ຄະນະພະນັກງານກຳມະບານ ກອງທັບປະຊາຊົນລາວ ສຳເລັດການເຝິກອົບຮົມວຽກງານວິຊາສະເພາະ ທີ່ ສສ ຫວຽດນາມ
ເວລາອອກຂ່າວ: 2024-12-03 09:13:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 967 | ຄວາມນິຍົມ:
ພິທີປິດຊຸດອົບຮົມວຽກ ງານກຳມະບານໃຫ້ແກ່ພະນັກ ງານກຳມະບານກອງທັບ ປະ ຊາຊົນລາວ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2024 ນີ້, ຢູ່ທີ່ ສູນ 871 ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໂດຍມີ ສະຫາຍ ພັນເອກ ພິເສດ ຫງວຽນດິງດຶກ ກໍາມະການຄະ ນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ, ຫົວໜ້າພະແນກ ກຳມະບານປ້ອງກັນ ຊາດ ກອງທັບປະຊາຊົນຫວຽດ ນາມ, ມີ ສະຫາຍ ພັນເອກ ພິເສດວູ໋ກ ວັກຮຸຍ ຮອງຫົວໜ້າສູນ 871, ມີ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານກອງທັບ, ຫົວໜ້າຄະນະພະນັກງານກຳ ມະບານກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານ ຄູ-ອາ ຈານ, ນັກເຝິກອົບຮົມ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ພິເສດ ຫງວຽນດິງດຶກ ໄດ້ສະຫຼຸບຕີລາຄາຄືນເຖິງຜົນສຳເລັດໃນຫຼາຍດ້ານທີ່ພົ້ນເດັ່ນ ຂອງຄະນະຮັບຊອບການເຝິກອົບຮົມ, ພະ ນັກງານຄູ-ອາຈານ ແລະ ນັກເຝິກອົບຮົມທີ່ສ້າງໄດ້ ໃນໄລ ຍະ 1 ເດືອນທີ່ຜ່ານມາ ມີຜົນ ສຳເລັດຢ່າງຈົບງາມ, ຜ່ານການ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຮັດໃຫ້ນັກເຝິກອົບຮົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານກຳມະບານ ໂດຍສະເພາະວຽກງານປົກປ້ອງຄວາມປອດໄພແຮງງານ, ວຽກງານໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກຳມະບານ-ກຳມະກອນ, ວຽກງານຂະບວນການກຳມະບານ, ວຽກງານການເງິນ. ນອກຈາກນີ້, ສູນ 871 ສົມທົບກັບພະແນກກຳມະບານປ້ອງກັນຊາດກອງທັບປະຊາຊົນຫວຽດນາມໄດ້ສ້າງແຜນການ ແລະ ເອື້ອອຳນວຍຄວາມສະດວກໃຫ້ຄະ ນະນັກເຝິກອົບຮົມໄດ້ເຄື່ອນໄຫວຕາມແຜນການ ເປັນຕົ້ນແມ່ນການເຄື່ອນໄຫວພົບປະແລກ ປ່ຽນບົດຮຽນວຽກງານຕົວຈິງ ຢູ່ບັນດາກົມກອງ ແລະ ທັດສະ ນະສຶກສາຢູ່ສະຖານທີ່ສຳຄັນ ຕ່າງໆ.
ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ກ່າວວ່າ: ໃນຕະຫຼອດໄລຍະເວລາຂອງການເຝິກອົບຮົມ ເຕັມໄປດ້ວຍຄວາມສາມັກຄີຮັກແພງອັນດູດດື່ມ, ພະນັກງານ ຄູ-ອາຈານ, ນັກເຝິກ ອົບຮົມໄດ້ແລກປ່ຽນບົດຮຽນ, ປະສົບການກັບຄູ-ອາຈານ ກຳໄດ້ແໜ້ນເຖິງບັນ ດາເນື້ອໃນບົດຮຽນວຽກງານກຳມະບານທີ່ສຳຄັນ ເພື່ອນຳໄປໝູນໃຊ້ກັບສະພາບຕົວຈິງໃນແຕ່ລະກົມກອງ.
ຈາກນັ້ນ, ໄດ້ມອບໃບຢັ້ງຢືນໃຫ້ພະນັກງານນັກເຝິກອົບຮົມວຽກງານກຳມະບານ ຈໍານວນ 20 ສະຫາຍ ແລະ ຄະນະນັກເຝິກອົບຮົມໄດ້ມອບຂອງທີ່ລະນຶກໃຫ້ສູນ 871 ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ເຊິ່ງກັນ ແລະ ກັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂດຍ: ບ່າວກອງທັບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ