ກອງພັນ 564 ສຳເລັດການຫັດແອບ ຍິງລູກປືນແທ້
ເວລາອອກຂ່າວ: 2024-12-03 09:18:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 648 | ຄວາມນິຍົມ:
ໃນທ້າຍເດືອນພະຈິກຜ່ານມານີ້, ກອງພັນ 564 ເຫຼົ່າຮົບປ້ອງກັນອາກາດ ທີ່ຂຶ້ນກັບກອງພົນທີ 5 ໄດ້ສຳເລັດການຫັດແອບ ຍິງລູກປືນແທ້, ໂດຍການເປັນປະ ທານ ຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວ ໜ້າການທະຫານ ກອງພົນທີ 5, ມີຜູ້ຕາງໜ້າກົມປ້ອງກັນອາ ກາດກົມໃຫຍ່ເສນາທິການກອງ ທັບ, ອົງການ 5 ຫ້ອງ, ພະແນກ ການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພັນ 564 ຕະ ຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມີ ຫງວນສີ ຫົວໜ້າພະແນກປ້ອງກັນອາກາດ ກອງພົນທີ 5 ໄດ້ຜ່ານແຜນການອົບຮົມ-ຫັດແອບຍິງລູກປືນແທ້ ໃນນີ້, ມີແຜນການຍິງຈ້ອງ ແລະ ຍິງເປົ້າໝາຍໜ້າດິນ ແຕ່ລະໄລຍະຂອງປືນ 23-2 ມມ, ປືນ 37-1 ມມ ແລະ ປືນ 14,5 ມມ. ທັງນີ້, ເພື່ອເປັນການເຝິກຝົນທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ ພະນັກງານ-ນັກ ຮົບມີຄວາມຊຳນານ ຄ່ອງແຄ່ວທາງດ້ານວິຊາສະເພາະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງກົມກອງ ໃນສະເພາະໜ້າ ແລະ ຍາວນານ. ຜ່ານການຍິງເປົ້າໝາຍຕົວຈິງ ສາມາດຮັບປະກັນຄວາມປອດໄພໄດ້ 100%.
ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດບັ້ນອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ເພີ່ມທະວີວຽກງານອົບຮົມ-ຫັດແອບ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ນັບມື້ສູງຂຶ້ນ, ປັບປຸງລະບຽບແບບແຜນໃຫ້ເຂັ້ມງວດ ເພື່ອສ້າງກົມກອງມີຄວາມເຂັ້ມແຂງໜັກແໜ້ນ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສຳເລັດສູງ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ