫານໃນກອງທັບເຮົາຮຽນຮູ້ນິຕິ ກຳຕ່າງໆຂອງວຽກງານກົດ ໝາຍໃຫ້ເລິກ ເຊິ່ງມີຄວາມຮັດ ກຸມໃນລະດັບທີ່ແນ່ນອນ.
ໂອກາດນີ້ ສະຫາຍ ພົນຈັດຕະ ວາ ພູມີ ດາລາເພັດ ຫົວໜ້າກົມ ພະນັກງານ ກໍໄດ້ຮຽກຮ້ອງໃຫ້ ນາຍທະຫານທຸກສະຫາຍຈົ່ງ ພ້ອມກັນເອົາໃຈໃສ່ປະຕິບັດກົດ ໝາຍທຸກສະບັບໃຫ້ເຂັ້ມງວດ ແລະ ພ້ອມກັນເຮັດສຳເລັດທຸກ ໜ້າທີ່ວຽກງານຕາມການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ