ກອງປະຊຸມແລກປ່ຽນຂໍ້ມູນຂ່າວສານລະຫວ່າງ 4 ຝ່າຍ (ຈີນ-ລາວ-ມ້ຽນມາ-ໄທ)
ເວລາອອກຂ່າວ: 2024-12-03 09:14:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 547 | ຄວາມນິຍົມ:
ໃນວັນທີ 20 ພະຈິກ 2024 ນີ້, ຢູ່ທີ່ໂຮງແຮມໝອນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມພົບປະແລກ ປ່ຽນຂໍ້ມູນຂ່າວສານໃນການຮ່ວມມືປະຕິບັດກົດໝາຍ ແລະ ການລາດຕະເວນຮ່ວມຕາມລຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນ ຊາການທະຫານແຂວງບໍ່ແກ້ວ, ຝ່າຍຈີນນຳໂດຍ ພົນໂທ ຢວນຢາພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ, ຝ່າຍມຽນມາ ນຳໂດຍ ພັນໂທ ອອງຈົງມອງ ຫົວໜ້າກອງບັນຊາການຕຳຫຼວດບ້ານປຸງ ເມືອງທ່າຂີ້ເຫຼັກ ປະເທດມຽນມາ, ຝ່າຍໄທນຳ ໂດຍ ພັນເອກ ພານຸວັດ ຮອງຫົວໜ້າກອງກົມກົດໝາຍຕຳຫຼວດພູທອນພາກ 5 ພ້ອມດ້ວຍພະນັກງານວິຊາການ 4 ຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມ ມືໃນການປະຕິບັດສັນຍາ ວ່າ ດ້ວຍການລາດຕະເວນຮ່ວມທາງ ນໍ້າ, ການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍ ເຖື່ອນ, ຄ້າຂາຍຢາເສບຕິດຕາມ ຊາຍແດນ ນອກນັ້ນ, ກອງປະ ຊຸມຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະ ສານສົມທົບ ລະຫວ່າງ 4 ຝ່າຍ (ຈີນ-ລາວ-ມຽນມາ-ໄທ) ທີ່ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະ ຕິບັດກົດໝາຍລາດຕະເວນຮ່ວມ ກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 4 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດ ຕະພາບ ແລະ ການຮ່ວມມື. ພ້ອມນັ້ນ, ກອງປະຊຸມໄດ້ເອກະພາບກ່ຽວກັບທິດທາງແຜນການທີ່ສອງຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນ ຄັ້ງທີ 148 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳ ລັງປ້ອງກັນຊາຍແດນຂອງ 4 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ພ້ອມກັນສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ.
ຈາກນັ້ນ, ຄະນະຜູ້ແທນແຕ່ ລະຝ່າຍຍັງໄດ້ຜັດປ່ຽນກັນມອບຂອງຂວັນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ພາກ ສຸທິປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ